ການຢ້ຽມຢາມໄດ້ຢືນຢັນຄຳໝັ້ນສັນຍາຂອງອັງກິດ ໃນການໜູນຊ່ວຍຫວຽດນາມ ປະຕິບັດການຫັນປ່ຽນເສດຖະກິດ ແລະເປົ້າໝາຍພັດທະນາແບບຍືນຍົງ.

ໃນຂອບເຂດການຢ້ຽມຢາມ, ທ່ານ Matt Western ໄດ້ມີການພົບປະສອງຝ່າຍກັບທ່ານນາງ ຟານທິຖັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ;  ທ່ານນາງ ດ່າວຮົ່ງລານ ລັດຖະມົນຕີກະຊວງສາທາລະນະສຸກ ແລະທ່ານ ຫງວຽນລົກຮ່າ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ສຸມໃສ່ປຶກສາຫາລືບັນດາບຸລິມະສິດດ້ານການຄ້າ, ການຮ່ວມມືດ້ານພະລັງງານ ແລະກາລະໂອກາດໃຫ້ວິສາຫະກິດອັງກິດ ຢູ່ພື້ນຖານເສດຖະກິດຫວຽດນາມ ພວມເຕີບໂຕຢ່າງແຂງແຮງ.

leftcenterrightdel
ທ່ານ Matt Western ທູດພິເສດການຄ້າຂອງລັດຖະບານອັງກິດ ເຮັດວຽກກັບຄະນະນະໂຍບາຍ, ຍຸດທະສາດສູນກາງ. ພາບ: ສະຖານທູດອັງກິດ ປະຈໍາ ຫວຽດນາມ.

ທ່ານ Matt Western ຍັງພົບປະກັບຜູ້ຕາງໜ້າກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-ອັງກິດ ແລະຄະນະນະໂຍບາຍ, ຍຸດທະສາດສູນກາງ ເພື່ອແລກປ່ຽນກ່ຽວກັບການຂຸດຄົ້ນການຄ້າເປັນເຄື່ອງມືຮັດແໜ້ນການພົວພັນສອງຝ່າຍ, ພ້ອມທັງຫວນຄືນ 15 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ...

ທ່ານ Matt Western ແບ່ງປັນວ່າ: “ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າທີ່ຂະຫຍັນຂັນເຄື່ອນ ແລະເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຂອງອັງກິດ ຢູ່ອາຊີ. ການຢ້ຽມຢາມຄັ້ງນີ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາລວມຂອງພວກເຮົາ ສໍາລັບການເຕີບໂຕແບບຍືນຍົງ, ນະວັດຕະກໍາ ແລະການຮ່ວມມືດ້ານເສດຖະກິດຢ່າງເລິກເຊິ່ງກວ້າງຂວາງກວ່າອີກ. ອັງກິດ ພ້ອມແລ້ວທີ່ຈະກາຍເປັນຄູ່ຮ່ວມມືທີ່ໄດ້ຮັບຄັດເລືອກຂອງຫວຽດນາມ ໃນຂົງເຂດພື້ນຖານໂຄງລ່າງ, ການເງິນ, ສາທາລະນະສຸກ ແລະພະລັງງານສີຂຽວ”.

ທ່ານ Matt Western ກໍ່ເນັ້ນໜັກເຖິງຄຳໝັ້ນສັນຍາຂອງອັງກິດ ໃນການຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ພ້ອມທັງແນະນຳຂໍ້ລິເລີ່ມກ່ຽວກັບການປ່ຽນແປງໃໝ່, ການສຶກສາ ແລະການພັດທະນາແບບຍືນຍົງຂອງອັງກິດ...

ໂດຍ: ເຈິ່ນຮວ່ຽນ