ຫວຽດນາມ ເພີ່ມທະວີການຮ່ວມມືດ້ານການຄ້າ ແລະການລົງທຶນກັບຕະຫຼາດ UAE - ຕາເວັນອອກກາງ
ຕອນບ່າຍວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ) ໄດ້ຈັດກອງປະຊຸມສຳມະນາ “ຊຸກຍູ້ການຮ່ວມມືດ້ານການຄ້າ ແລະການລົງທຶນຢູ່ຕະຫຼາດ UAE - ຕາເວັນອອກກາງ”.
    |
 |
ກອງປະຊຸມສຳມະນາ “ຊຸກຍູ້ການຮ່ວມມືດ້ານການຄ້າ ແລະການລົງທຶນຢູ່ຕະຫຼາດ UAE - ພາກຕາເວັນອອກກາງ”. ພາບ: vov.vn |
ຕະຫຼາດສະຫະລັດອາຣັບ ເອມີເລດ (UAE) ແລະພາກພື້ນຕາເວັນອອກກາງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ ຢູ່ພາກພື້ນອາຊີຕາເວັນຕົກ. ປັດຈຸບັນ, UAE ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ຕາເວັນອອກກາງ, ພ້ອມນັ້ນກໍ່ແມ່ນປະຕູເຂົ້າອອກສຳຄັນເພື່ອໃຫ້ສິນຄ້າຫວຽດນາມ ເຂົ້າເຖິງບັນດາປະເທດໃນຕາເວັນອອກກາງ.
ທ່ານນາງ ຫງວຽນທິທູຖຸຍ, ຮອງຫົວໜ້າສູນໜູນຊ່ວຍການສົ່ງເສີມການຄ້າ ແລະການລົງທຶນ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ: "ດູບາຍ ແມ່ນສູນແລກປ່ຽນການຄ້າແຖວໜ້າຢູ່ຕາເວັນອອກກາງ - ບໍ່ພຽງແຕ່ແມ່ນສະຖານທີ່ບໍລິໂພກສິນຄ້າເປັນຈຳນວນຫຼາຍເທົ່ານັ້ນ ຫາກຍັງສວມບົດບາດແມ່ນຂົວເຊື່ອມຕໍ່ຊ່ວຍວິສາຫະກິດຫວຽດນາມ ເປີດກວ້າງຕະຫຼາດໄປຍັງອາຟຼິກກາ, ອາຊີໃຕ້ ແລະເອີລີບ ອີກດ້ວຍ. ເລື່ອງເພີ່ມທະວີການມີໜ້າຂອງວິສາຫະກິດຫວຽດນາມ ຢູ່ ດູບາຍ ຈະມີຄວາມໝາຍຍຸດທະສາດໃນການຮັກສາລະບົບສະໜອງ ແລະຄວາມສາມາດໃນການແກ້ງແຍ້ງທີ່ເປັນປົກກະຕິ".
ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - UAE ເພີ່ມຂຶ້ນ 50% ນັບແຕ່ປີ 2023 ຫາ 2024, ບັນລຸ 12 ຕື້ໂດລາສະຫະລັດ. ຄາດວ່າຕົວເລກນີ້ຈະສືບຕໍ່ເພີ່ມຂຶ້ນ ຖ້າສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ມີຜົນສັກສິດໂດຍໄວໃນປີນີ້.
ແຫຼ່ງຄັດຈາກ vovworld.vn