ຫວຽດນາມ - ສິງກະໂປ ເປີດກວ້າງການຮ່ວມມືໃນຂົງເຂດພະລັງງານ, ການຄ້າ ແລະນະວັດຕະກຳ
ລັດຖະມົນຕີສອງທ່ານ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂົງເຂດຮ່ວມມືຈຸດສຸມ, ໂດຍສະເພາະແມ່ນຂົງເຂດພະລັງງານ, ອຸດສາຫະກຳ, ການຄ້າ ແລະວິທະຍາສາດເຕັກໂນໂລຢີ.
ຕອນເຊົ້າວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໄດ້ໂອ້ລົມສົນທະນາກັບທ່ານ Tan See Leng ລັດຖະມົນຕີກະຊວງອຸດສາຫະກຳການຄ້າຮັບຜິດຊອບດ້ານພະລັງງານ ແລະວິທະຍາສາດ - ເຕັກໂນໂລຢີ ສິງກະໂປ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີກ່ຽວກັບການເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ ຄັ້ງທີ 19 ຖືກຈັດຂຶ້ນຢູ່ ຫວຽດນາມ .
    |
 |
ລັດຖະມົນຕີສອງທ່ານ ເຫັນດີສືບຕໍ່ຮ່ວມມືໃນຂົງເຂດເຕັກໂນໂລຢີ. ພາບ: ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ |
ໃນການໂອ້ລົມສົນທະນາ, ລັດຖະມົນຕີສອງທ່ານ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂົງເຂດຮ່ວມມືຈຸດສຸມ, ໂດຍສະເພາະແມ່ນໃນຂົງເຂດພະລັງງານ, ອຸດສາຫະກຳ, ການຄ້າ ແລະວິທະຍາສາດເຕັກໂນໂລຢີ. ສອງຝ່າຍກໍເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນບັນດາຂົງເຂດ: ອຸດສາຫະກຳເອເລັກໂຕນິກ, ທາດເຄິ່ງຊັກນຳໄຟຟ້າ, ພະລັງງານ, ເສດຖະກິດດີຈີຕອນ, ນະວັດຕະກຳ…
9 ເດືອນຕົ້ນປີ 2025, ວົງເງິນການຄ້ານຳເຂົ້າສົ່ງອອກລະຫວ່າງ ຫວຽດນາມ ແລະສິງກະໂປ ບັນລຸ 8,8 ຕື້ USD. ໃນນັ້ນ, ການສົ່ງອອກຂອງຫວຽດນາມ ໄປຍັງ ສິງກະໂປ ບັນລຸ 4,34 ຕື້ USD, ເພີ່ມຂຶ້ນ 9,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ