ເພີ່ມທະວີການເຊື່ອມຕໍ່ລະຫວ່າງນະຄອນໂຮ່ຈີມິນ ແລະບັນດາທ້ອງຖິ່ນກູບາ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມຫວຽດນາມ, ວັນທີ 3 ຕຸລາ, ຢູ່ນະຄອນໂຮ່ຈີມິນ, ທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກູບາ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ (HUFO) ແລະມະຫາວິທະຍາໄລສ້າງຄູເຕັກນິກນະຄອນໂຮ່ຈີມິນ.
ທີ່ການຕ້ອນຮັບຄະນະຢູ່ HUFO, ທ່ານ ຫງວຽນວັນເລີ້ຍ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນໂຮ່ຈີມິນ ຢືນຢັນວ່າ ປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບ ແລະຈົດຈໍາອາລົມຈິດ ເຊິ່ງກູບາ ສະຫງວນໃຫ້ຫວຽດນາມ ໃນຊຸມປີແຫ່ງການຕໍ່ສູ້ຍາດເອົາເອກະລາດ ແລະໃນກິດຈະການສ້າງສາ, ພັດທະນາປະເທດຊາດ. ອາລົມຈິດນັ້ນໄດ້ກາຍເປັນສັນຍາລັກແຫ່ງການພົວພັນອ້າຍນ້ອງບໍລິສຸດຜຸດຜ່ອງ, ສັດຊື່ບໍລິສຸດລະຫວ່າງສອງຊາດ, ທີ່ໄດ້ສືບທອດຈາກຮຸ່ນຄົນນີ້ໄປສູ່ຮຸ່ນຄົນອື່ນ. ປະຊາຊົນຫວຽດນາມ ຈະຢູ່ຄຽງຂ້າງ, ແບ່ງທຸກແບ່ງສຸກ, ພ້ອມກັບກູບາ ຜ່ານຜ່າຄວາມລຳບາກກາກກຳ.
    |
 |
ທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດກູບາ ກ່າວຄໍາເຫັນທີ່ການເຮັດວຽກກັບ HUFO. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດກູບາ ສະແດງໃຫ້ເຫັນອາລົມຈິດຢ່າງເລິກເຊິ່ງຕໍ່ການສະໜັບສະໜູນຂອງຫວຽດນາມ, ນະຄອນໂຮ່ຈີມິນ ໄດ້ປຸກລະດົມຂະບວນການຂົນຂວາຍບໍລິຈາກເງິນເພື່ອສະໜັບສະໜູນປະຊາຊົນກູບາ. ທ່ານປະທານສະພາແຫ່ງຊາດກູບາ ໃຫ້ຮູ້ວ່າ ດ້ວຍຈຳນວນເງິນກວ່າ 14 ລ້ານໂດລາສະຫະລັດ ຈາກຂະບວນການສະໜັບສະໜູນປະຊາຊົນກູບາ ຂອງປະຊາຊົນຫວຽດນາມ, ກູບາ ໄດ້ແກ້ໄຂໜຶ່ງໃນບັນດາບັນຫາສຳຄັນເປັນຕົ້ນແມ່ນການສະໜອງໄຟຟ້າພະລັງງານແສງຕາເວັນໃຫ້ບັນດາໂຮງຮຽນ, ພໍ່ແມ່ປະຊາຊົນເຂດຫ່າງໄກສອກຫຼີກ... ທ່ານປະທານສະພາແຫ່ງຊາດກູບາ Esteban Lazo Hernandez ສະແດງຄວາມພາກພູມໃຈ ແລະຫວັງວ່າລຸ້ນໜຸ່ມຂອງສອງປະເທດຈະເສີມຂະຫຍາຍມູນເຊື້ອ, ເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງຊາວໜຸ່ມສອງປະເທດກວ່າອີກ.
*ກ່ອນໜ້ານັ້ນ, ຄະນະຜູ້ແທນສະພາແຫ່ງຊາດກູບາ ນໍາໂດຍທ່ານປະທານສະພາແຫ່ງຊາດກູບາ Esteban Lazo Hernandez ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ມະຫາວິທະຍາໄລສ້າງຄູເຕັກນິກນະຄອນໂຮ່ຈີມິນ.
ໂດຍ: ເຈິ່ນຮວ່ຽນ