ນັກຂ່າວ: ຫວຽດນາມ ຫາກໍ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ຄືນໃໝ່  ອາຍຸການ 2026-2028 ດ້ວຍບັດສະໜັບສະໜູນສູງກວ່າໝູ່ໃນກຸ່ມອາຊີ-ປາຊີຟິກ. ຂໍໃຫ້ທ່ານແບ່ງປັນກ່ຽວກັບຄວາມໝາຍຂອງເຫດການດັ່ງກ່າວຕໍ່ກັບວຽກງານການທູດ ແລະທີ່ຕັ້ງສາກົນຂອງຫວຽດນາມ?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ນີ້ແມ່ນໝາກຜົນທີ່ພາກພູມໃຈ ແລະເອກອ້າງທະນົງໃຈທີ່ສຸດ, ເປັນການຮັບຮູ້ສູງສຸດຂອງປະຊາຄົມສາກົນຕໍ່ກັບນະໂຍບາຍ, ແຜນນະໂຍບາຍອັນຖືກຕ້ອງຂອງພັກ ແລະລັດ ກໍຄືຜົນງານທີີ່ມີລັກສະນະປະຫວັດສາດຂອງຫວຽດນາມ ໃນຕະຫຼອດໄລຍະ 80 ປີນັບແຕ່ຍາດໄດ້ເອກະລາດ ແລະເກືອບ 40 ປີແຫ່ງການດໍາເນີນກິດຈະການປ່ຽນແປງໃໝ່, ພິເສດແມ່ນໃນການຮັບປະກັນສິດຂອງມະນຸດ. ນັ້ນແມ່ນຄວາມມານະພະຍາຍາມ ຢ່າງບໍ່ຢຸດຢັ້ງຂອງຫວຽດນາມ ເພື່ອໃຫ້ມີເອກະລາດ, ອິດສະຫຼະພາບ, ທ້ອນໂຮມປະເທດຊາດ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ໃນນັ້ນ ຜູ້ຄົນຍາມໃດກໍແມ່ນໃຈກາງຂອງທຸກນະໂຍບາຍ, ທຸກແນວທາງ, ທັງແມ່ນກຳລັງໜູນ ທັງແມ່ນເປົ້າໝາຍຂອງການພັດທະນາ. ນັ້ນແມ່ນຄວາມຕັດສິນໃຈເພື່ອບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ, ໄດ້ຮັບຜົນປະໂຫຍດຂອງປະເທດຢ່າງຄົບຖ້ວນກ່ຽວກັບການພັດທະນາແບບຍືນຍົງ, ການສຶກສາ, ສາທາລະນະສຸກ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ...

ນີ້ກໍ່ແມ່ນຄວາມຮັບຮູ້ ແລະຕີລາຄາສູງຈາກປະຊາຄົມສາກົນ ຕໍ່ກັບຄວາມມານະພະຍາຍາມຂອງຫວຽດນາມ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານລວມຂອງ ສປຊ, ໃນນັ້ນມີເສົາຄ້ຳສຳຄັນທີ່ສຸດ ແມ່ນການຮັບປະກັນສິດທິມະນຸດ. ຫວຽດນາມ ໄດ້ເຂົ້າຮ່ວມຫຼາຍອົງການທີ່ສຳຄັນຂອງ ສປຊ ກ່ຽວກັບສັນຕິພາບ, ຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ ແລະໃກ້ຈະມາເຖິງນີ້ແມ່ນຄັ້ງທີ 3 ທີ່ເປັນສະມາຊິກສະພາສິດທິມະນຸດ ສປຊ.

ໃນວິວັດການເຂົ້າຮ່ວມບັນດາກົນໄກຂອງ ສປຊ, ຫວຽດນາມ ຍາມໃດກໍ່ຢືນຢັນການເຂົ້າເຖິງທີ່ສະເໝີຕົ້ນສະເໝີປາຍນັ້ນແມ່ນການປົກປ້ອງສິດທິມະນຸດ ແມ່ນຄວາມຮັບຜິດຊອບຂອງແຕ່ລະປະເທດ, ພ້ອມທັງຕ້ອງຊຸກຍູ້ການແລກປ່ຽນ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ເພີ່ມທະວີການແບ່ງປັນຄຸນຄ່າລວມ, ຊຸກຍູ້ບັນດາຄຸນຄ່າທົ່ວໄປຂອງສິດທິມະນຸດ, ຮັບປະກັນໃຫ້ປະຊາຊົນແຕ່ລະຄົນ, ແຕ່ລະຊົນຊາດ ລ້ວນແຕ່ໄດ້ຮັບສິດທີ່ເປັນພື້ນຖານທີ່ສຸດ, ໄດ້ດໍາລົງຊີວິດໃນໂລກແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ຄວາມປອດໄພ, ສີຂຽວ, ສະອາດ, ສີວິໄລ, ຈະເລີນຮຸ່ງເຮືອງ ແລະພັດທະນາ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ນັກຂ່າວ: ຂໍໃຫ້ທ່ານຮອງລັດຖະມົນຕີ ແບ່ງປັນກ່ຽວກັບສາຍເຫດ ແລະປັດໄຈທີ່ສ້າງຂຶ້ນຜົນສຳເລັດຂອງຫວຽດນາມ ໃນການເລືອກຕັ້ງເມື່ອບໍ່ດົນມານີ້?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ສາຍເຫດພື້ນຖານທີ່ສຸດເພື່ອໃຫ້ຫວຽດນາມ ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຜົນງານຂອງປະເທດຊາດພາຍຫຼັງ 80 ປີ ທີ່ຍາດໄດ້ເອກະລາດ ແລະ ເກືອບ 40 ປີແຫ່ງການດໍາເນີນກິດຈະການປ່ຽນແປງໃໝ່.  ຍັງບໍ່ທັນມີຈັກເທື່ອທີ່ຫວຽດນາມ ມີທີ່ຕັ້ງ, ມີພາລະກິດອັນໃຫຍ່ຫຼວງ, ມີຄວາມສາມາດບ່ົມຊ້ອນຄືປະຈຸບັນ, ຍັງບໍ່ທັນມີຈັກເທື່ອທີ່ປະຊາຊົນຫວຽດນາມ ໄດ້ຊົມໃຊ້ສິດຢ່າງຄົບຖ້ວນ ແລະຮອບດ້ານຄືປະຈຸບັນ, ໃນນັ້ນມີສິດດຳລົງຊີວິດຢູ່ໃນປະເທດທີ່ມີສັນຕິພາບ, ສະຖຽນລະພາບ, ເອກະລາດ, ເປັນເຈົ້າຕົນເອງ, ເສີມຂະຫຍາຍທາດແທ້ທາງດ້ານສະຕິປັນຍາຢ່າງສຸດຂີດ, ເຊິ່ງແມ່ນບ່ອນທີ່ປະຊາຊົນ ຍາມໃດກໍຖືກວາງໄວ້ຢູ່ໃຈກາງຂອງການພັດທະນາ, ໄດ້ຊົມໃຊ້ຄຸນຄ່າສິດທີ່ເປັນພື້ນຖານທີ່ສຸດຂອງຕົນ, ຈາກສິດພົນລະເມືອງ ແລະສິດທາງດ້ານການເມືອງ ຈົນເຖິງສິດທາງດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ສິດທາງດ້ານສຸຂະພາບ, ສິດໄດ້ຮັບການສຶກສາ, ສິດໄປມາ, ໄດ້ສຳຜັດກັບຄວາມສີວິໄລ ແລະສະຕິປັນຍາຂອງມວນມະນຸດ.

ສາຍເຫດທີສອງແມ່ນນະໂຍບາຍການຕ່າງປະເທດທີ່ຖືກຕ້ອງຂອງພັກ ແລະລັດ ໄດ້ສ້າງສະພາບແວດລ້ອມແຫ່ງການພົວພັນຕ່າງປະເທດຢ່າງຮອບດ້ານ ແລະສະດວກ. ມາຮອດປະຈຸບັນ, ຫວຽດນາມ ມີການພົວພັນທາງການທູດກັບປະເທດສະມາຊິກ ສປຊ ທັງໝົດ, ມີ ສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະຄູ່ຮ່ວມມືຮອບດ້ານຢ່າງກວ້າງຂວາງ. ຍ້ອນເຫດນັ້ນ, ຫວຽດນາມ ຈຶ່ງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະການສະໜັບສະໜູນຢ່າງສູງສຸດຈາກທຸກປະເທດໃນການເຂົ້າຮ່ວມວຽກງານລວມຂອງ ສປຊ. ຄຽງຂ້າງນັ້ນ, ຕ້ອງເວົ້າເຖິງການສົມທົບກັນຢ່າງແໜ້ນແຟ້ນຂອງບັນດາກະຊວງ, ຄະນະ, ຂະແໜງການໃນວຽກງານຂົນຂວາຍ ແລະ 180 ປະເທດທີ່ສະໜັບສະໜູນຫວຽດນາມ ເຂົ້າຮ່ວມສະພາສິດທິມະນຸດແມ່ນເປັນພະຍານຫຼັກຖານໃຫ້ທຸກສິ່ງຢ່າງ.

ນັກຂ່າວ: ມີຫຼາຍການຄາດຄະເນ ໂດຍຖືວ່າ ໃນໄລຍະຈະມາເຖິງ, ຈະມີສິ່ງທ້າທາຍຫຼາຍຢ່າງຕໍ່ກັບສິດທິມະນຸດໃນໂລກ. ໃນສະພາບການນັ້ນ, ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ຕື່ມຫວຽດນາມ ຈະເສີມຂະຫຍາຍບົດບາດເປັນສະມາຊິກສະພາສິດທິມະນຸດ ສປຊ ຄືແນວໃດ?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ຄວາມຮັບປະກັນສິດທິມະນຸດແມ່ນຄວາມຮັບຜິດຊອບຂອງແຕ່ລະປະເທດຕໍ່ປະຊາຊົນ ແລະພົນລະເມືອງຂອງຕົນ. ສຳລັບຫວຽດນາມ, ກ່ອນອື່ນໝົດແມ່ນຕ້ອງມານະພະຍາຍາມຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ, ລັດ ກ່ຽວກັບສິດທິມະນຸດ, ກ່ຽວກັບການພັດທະນາເສດຖະກິດ, ສັງຄົມ, ວັດທະນະທຳ, ການສຶກສາ, ການສົ່ງເສີມສຸຂະພາບ, ການຫັນເປັນດີຈີຕອນ, ຮັບປະກັນເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຜົນງານຂອງສັງກາດທີ່ຮັ່ງມີເຂັ້ມແຂງ ແລະວັດທະນາຖາວອນ. ຜ່ານນັ້ນ, ຫວຽດນາມ ສາມາດແຜ່ຂະຫຍາຍຄວາມມານະພະຍາຍາມກ່ຽວກັບການປົກປ້ອງ ແລະຊຸກຍູ້ສິດທິມະນຸດອອກສູ່ປະຊາຄົມສາກົນ.

ໃນສະພາບການລັດທິຫຼາຍຝ່າຍ, ບົດບາດຂອງ ສປຊ ແລະສະພາສິດທິມະນຸດ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຍ້ອນຄວາມແບ່ງແຍກ, ການປະທະກັນລະຫວ່າງບັນດາປະເທດ, ລະຫວ່າງບັນດາຄຸນຄ່າ, ພື້ນຖານວັດທະນະທຳ, ຄວາມຮັບຜິດຊອບຂອງຫວຽດນາມ ນັບມື້ນັບໃຫຍ່ຫຼວງຂຶ້ນກວ່າອີກ. ຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງສະພາສິດທິມະນຸດ, ເພື່ອໃຫ້ບັນດາປະເທດຮ່ວມແຮງຮ່ວມໃຈແບ່ງປັນຄຸນຄ່າລວມ, ຄວາມເຂົ້າໃຈ ແລະຄວາມເຄົາລົບນັບຖື ເຊິ່ງກັນ ແລະກັນ, ສາມັກຄີກັນເພື່ອຊຸກຍູ້ບັນດາຄຸນຄ່າທົ່ວໄປຂອງສິດທິມະນຸດ, ເພື່ອໃຫ້ປະຊາຊົນໃນທົ່ວໂລກສາມາດດຳລົງຊີວິດຢູ່ໃນໂລກແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຮັບມືກັບສິ່ງທ້າທາຍທົ່ວໂລກຢ່າງທັນການ.  ເພື່ອເຮັດໄດ້ສິ່ງດັ່ງກ່າວ, ຫວຽດນາມ ຫວັງວ່າ ຈະມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະມີການແບ່ງປັນ, ສະໜັບສະໜູນ ແລະການສົມທົບຂອງປະຊາຊົນເພື່ອໃຫ້ຫວຽດນາມ ສາມາດແບກຫາບພັນທະ ແລະຄວາມຮັບຜິດຊອບສາກົນທີ່ສູງສົ່ງ, ສຳຄັນ ແລະມີຄວາມໝາຍນີ້ຢູ່ໃນສະພາສິດທິມະນຸດ ສປຊ.

ນັກຂ່າວ: ຂໍຂອບໃຈ ທ່ານຮອງລັດຖະມົນຕີຫຼາຍໆ!

ໂດຍ: ທູຈາງ