ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດ ລາວ, ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມການເຝິກຊ້ອມ. ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍ ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ. ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດລາວ ນໍາໂດຍ ທ່ານພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດກຳປູເຈຍ ນໍາໂດຍ ທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ.
    |
 |
ທ່ານພົນເອກ ຈັນສະໝອນ ຈັນຍາລາດ ແລະລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ-ລາວ-ກຳປູເຈຍ ໄດ້ເຂົ້າຮ່ວມການເຝິກຊ້ອມກອບກູ້ໄພພິບັດຮ່ວມລະຫວ່າງກອງທັບ 3 ປະເທດ. ພາບ: qdnd.vn |
ຫົວຂໍ້ຂອງການເຝິກຊ້ອມແມ່ນຊອກຫາ, ກອບກູ້ໄພພິບັດແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ນ້ຳຖ້ວມ ແລະດິນເຈື່ອນ.
ສໍາລັບເນື້ອໃນຊອກຫາ, ກູ້ຊີບ ແລະຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ, ກໍາລັງທະຫານຂອງ 3 ປະເທດ ໄດ້ປະຕິບັດການລາດຕະເວນ ແລະຊອກຫາຜູ້ປະສົບໄພນໍ້າຖ້ວມຢູ່ເຂດນໍ້າຖ້ວມທີ່ຈຸດຕ່າງໆ ດ້ວຍເຮືອ ແລະເຮືອບິນບໍ່ມີຄົນຂັບ; ກູ້ໄພ ແລະຊ່ວຍເຫຼືອຜູ້ປະສົບໄພທີ່ຕິດຢູ່ໃນເຮືອນ, ຕົ້ນໄມ້ ແລະເຂດຖືກຕັດແຍກ; ໜ່ວຍແພດສຸກເສີນປະຖົມພະຍາບານຜູ້ຖືກເຄາະຮ້າຍກ່ອນເມື່ອສົ່ງໄປໂຮງໝໍໍກາງສະໜາມ.
ສໍາລັບເນື້ອໃນການຊອກຫາ, ກູ້ໄພ, ກູ້ຊີບ ແລະຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກດິນເຈື່ອນ, ພາຍຫຼັງໄດ້ຮັບການລາຍງານສະພາບດິນເຈື່ອນ, ກໍາລັງທະຫານຂອງ 3 ປະເທດຈະລົງເກັບກຳຂໍ້ມູນ ແລະຂຶ້ນບັນຊີພົນລະເມືອງຢູ່ເຂດເກີດເຫດ; ຊອກຫາ, ກູ້ໄພ, ກູ້ຊີບ ແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກດິນເຈື່ອນ; ໜູນຊ່ວຍການແພດໃຫ້ຜູ້ຖືກບາດເຈັບ… ນໍາຜູ້ຖືກບາດເຈັບໜັກໄປຍັງໂຮງໝໍແນວຫຼັງດ້ວຍເຮລີກັອບແຕ.
    |
 |
ບາງຮູບພາບຂອງການເຝິກຊ້ອມກອບກູ້ໄພພິບັດຮ່ວມລະຫວ່າງກອງທັບ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ. ພາບ: qdnd.vn |
ແບ່ງປັນກັບນັກຂ່າວ, ທ່ານພົນຕີ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ເນັ້ນໜັກວ່າ ການເຝິກຊ້ອມກອບກູ້ໄພພິບັດຮ່ວມລະຫວ່າງກອງທັບ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ໄດ້ດໍາເນີນໃນສະພາບການປ່ຽນແປງຂອງດິນຟ້າອາກາດທີ່ບໍ່ສາມາດຄາດຄະເນໄດ້ ແລະໄພທໍາມະຊາດເພີ່ມຂຶ້ນໃນຊຸມປີມໍ່ໆມານີ້. ໃນຂະນະນັ້ນ, ລາວ, ຫວຽດນາມ ແລະກຳປູເຈຍ ມີມູນເຊື້ອສາມັກຄີມິດຕະພາບ ແລະການພົວພັນຮ່ວມມືລະຫວ່າງ ກອງທັບ 3 ປະເທດ ໄດ້ຮັບການເອົາໃຈໃສ່ຊຸກຍູ້. ຍ້ອນເຫດນັ້ນ, ການເຝິກຊ້ອມກອບກູ້ໄພພິບັດຮ່ວມ ມີຄວາມໝາຍສໍາຄັນ, ປະກອບສ່ວນເຮັດໃຫ້ການຮ່ວມມືລະຫວ່າງກອງທັບສາມປະເທດເລິກເຊິ່ງຂຶ້ນຕື່ມ, ແມ່ນໂອກາດເພື່ອໃຫ້ກອງທັບ 3 ປະເທດແບ່ງປັນບົດຮຽນອັນລໍ້າຄ່າໃນວຽກງານກອບກູ້ໄພພິບັດ.
ໂດຍ: ໄຊນີດາ