ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມທາງລັດຖະກິດເຖິງ ສປປ ເກົາຫຼີ ແລະການເຂົ້າຮ່ວມງານສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງພັກແຮງງານເກົາຫຼີ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ?

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີ: ການຢ້ຽມຢາມແມ່ນເຫດການດ້ານການເມືອງ ແລະການພົວພັນຕ່າງປະເທດສຳຄັນຂອງສອງພັກ ແລະສອງລັດ, ພິເສດແມ່ນໃນສະພາບທີ່ສອງຝ່າຍພວມຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ເພື່ອແນໃສ່ກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ແລະກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກແຮງງານ ເກົາຫຼີ. ປີນີ້ກໍ່ແມ່ນປີທີ່ ຫວຽດນາມ ແລະ ສປປ ເກົາຫຼີ ໄດ້ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ກໍ່ຄືປີມິດຕະພາບ ຫວຽດນາມ - ສປປ ເກົາຫຼີ 2025.

ຄະນະຜູ້ແທນ ຫວຽດນາມ ໄດ້ຮັບການຕ້ອນຮັບຢ່າງສົມກຽດ, ຈິງໃຈ, ຮອບຄອບໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖືພິເສດຂອງການນຳພັກ, ລັດ ແລະປະຊາຊົນ ສປປ ເກົາຫຼີ ທີ່ມີຕໍ່ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ແລະສ່ວນຕົວທ່ານ ໂຕເລິມ ເລຂາທິການໃຫຍ່.

leftcenterrightdel
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດ

ການຢ້ຽມຢາມຄັ້ງນີ້ມີສາມໝາກຜົນຕົ້ນຕໍ:

ກ່ອນອື່ນໝົດ, ການຢ້ຽມຢາມໄດ້ປະກອບສ່ວນສ້າງກຳລັງໜູນໃໝ່ ແລະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ສປປ ເກົາຫຼີ. ການນຳສອງທ່ານໄດ້ໃຊ້ເວລາຫຼາຍເພື່ອຫວນຄືນປະຫວັດສາດອັນຍາວນານຂອງການພົວພັນລະຫວ່າງ ຫວຽດນາມ ແລະ ສປປ ເກົາຫຼີ ທີ່ປະທານ ໂຮ່ຈີມິນ ແລະ ປະທານ Kim Il Sung ເປັນຜູ້ກໍ່ຕັ້ງ; ສະແດງຄວາມເຄົາລົບ ແລະຄວາມຂອບອົກຂອບໃຈທີ່ໄດ້ໃຫ້ການສະໜັບສະໜູນ ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນໃນໄລຍະຜ່ານມາ.

ທີສອງ, ຜ່ານການພົບປະແລກປ່ຽນຢ່າງກົງໄປກົງມາ, ຈິງໃຈ ແລະແທດຈິງລະຫວ່າງການນຳສອງປະເທດ ແລະໄດ້ລົງນາມໃນສັນຍາຮ່ວມມືຫຼາຍສະບັບ, ການຢ້ຽມຢາມໄດ້ປະກອບສ່ວນນຳສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ສປປ ເກົາຫຼີ ກ້າວເຂົ້າສູ່ໄລຍະໃໝ່. ຕາມນັ້ນແລ້ວ, ການນຳສອງປະເທດໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາທິດທາງການຮ່ວມມືຕົ້ນຕໍເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃຫ້ພັດທະນາຕາມທ່າແຮງ ແລະຄວາມຕ້ອງການຂອງກັນ, ເພື່ອນຳການພົວພັນໃຫ້ພັດທະນາແບບຍືນຍົງ ແລະຍາວນານ. ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນບັນດາຂົງເຂດສະເພາະເປັນຕົ້ນແມ່ນດ້ານເສດຖະກິດ, ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ, ຖະແຫຼງຂ່າວ ແລະການສື່ສານ, ສາທາລະນະສຸກ... ໃຫ້ສອດຄ່ອງກັບເງື່ອນໄຂຂອງແຕ່ລະຝ່າຍ ກໍ່ຄືຂໍ້ກຳນົດສາກົນທີ່ກ່ຽວຂ້ອງ.

ທີສາມ, ການນຳສອງປະເທດໄດ້ໃຊ້ເວລາຫຼາຍເພື່ອແລກປ່ຽນທັດສະນະ ແລະຫຼັກໝັ້ນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທີ່ການພົບປະ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ແບ່ງປັນທັດສະນະ, ຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບການປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ, ໃນນັ້ນມີບັນດາບັນຫາຢູ່ແຫຼມເກົາຫຼີ ແລະທະເລຕາເວັນອອກ.

ດ້ວຍບັນດາໝາກຜົນດັ່ງກ່າວ, ການຢ້ຽມຢາມຄັ້ງນີ້ແມ່ນບາດກ້າວບຸກທະລຸ, ຫັນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງພັກ ແລະລັດ ນັ້ນແມ່ນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື, ພັດທະນາໃຫ້ເປັນລະອຽດ, ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ສະແດງໃຫ້ເຫັນຈິດໃຈຂອງຫວຽດນາມ ທີ່ເປັນສະມາຊິກທີ່ມີຄວາມຮັບຜິດຊອບ, ປະເທດທີ່ກຳລັງຢູ່ໃນທ່າປ່ຽນແປງໃໝ່ ແລະປ່ຽນແປງໃໝ່ປະສົບຜົນສຳເລັດໃນປະຊາຄົມສາກົນ.

ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບທິດທາງໃນການຜັນຂະຫຍາຍໝາກຜົນທີ່ບັນລຸໄດ້ໃນລະຫວ່າງການປະຕິບັດງານທີ່ຜ່ານມາຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຢູ່ ສປປ ເກົາຫຼີ?

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີ:  ສາມາດຢືນຢັນໄດ້ວ່າ ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມໄດ້ເປີດໜ້າປະຫວັດສາດໃໝ່ໃນສາຍພົວພັນມິດຕະພາບອັນຍາວນານລະຫວ່າງຫວຽດນາມ ແລະ ສປປ ເກົາຫຼີ, ເປັນຂີດໝາຍສຳຄັນໃນການຮ່ວມມືພັດທະນາໃນສັງກາດໃໝ່ຂອງທັງສອງຊາດ. ບົນພື້ນຖານຄວາມຮັບຮູ້ ແລະຄຳໝັ້ນສັນຍາຂອງການນຳຂັ້ນສູງສອງປະເທດ ແລະບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນການຢ້ຽມຢາມ, ໃນໄລຍະຈະມາເຖິງ, ຫວຽດນາມ ແລະ ສປປ ເກົາຫຼີ ຈະຊຸກຍູ້ການຜັນຂະຫຍາຍ, ຫັນໝາກຜົນທີ່ບັນລຸໄດ້ໃນບັນດາຂົງເຂດຕົ້ນຕໍໃຫ້ເປັນລະອຽດ, ຄື:

ທີໜຶ່ງ, ສືບຕໍ່ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໂດຍຜ່ານການເພີ່ມທະວີການແລກປ່ຽນ, ພົບປະລະຫວ່າງການນຳຂັ້ນສູງຂອງສອງປະເທດ, ຮັກສາການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນຜ່ານຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນ; ຮັກສາ ແລະຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ.

ທີສອງ, ສອງຝ່າຍຈະຮ່ວມມືກັນຢ່າງແໜ້ນແຟ້ນເພື່ອແນໃສ່ສ້າງຄວາມຮັບຮູ້ລວມຂັ້ນສູງ ແລະ ຂໍ້ຕົກລົງທີ່ໄດ້ລົງນາມໃນໄລຍະຢ້ຽມຢາມໃຫ້ລະອຽດ; ຊຸກຍູ້ການຮ່ວມມືທີ່ເໝາະສົມໃນຂົງເຂດວັດທະນະທຳ, ທ່ອງທ່ຽວ, ກິລາ, ສຶກສາ, ສາທາລະນະສຸກ, ກະສິກຳ, ຂໍ້ມູນຂ່າວສານ ແລະ ການສື່ສານ... ພາຍຫຼັງການພົບປະ, ການນຳສອງປະເທດກໍ່ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ ແລະອົງການຂອງສອງຝ່າຍຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ໄດ້ເຫັນດີເປັນເອກະພາບ.

ທີສາມ, ສືບຕໍ່ຮັກສາການປະສານສົມທົບ ແລະການຮ່ວມມືໃນກົນໄກ, ເວທີປາໄສພາກພື້ນ ແລະສາກົນ ທີ່ທັງສອງຝ່າຍເຂົ້າຮ່ວມ ແລະມີຄວາມສົນໃຈ, ໂດຍສະເພາະແມ່ນໃນຂອບເຂດຂອງອົງການສະຫະປະຊາຊາດ, ການເຄື່ອນໄຫວບໍ່ຮ່ວມກຸ່ມ, ເວທີປາໄສການຮ່ວມມືພາກພື້ນ ARF, ພ້ອມກັນຊຸກຍູ້ທ່າອ່ຽງສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຢ້ຽມຢາມ, ຂ້າພະເຈົ້າເຊື່ອໝັ້ນວ່າ: ພື້ນຖານການພົວພັນມິດຕະພາບລະຫວ່າງສອງປະເທດຈະໄດ້ຮັບການປັບປຸງ, ມີເຈດຈຳນົງຕື່ມອີກ ແລະຫວັງວ່າ ການຮ່ວມມືລະຫວ່າງສອງປະເທດຈະໄດ້ຮັບການສືບທອດ, ການພົວພັນ ຫວຽດນາມ - ສປປ ເກົາຫຼີ ຈະສືບຕໍ່ພັດທະນາຢ່າງໝັ້ນຄົງ, ໜັກແໜ້ນໃນອະນາຄົດ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ