leftcenterrightdel
ພະນັກງານທະຫານຊາຍແດນລາວ ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: nhandan.vn

ໃນໄລຍະຝຶກອົບຮົມ, ບັນດາພະນັກງານຂອງລາວ ຈະໄດ້ຮັບການບໍາລຸງສ້າງຄວາມຮູ້ໂດຍພື້ນຖານກ່ຽວກັບວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ວຽກງານການທະຫານ, ວຽກງານຊາຍແດນ... ບົນພື້ນຖານນັ້ນ, ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນກວ່າເກົ່າໃນວຽກງານລາດຕະເວນ, ຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງສອງຟາກຊາຍແດນ.

ກ່າວຄຳເຫັນທີ່ພິທີເປີດຊຸດອົບຮົມ, ທ່ານພັນເອກພິເສດ ໂຮ່ກວ໊ຽດຖັ໊ງ, ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນແຂວງເງະອານ ສະເໜີໃຫ້ນັກຝຶກອົບຮົມ ຍາດແຍ່ງເວລາ, ຕັ້ງໜ້າຮ່ຳຮຽນເພື່ອກໍາແໜ້ນເນື້ອໃນຂອງບົດສອນ.

leftcenterrightdel
ຄ້າຍທະຫານຊາຍແດນ ນາງອຍ (ທະຫານຊາຍແດນແຂວງເງະອານ) ມອບຂອງຂວັນໃຫ້ແກ່ກອງຮ້ອຍທະຫານຊາຍແດນ 224, ກອງບັນຊາການທະຫານຊາຍແດນແຂວງຊຽງຂວາງ (ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ. ພາບ: nhandan.vn

ພາຍຫຼັງກັບຄືນກົມກອງ ຕ້ອງຖ່າຍຖອດຄວາມຮູ້ໃຫ້ບັນດາສະຫາຍທີ່ຍັງບໍ່ທັນເຂົ້າຮ່ວມຊຸດຝຶກອົບຮົມ ແລະໝູນໃຊ້ຢ່າງມີຫົວຄິດປະດິດສ້າງ, ໄຫວພິບເຂົ້າໃນວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ.

ທ່ານພັນເອກພິເສດ ໂຮ່ກວ໊ຽດຖັ໊ງ ກໍ່ໃສ່ໃຈວ່າ, ໃນໄລຍະເຂົ້າຮ່ວມຊຸດຝຶກອົບຮົມ, ຕ້ອງປະຕິບັດຕາມກົດໝາຍຂອງຫວຽດນາມ, ປະຕິບັດລະບຽບວິ​ໄນ ແລະຂໍ້ກໍານົດຂອງຄະນະຈັດຕັ້ງຊຸດຝຶກອົບຮົມຢ່າງເຂັ້ມງວດ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການຮໍ່າຮຽນ, ການດໍາເນີນຊີວິດ, ປະກອບສ່ວນກໍ່ສ້າງສາຍພົວພັນສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ.

ໂດຍ: ທູຈາງ