leftcenterrightdel
ທ່ານພົນໂທ ຄຳລຽງ ອຸທະໄກສອນ ຕ້ອນຮັບທ່ານພົນເອກ ຟານວັນຢາງ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຄຳລຽງ ອຸທະໄກສອນ ກວດແຖວກຽດຕິຍົດກອງທັບປະຊາຊົນລາວ. ພາບ: qdnd.vn

ພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຄຳລຽງ ອຸທະໄກສອນ ໄດ້ດໍາເນີນການພົບປະສອງຝ່າຍ.

ທີ່ການພົບປະສອງຝ່າຍ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຄຳລຽງ ອຸທະໄກສອນ ເຫັນດີເປັນເອກະພາບກັນວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນ, ຜັນຂະຫຍາຍວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ - ລາວ ໃຫ້ມີປະສິດທິຜົນ, ເປັນຕົ້ນແມ່ນສໍາລັບຄົນຮຸ່ນໜຸ່ມ; ສືບຕໍ່ເອົາໃຈໃສ່ເຖິງການຮ່ວມມືດ້ານການບຳລຸງສ້າງຊັບພະຍາກອນມະນຸດ, ຖືນີ້ແມ່ນບັນຫາສຳຄັນມີຄວາມໝາຍຍຸດທະສາດຍາວນານ, ເປັນຫຼັກແຫຼ່ງແກ່ນສານໃນການປັບປຸງພື້ນຖານສາຍພົວພັນແບບພິເສດລະຫວ່າງສອງປະເທດ ແລະ ສອງກອງທັບ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn

ເພີ່ມທະວີການຮ່ວມມືດ້ານພະລາທິການເຕັກນິກ, ພັດທະນາຂີດຄວາມສາມາດ ແລະພື້ນຖານໂຄງລ່າງເຕັກໂນໂລຢີຂໍ້ມູນຂ່າວສານ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີປາໄສຫຼາຍຝ່າຍ; ສືບຕໍ່ຮັກສາກົນໄກຂອງກອງປະຊຸມປະຈຳປີລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຫວຽດນາມ - ລາວ - ກຳປູເຈຍ ດ້ວຍຮູບການ ແລະເນື້ອໃນທີ່ອຸດົມສົມບູນ, ແທດຈິງ, ສອດຄ່ອງກັບມູນເຊື້ອ, ຄວາມສາມັກຄີລະຫວ່າງ 3 ປະເທດອ້າຍນ້ອງບ້ານໃກ້ເຮືອນຄຽງ.

ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຄຳລຽງ ອຸທະໄກສອນ ເຊື່ອໝັ້ນວ່າ, ກອງປະຊຸມປະຈຳປີລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ແລະການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຫວຽດນາມ - ລາວ - ກຳປູເຈຍ ຈະຈັດຂຶ້ນໃນວັນທີ 15 ຕຸລານີ້ ຈະປະສົບຜົນສຳເລັດຢ່າງຈົບງາມ, ສືບຕໍ່ຮັດແໜ້ນສາຍພົວພັນສາມັກຄີ, ສະໜິດຕິດພັນລະຫວ່າງສາມປະເທດເວົ້າລວມ ແລະ ກອງທັບສາມປະເທດເວົ້າສະເພາະ ໃນສະພາບການໂລກ, ພາກພື້ນພວມມີການຜັນແປທີ່ສັບສົນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຄຳລຽງ ອຸທະໄກສອນ ລົງນາມບົດບັນທຶກຊ່ວຍຈໍາລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບກະຊວງປ້ອງກັນປະເທດລາວ ວ່າດ້ວຍການເພີ່ມທະວີການຮ່ວມມືໃນຂົງເຂດບໍາລຸງສ້າງ, ຝຶກອົບຮົມ, ບໍາລຸງສ້າງຊັບພະຍາກອນມະນຸດ. ພາບ: qdnd.vn

ສິ້ນສຸດການພົບປະສອງຝ່າຍ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຄຳລຽງ ອຸທະໄກສອນ ໄດ້ລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບກະຊວງປ້ອງກັນປະເທດລາວ ວ່າດ້ວຍການເພີ່ມທະວີການຮ່ວມມືໃນຂົງເຂດບຳລຸງສ້າງ, ຝຶກອົບຮົມ ແລະບໍາລຸງສ້າງຊັບພະຍາກອນມະນຸດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ຖະຫວາຍທູບທຽນ, ວາງກະຕາດອກໄມ້ທີ່ອະນຸສາວະລີນັກຮົບນິລະນາມ ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ພາບ: qdnd.vn

* ກ່ອນໜ້ານັ້ນ, ຕອນບ່າຍວັນດຽວກັນ, ທ່ານພົນເອກ ຟານວັນຢາງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຖະຫວາຍທູບທຽນ, ວາງກະຕາດອກໄມ້ ທີ່ອະນຸສາວະລີນັກຮົບນິລະນາມ ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ.

ໂດຍ: ທູຈາງ