ໃນຂອບເຂດການຢ້ຽມຢາມ, ການນຳຫຼັກແຫຼ່ງຂອງສອງພັກ, ສອງລັດ ໄດ້ແລກປ່ຽນ, ກຳນົດທິດທາງ, ມາດຕະການໃຫຍ່ ເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ເໝາະສົມກັບຜົນປະໂຫຍດ ແລະຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ, ສອດຄ່ອງກັບຂໍ້ກຳນົດທີ່ກ່ຽວຂ້ອງ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະ ໃນໂລກ.

leftcenterrightdel
ບັນດາສະຫາຍການນໍາ ສົ່ງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ສະໜາມບິນສາກົນພຽງຢາງ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 10 ຕຸລາ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມພິທີເດີນຂະບວນສວນສະໜາມ ສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ (10/10/1945 - 10/10/2025) ເຊິ່ງຖືກຈັດຂຶ້ນຢູ່ສະໜາມຫຼວງ Kim Il Sung, ນະຄອນຫຼວງ ພຽງຢາງ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ