ຫວຽດນາມ ຍາມໃດກໍ່ຊົມເຊີຍ ແລະອຳນວຍຄວາມສະດວກທີ່ສຸດໃຫ້ວິສາຫະກິດເຢຍລະມັນ ການເຄື່ອນໄຫວຮ່ວມມື, ລົງທຶນ, ທຳມາຫາກິນຢ່າງມີປະສິດທິຜົນ, ຍາວນານຢູ່ຫວຽດນາມ. ນີ້ແມ່ນຄໍາຢືນຢັນຂອງທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການ ທີ່ການຕ້ອນຮັບທ່ານ ປອ Kambiz Ghawami ປະທານອົງການໜູນຊ່ວຍມະຫາວິທະຍາໄລໂລກ, ສາທາລະນະລັດສະຫະພັນເຢຍລະມັນ (WUS), ຜູ້ຕາງໜ້າລັດ Hessen, ໃນຕອນເຊົ້າວັນທີ 3 ຕຸລາ, ຢູ່ສຳນັກງານນາຍົກລັດຖະມົນຕີ.

leftcenterrightdel
ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການ ຕ້ອນຮັບທ່ານ ປອ Kambiz Ghawami ປະທານອົງການໜູນຊ່ວຍມະຫາວິທະຍາໄລໂລກ,  ສາທາລະນະລັດສະຫະພັນເຢຍລະມັນ (WUS). ພາບ: ຫງວຽນຮວ່າງ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ກໍ່ປາດຖະໜາວ່າ ທ່ານ ປອ Kambiz Ghawami ແລະອົງການ WUS ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໜູນຊ່ວຍ, ຮັດແໜ້ນການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະເຢຍລະມັນ ແລະລັດ Hessen; ແນະນຳ, ໂຄສະນາ, ສົ່ງເສີມ, ຮຽກຮ້ອງນັກລົງທຶນຈາກເຢຍລະມັນ ເຂົ້າມາຫວຽດນາມ, ພິເສດແມ່ນນັກລົງທຶນດ້ານການເງິນເຂົ້າຮ່ວມສູນການເງິນສາກົນຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ດ້ວຍຄວາມຄາດຫວັງພັດທະນາ, ຫວຽດນາມ ຄວນມີແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຫຼາຍຂົງເຂດ.

ສ່ວນທ່ານ ປອ Kambiz Ghawami ໃຫ້ຮູ້ວ່າ ປະຈຸບັນ, ມີຫຼາຍວິສາຫະກິດເຢຍລະມັນ ປາດຖະໜາຢາກຊອກຮູ້ກາລະໂອກາດຮ່ວມມືລົງທຶນຢູ່ຫວຽດນາມ; ພ້ອມທັງທ່ານ ປອ Kambiz Ghawami ປາດຖະໜາຢາກຊອກຮູ້ຄວາມຕ້ອງການບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອສະເໜີບັນດາຫຼັກສູດການສິດສອນ ກໍ່ຄືໃຫ້ຄຳປຶກສາໃຫ້ຫວຽດນາມ ໃນຂົງເຂດນີ້.

ໂດຍ: ເຈິ່ນຮວ່ຽນ