ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບຄວາມໝາຍ, ຈຸດປະສົງຂອງການໄປຢ້ຽມຢາມທາງລັດຖະກິດ ສປປ. ເກົາຫຼີ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງພັກແຮງງານເກົາຫຼີ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່?

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີ: ໂດຍໄດ້ຮັບຄຳເຊີນຂອງທ່ານ Kim Jong Un ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກແຮງງານ ເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງສປປ. ເກົາຫຼີ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເດີນທາງໄປຢ້ຽມຢາມ ສປປ. ເກົາຫຼີ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງພັກແຮງງານເກົາຫຼີ ໃນລະຫວ່າງວັນທີ 9 - 11 ຕຸລາ. ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍພິເສດ, ແມ່ນການຢ້ຽມຢາມ ສປປ. ເກົາຫຼີ ຄັ້ງທໍາອິດ ຂອງທ່ານ ໂຕເລິມ ໃນຖານະເປັນເລຂາທິການໃຫຍ່ ແລະແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທໍາອິດຂອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄປຍັງ ສປປ.ເກົາຫຼີ ພາຍຫຼັງ 18 ປີ. ການຢ້ຽມຢາມໄດ້ດຳເນີນໄປເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950-2025) ແລະປີມິດຕະພາບ ຫວຽດນາມ - ສປປ. ເກົາຫຼີ 2025, ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຂອງສອງພັກ, ສອງລັດຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ສປປ. ເກົາຫຼີ. ການຢ້ຽມຢາມຄັ້ງນີ້ມີສາມຄວາມໝາຍ, ຈຸດປະສົງສຳຄັນທີ່ສຸດ:

ກ່ອນອື່ນໝົດ, ການຢ້ຽມຢາມຄັ້ງນີ້ແມ່ນສືບຕໍ່ຢືນຢັນແນວທາງການພົວພັນຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສໍາຄັນການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ. ສປປ. ເກົາຫຼີ ແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ. ນີ້ແມ່ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ໂດຍ ປະທານ ໂຮ່ຈີມິນ ແລະ ປະທານ Kim Il Sung ແລະຜູ້ນຳຮຸ່ນຕ່າງໆຂອງສອງປະເທດ ໄດ້ເພີ່ມພູນຄູນສ້າງ. ໃນການຕໍ່ສູ້ປົດປ່ອຍຊາດ, ສປປ.ເກົາຫຼີ ໄດ້ຄຽງບ່າຄຽງໄຫຼ່ ແລະຊ່ວຍເຫຼືອຫວຽດນາມ. ຫວຽດນາມ ຍາມໃດກໍສະໜັບສະໜູນ ແລະຮ່ວມເດີນທາງກັບ ສປປ. ເກົາຫຼີ ໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກ.

leftcenterrightdel
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ. ພາບ: ຈ່າຫງວຽນ

ທີສອງ, ການຢ້ຽມຢາມແມ່ນໂອກາດສຳຄັນ ເພື່ອໃຫ້ການນຳສູງສຸດຂອງສອງພັກ, ສອງປະເທດ ແລກປ່ຽນ ແລະເຫັນດີເປັນເອກະພາບກ່ຽວກັບບັນດາການກໍານົດທິດຍຸດທະສາດເພື່ອແນໃສ່ສືບທອດ ແລະເສີມຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງປະເທດ, ເພີ່ມທະວີການຮ່ວມມືສອງຝ່າຍໃນໄລຍະໃໝ່ໃຫ້ເໝາະສົມກັບລະບຽບການທີ່ກ່ຽວຂ້ອງຂອງສາກົນ ແລະຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ, ພິເສດແມ່ນບັນດາຂົງເຂດ ຄື: ສາທາລະນະສຸກ, ວັດທະນະທຳ, ກິລາ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານກະສິກໍາ.

ທີສາມ, ໃນຖານະທີ່ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ດ້ວຍການຢ້ຽມຢາມຄັ້ງນີ້, ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນການສະໜັບສະໜູນທີ່ສະເໝີຕົ້ນສະເໝີປາຍກັບທ່າອ່ຽງ, ຄວາມມານະພະຍາຍາມ ແລະການປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ແຫຼມເກົາຫຼີ, ຢູ່ພາກພື້ນ ແລະໃນໂລກ.

ດ້ວຍຄວາມໝາຍ ແລະຄວາມສຳຄັນດັ່ງກ່າວ, ບົນພື້ນຖານສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ສປປ. ເກົາຫຼີ ໃນ 75 ປີຜ່ານມາ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຂອງທ່ານ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະແມ່ນຂີດໝາຍສຳຄັນ, ປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືສອງຝ່າຍລະຫວ່າງສອງພັກ, ສອງປະເທດ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ, ພ້ອມທັງປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ຕີລາຄາກ່ຽວກັບການພົວພັນ ຫວຽດນາມ - ສປປ. ເກົາຫຼີ ໃນໄລຍະຜ່ານມາ ແລະຄວາມຄາດຫວັງຂອງທ່ານຮອງລັດຖະມົນຕີ ກ່ຽວກັບການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່?

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີ: ໃນຊຸມປີມໍ່ໆມານີ້, ເຖິງວ່າສະພາບການສາກົນ ແລະພາກພື້ນປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ດ້ວຍພື້ນຖານມິດຕະພາບທີ່ເປັນມູນເຊື້ອອັນຍາວນານ ແລະເຈດຈໍານົງ,  ຄວາມມປາດຖະໜາຢາກຮ່ວມມືຢ່າງບໍ່ຢຸດຢັ້ງລະຫວ່າງສອງປະເທດ, ການພົວພັນ ຫວຽດນາມ - ສປປ. ເກົາຫຼີ ສືບຕໍ່ພັດທະນາຢ່າງໝັ້ນຄົງ, ເຂັ້ມແຂງ ແລະບັນລຸໄດ້ບັນດາຜົນງານທີ່ຕັ້ງໜ້າ ແລະພົ້ນເດັ່ນ.

ກ່ອນອື່ນໝົດ, ສອງຝ່າຍໄດ້ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນດ້ວຍຈຸດພົ້ນເດັ່ນ ພິເສດແມ່ນການຢ້ຽມຢາມສັນ​ຖະ​ວະ​ໄມຕີຢ່າງເປັນທາງການຢູ່ຫວຽດນາມ ຂອງທ່ານ Kim Jong Un ໃນເດືອນ ມີນາ 2019. ໃນໄລຍະຜ່ານມາ, ການນໍາຂັ້ນສູງ ແລະທຸກຂັ້ນຂອງສອງປະເທດ ຍັງຮັກສາການພົບປະ, ການແລກປ່ຽນດ້ວຍຮູບການທີ່ີມີໄຫວພິບ, ຜ່ານນັ້ນປັບປຸງນໍ້າໃຈມິດຕະພາບ ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ.

ສອງຝ່າຍໄດ້ລົງນາມສັນຍາຮ່ວມມືສອງຝ່າຍຫຼາຍສະບັບໃນຂົງເຂດວັດທະນະທຳ, ສາທາລະນະສຸກ, ການຂົນສົ່ງການບິນພົນລະເຮືອນ, ການຊ່ວຍເຫຼືອດ້ານຕຸລາການ, ສົ່ງເສີມ ແລະປົກປ້ອງການລົງທຶນ, ຫຼີກເວັ້ນການເກັບພາສີຊ້ອນ...; ຮັກສາບັນດາກົນໄກເຈລະຈາ ແລະການຮ່ວມມື ຄື: ການປຶກສາຫາລືການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ, ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ, ວິທະຍາສາດ - ເຕັກນິກ ບົນພື້ນຖານຄວາມເໝາະສົມກັບຄວາມຕ້ອງການຂອງແຕ່ລະປະເທດ ກໍ່ຄືບັນດາລະບຽບການສາກົນ.

ການຮ່ວມມືດ້ານວັດທະນະທຳ, ການພົບປະແລກປ່ຽນປະຊາຊົນແມ່ນຈຸດທີ່ພົ້ນເດັ່ນໃນການພົວພັນມິດຕະພາບລະຫວ່າງສອງປະເທດດ້ວຍຮູບການທີ່ຫຼາຍຮູບຫຼາຍແບບ ຄື: ການແລກປ່ຽນຄະນະສິລະປະ, ວັດທະນະທຳ, ການແຂ່ງຂັນກິລາ, ການເຂົ້າຮ່ວມງານບຸນສິລະປະລະດູບານໃໝ່ປະຈຳປີ, ງານບຸນຮູບເງົາສາກົນ. ການເຄື່ອນໄຫວພົບປະແລກປ່ຽນລະຫວ່າງອົງການຈັດຕັ້ງປະຊາຊົນໄດ້ຮັບການຮັກສາ ແລະເປີດກວ້າງ, ພິເສດແມ່ນບັນດາການເຄື່ອນໄຫວໃນຂອບເຂດປີມິດຕະພາບ ຫວຽດນາມ - ສປປ. ເກົາຫຼີ 2025 ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ຜ່ານນັ້ນຊ່ວຍໃຫ້ປະຊາຊົນສອງປະເທດ,  ເປັນຕົ້ນແມ່ນລຸ້ນໜຸ່ມເຂົ້າໃຈກ່ຽວກັບການພົວພັນທີ່ເປັນມູນເຊື້ອ, ມິດຕະພາບອັນດີງາມລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຢ່າງເລິກເຊິ່ງກວ່າອີກ.

ດ້ວຍຜົນການຮ່ວມມືອັນດີງາມຂ້າງເທິງນັ້ນ ແລະຄວາມເຈດຕະນາດີ, ຄວາມມານະພະຍາຍາມຂອງສອງຝ່າຍ, ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງປະຫວັດສາດນີ້ ຈະສ້າງຜົນງານໃໝ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດ. ນີ້ກໍ່ແມ່ນໂອກາດສຳຄັນທີ່ສຸດເພື່ອໃຫ້ສອງຝ່າຍແລກປ່ຽນຢ່າງແທດຈິງ, ຈິງໃຈ ແລະກົງໄປກົງມາກ່ຽວກັບສະຖານະການສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ວນຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນການຊຸກຍູ້ການເຈລະຈາ, ຮັກສາສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ແຫຼມເກົາຫຼີ, ຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ