leftcenterrightdel
ພາບປະກອບ: Vientianetime.

ຫຼ້າສຸດໃນວັນທີ 24 ພະຈິກ 2021, ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝສາມັນ ຄັ້ງທີ 40 (40th Plenary meeting) ໄດ້ພິຈາລະນາ ແລະຮັບຮອງເອົາບົດລາຍງານຂອງສະພາເສດຖະກິດ-ສັງຄົມ ໃນຫົວຂໍ້ທີ 9 ວ່າດ້ວຍຮ່າງຍັດຕິ ສະບັບເລກທີ A/76/L.6/Rev.1 ວ່າດ້ວຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງປະເທດ ບັງກລາເດັດ, ສປປ ລາວ ແລະ ເນປານ.

ຍັດຕິດັ່ງກ່າວ ແມ່ນສະເໜີໂດຍ ຫ້ອງການຜູ້ຕາງໜ້າຂັ້ນສູງສໍາລັບກຸ່ມປະເທດ LDCs, LLDCs & SIDS (OHRLLS) ໂດຍຜ່ານກຳມະການເສດຖະກິດ ແລະການເງິນ (ກຳມະການ 2) ຂອງສະມັດຊາໃຫຍ່, ຊຶ່ງມີເນື້ອໃນ ຮັບຮອງຜົນການປະເມີນຂອງຄະນະກຳມະການນະໂຍບາຍເພື່ອການພັດທະນາ (CDP) ໃນເດືອນ ກຸມພາ 2021 ທີ່ ສະເໜີໃຫ້ທັງ 3 ປະເທດ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະມີໄລຍະເວລາໃນການຂ້າມຜ່ານແບບໂລ່ງລ່ຽນຕື່ມອີກ 5 ປີ. (ປົກກະຕິ 3 ປີ) ເພື່ອກ້າວອອກຈາກສະຖານະປະເທດດ້ອຍພັດທະນາ ໂດຍສະເພາະ ແມ່ນການຟື້ນຟູ ແລະຜັນຂະຫຍາຍບັນດາຍຸດທະສາດ ເພື່ອຕອບໂຕ້ ຜົນກະທົບອັນໜັກໜ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ໃນປີ 2024, ຄະນະກຳມະການ CDP ຈຶ່ງຈະພິຈາລະນາຄືນ ເຖິງຄວາມຈໍາເປັນໃນການຂະຫຍາຍໄລຍະຂ້າມຜ່ານໃຫ້ 3 ປະເທດ ຖ້າປະເທດດັ່ງກ່າວ ຍັງປະສົບບັນຫາໃນການຟື້ນຟູລະບົບເສດຖະກິດ ທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19. ພາຍຫລັງປະທານກຸ່ມ 77 ແລະ ຈີນ ໄດ້ນຳສະເໜີຈຸດປະສົງຂອງເອກະສານດັ່ງກ່າວແລ້ວ ກໍ່ໄດ້ມີການຮັບຮອງເອົາຮ່າງຍັດຕິ ແບບເປັນເອກະສັນ ຈາກບັນດາສະມາຊິກອົງການ ສປຊ ທັງໝົດ.

ໃນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວ ທ່ານ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ໃຫ້ການຊ່ວຍເຫຼືອໃນການກະກຽມຈົນເຖິງຂະບວນການຮັບຮອງເອົາຍັດຕິດັ່ງກ່າວ. ທ່ານ ຍັງໄດ້ເນັ້ນວ່າ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຕ້ອງຄໍານຶງເຖິງຄຸນນະພາບ ແລະຄວາມຍືນຍົງ ເພື່ອຮັບປະກັນວ່າປະເທດເຫລົ່ານັ້ນຈະບໍ່ກັບຄືນໄປຢູ່ໃນສະຖານະພາບເກົ່າອີກ.

ໂດຍ: ສຖກ