ວັນທີ 16 ກັນຍາ, ທີ່ສໍານັກງານສະພາສູງແບນຊິກ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ໄດ້ມີການພົບປະສອງຝ່າຍກັບທ່ານ Andries Gryffroy ຮອງປະທານຜູ້ທີໜຶ່ງສະພາສູງແບນຊິກ.

ທີ່ການພົບປະ, ສອງຝ່າຍເຫັນດີ ໂດຍຖືວ່າ ການຮ່ວມມືສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ, ພິເສດແມ່ນທາງດ້ານການຄ້າ-ການລົງທຶນ; ເພີ່ມທະວີການຮ່ວມມືໃນຊ່ອງທາງລັດຖະສະພາ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນບົດຮຽນປະສົບການ ກ່ຽວກັບຂົງເຂດທີ່ສອງຝ່າຍມີຄວາມສົນໃຈ ຄື: ການແບ່ງຂັ້ນ, ແບ່ງສິດອໍານາດລະຫວ່າງອໍານາດການປົກຄອງທຸກຂັ້ນ, ປະຕິຮູບການບໍລິຫານ, ສ້າງກົດໝາຍ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ...

leftcenterrightdel
ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດຫວຽດນາມ ພົບປະສອງຝ່າຍກັບທ່ານ Andries Gryffroy ຮອງປະທານຜູ້ທີໜຶ່ງສະພາສູງແບນຊິກ. ພາບ: daibieunhandan.vn

ທ່ານນາງ ຫງວຽນທິແທັງ ສະເໜີໃຫ້ລັດຖະສະພາແບນຊິກ ປະຕິບັດສໍາເລັດການຮັບຮອງເອົາສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA) ໂດຍໄວ, ພ້ອມທັງຂອບໃຈສະພາຕໍ່າແບນຊິກ ທີ່ໄດ້ຮັບຮອງເອົາມະຕິກ່ຽວກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ, ປະກອບສ່ວນຊຸກຍູ້ຄວາມເອົາໃຈໃສ່ຂອງປະຊາຄົມສາກົນ ແລະສະເໜີໃຫ້ລັດຖະສະພາແບນຊິກ ຊຸກຍູ້ບັນດາໂຄງການສໍາລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ຫວຽດນາມ.

* ຕອນເຊົ້າວັນທີ 17 ກັນຍາ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Younous Omarjee ຮອງປະທານລັດຖະສະພາເອີລົບ.

ທີ່ການເຮັດວຽກ, ທ່ານນາງ ຫງວຽນທິແທັງ ຢືນຢັນວ່າ ອີຢູ ເປັນຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງສະພາແຫ່ງຊາດຫວຽດນາມ ກັບລັດຖະສະພາເອີລົບ. ສອງຝ່າຍເຫັນດີຈະສືບຕໍ່ໃຫ້ບຸລິມະສິດສູງເພື່ອຍູ້ແຮງການພົວພັນຮ່ວມມືຢ່າງແຂງແຮງ, ຈຸດສຸມແມ່ນຂົງເຂດການຄ້າ ແລະການລົງທຶນ, ໃນນັ້ນມີ ການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA), ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຂອງອີຢູ ເຊັ່ນ: ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນ...

ໂດຍ: ທູຈາງ