ນີ້ແມ່ນການຢ້ຽມຢາມເອີລົບ ເປັນທາງການຄັ້ງທໍາອິດຂອງປະທານປະເທດ ຫງວຽນຊວນຟຸກ ໃນຖານະຕໍາແໜ່ງໃໝ່ເນື່ອງໃນໂອກາດຫວຽດາມ ແລະສະວິດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1971-2021).

ການຢ້ຽມຢາມສະວິດ ຢ່າງເປັນທາງການຂອງປະທານປະເທດ ຫງວຽນຊວນຟຸກ ເປັນການຢັ້ງຢືນເຖິງການຖືເປັນສໍາຄັນການພົວພັນມິດຕະພາບລະຫວ່າງສອງປະເທດ, ພິເສດໃນສະພາບການພົວພັນຫວຽດນາມ-ສະວິດ ໃນໄລຍະຜ່ານມາມີຫຼາຍບາດກ້າວພັດທະນາຢ່າງຕັ້ງໜ້າ. ກ່ຽວກັບການເມືອງ-ການທູດ, ສອງຝ່າຍໄດ້ແລກປ່ຽນຄະນະ ແລະພົບປະຂັ້ນສູງຢ່າງເປັນປະຈໍາ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດໄດ້ເພີ່ມທະວີຜ່ານບັນດາການຢ້ຽມຢາມ ແລະການພົບປະຂອງການນໍາຂັ້ນສູງສອງປະເທດ. ໃນໄລຍະມໍ່ໆມານີ້, ເດືອນກັນຍາ ປີ 2021, ທ່ານ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານ Guy Parmelin ປະທານາທິບໍດີສະວິດ ເນື່ອງໃນໂອກາດເຂົ້າຮ່ວມ ຊຸດທີ 76 ສະມັດຊາໃຫຍ່ສະຫະປະຊາຊາດ. ກ່ອນນັ້ນ, ເດືອນສິງຫາ ປີ 2021,  ທ່ານ Ignazio Cassis ຮອງປະທານາທິບໍດີ, ລັດຖະມົນຕີການຕ່າງປະເທດສະວິດ ໄດ້ມາຢ້ຽມຢາມຫວຽດນາມ. ສອງປະເທດໄດ້ສົມທົບ, ສະໜັບສະໜູນກັນທີ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນໃນຂອບເຂດສະຫະປະຊາຊາດ.

ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນລະຫວ່າງຫວຽດນາມ ແລະສະວິດ ມີຫຼາຍການຈະເລີນເຕີບໂຕ. ຕາມນັ້ນແລ້ວ, ສະວິດ ແມ່ນຄູ່ຮ່ວມມືການຄ້າສໍາຄັນຂອງຫວຽດນາມ ຢູ່ເອີລົບ. ມາຮອດເດືອນພຶດສະພາ ປີ 2021, ສະວິດ ມີ 177 ແຜນການລົງທຶນໂດຍກົງຢູ່ຫວຽດນາມ ດ້ວຍຍອດເງິນທຶນຈົດທະບຽນປະມານ 1,9 ຕື້ໂດລາສະຫະລັດ, ອັນດັບທີ 20/140 ປະເທດ ແລະເຂດແຄ້ວນທີ່ມີເງິນທຶນລົງທຶນໂດຍກົງຢູ່ຫວຽດນາມ. ການລົງທຶນຂອງສະວິດ ຕົ້ນຕໍແມ່ນສຸມໃສ່ຂະແໜງການກໍ່ສ້າງ, ວັດທະນະທໍາ, ສາທາລະນະສຸກ, ການສຶກສາ, ອຸດສາຫະກໍາ, ກະສິກໍາ ແລະການບໍລິການທ່ອງທ່ຽວຢູ່ຫຼາຍທ້ອງຖິ່ນຂອງຫວຽດນາມ. ນັບແຕ່ປີ 2020 ມາຮອດປະຈຸບັນ, ພະຍາດໂຄວິດ-19 ໄດ້ສົ່ງຜົນສະທ້ອນເຖິງການຄ້າສອງຝ່າຍລະຫວ່າງສອງປະເທດ. ໃນ 10 ເດືອນຕົ້ນປີ 2021, ຍອດວົງເງິນການສົ່ງອອກລະຫວ່າງສອງປະເທດບັນລຸ 706,3 ລ້ານໂດລາສະຫະລັດ, ໃນນັ້ນການສົ່ງອອກບັນລຸ 184,7 ລ້ານໂດລາສະຫະລັດ ແລະການນໍາເຂົ້າບັນລຸ 521,6 ລ້ານໂດລາສະຫະລັດ.

leftcenterrightdel
ຊຸກຍູ້ການຮ່ວມມືຫຼາຍດ້ານຫວຽດນາມ-ສະວິດ. ພາບ: dangcongsan.vn.

ສະວິດແມ່ນໜຶ່ງໃນຈໍານວນປະເທດເອີລົບຕາເວັນຕົກ ຮັກສາອຸປະຖໍາພັດທະນາ ແລະຮ່ວມມືດ້ານເສດຖະກິດສໍາລັບຫວຽດນາມ ໃນຕະຫຼອດ 3 ທົດສະວັດຜ່ານມາດ້ວຍຍອດເງິນອຸປະຖໍາແມ່ນ 600 ລ້ານໂດລາສະຫະລັດ, ປະກອບສ່ວນປະສິດທິຜົນແກ່ການພັດທະນາເສດຖະກິດ-ສັງຄົມ ແລະປະຕິບັດບັນດາເປົ້າໝາຍແບບຍືນຍົງຂອງຫວຽດນາມ. ເດືອນມີນາ ຜ່ານມາ, ສະວິດ ໄດ້ປະກາດໂຄງການຮ່ວມມືພັດທະນາກັບຫວຽດນາມ ໄລຍະ 2021-2024 ດ້ວຍເງິນລົງທຶນ ODA ປະມານ 85 ລ້ານໂດລາສະຫະລັດ. ນອກຈາກນັ້ນ, ຫວຽດນາມ ແລະສະວິດ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຊຸກຍູ້ຮ່ວມມືໃນຂົງເຂດການສຶກສາ-ກໍ່ສ້າງ, ວັດທະນະທໍາ-ການທ່ອງທ່ຽວ, ວິທະຍາສາດ-ເຕັກນິກ, ເປັນຕົ້ນແມ່ນໃນຂົງເຂດຫັນເປັນດີຈີຕອນ ແລະປ່ຽນແປງໃໝ່ປະດິດຄິດສ້າງ.

ປະຈຸບັນມີຊາວຫວຽດນາມ ທີ່ດຳລົງຊີວິດຢູ່ສະວິດ ປະມານ 12.000 ຄົນ, ຈຸດສຸມແມ່ນຢູ່ນະຄອນໃຫຍ່, ຄື Geneva, Zürich, Bern, Basel, Lausanne ແລະ Fribourg. ເວົ້າລວມ, ປະຊາຄົມຊາວຫວຽດນາມ ໄດ້ເຊື່ອມຕົວເປັນຢ່າງດີ, ມີຄວາມດຸໝັ່ນຂະຫຍັນພຽນ ແລະໄດ້ຮັບການຕີລາຄາສູງຈາກອໍານາດການປົກຄອງຢູ່ປະເທດປະຈຳຖິ່ນ, ເປັນຂົວເຊື່ອມຕໍ່ສໍາຄັນລະຫວ່າງສອງປະເທດ.

ດ້ວຍພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ, ການຢ້ຽມຢາມສະວິດຢ່າງເປັນທາງການ ຄັ້ງນີ້ຂອງທ່ານ ຫງວຽນຊວນຟຸກ ໄດ້ປະກອບສ່ວນຊຸກຍູ້ການພົວພັນການເມືອງ, ການທູດກວ່າອີກ, ເປີດກວ້າງການພົວພັນເສດຖະກິດ, ການຄ້າ, ການລົງທຶນ; ການສຶກສາ-ກໍ່ສ້າງ, ວິທະຍາສາດ-ເຕັກນິກ... ເນື່ອງໃນໂອກາດນີ້, ສອງຝ່າຍກໍ່ຈະແລກປ່ຽນບັນດາບັນຫາສາກົນ ແລະໃນພາກພື້ນຕ່າງຝ່າຍຕ່າງມີຄວາມສົນໃຈ.

ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມສະວິດ ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຈະປະສົບຜົນສໍາເລັດຢ່າງດີງາມ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງການນໍາ ແລະປະຊາຊົນສອງປະເທດ, ພ້ອມທັງນໍາການພົວພັນສອງຝ່າຍເຂົ້າສູ່ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ, ຄວາມຕ້ອງການ ແລະຜົນປະໂຫຍດ.

ໂດຍ: ຈາງຫງວຽນ