ພື້ນຖານອັນໜັກແໜ້ນໃຫ້ແກ່ສາຍພົວພັນ ຫວຽດນາມ - ກູບາ

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Esteban Lazo Hernández ປະທານສະພາແຫ່ງຊາດກູບາ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຈະຄຽງບ່າຄຽງໄຫຼ່ພ້ອມກັບກູບາ ສືບຕໍ່ຮັດແໜ້ນສາຍພົວພັນອ້າຍນ້ອງທີ່ເປັນແບບຢ່າງ, ຄວາມສາມັກຄີສະໜິດຕິດພັນ, ສັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ: ສາຍພົວພັນລະຫວ່າງສອງພັກແມ່ນພື້ນຖານດ້ານການເມືອງ ແລະກໍານົດທິດທາງໃຫ້ແກ່ການພັດທະນາການຮ່ວມມືສອງຝ່າຍໃນທຸກຂົງເຂດ; ສະເໜີສະພາແຫ່ງຊາດກູບາ ສືບຕໍ່ໃຫ້ບຸລິມະສິດໜູນຊ່ວຍການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ສ້າງເງື່ອນໄຂສະດວກໃຫ້ບັນດາໂຄງການຮ່ວມມືດ້ານກະສິກຳ, ພະລັງງານທົດແທນ, ເຕັກໂນໂລຊີຊີວະພາບ ແລະການຢາ, ຮັບໃຊ້ກິດຈະການພັດທະນາຂອງສອງປະເທດ. ພ້ອມກັນນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນເພີ່ມທະວີການແລກປ່ຽນທິດສະດີ ແລະປະສົບການຕົວຈິງ, ພິເສດແມ່ນໃນສະພາບການທີ່ຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະ ກູບາ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IX ຂອງພັກໃນປີ 2026.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນຂອງຫວຽດນາມ ແລະກູບາ ທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານ Esteban Lazo Hernandez ສະແດງຄວາມຂອບໃຈຝ່າຍຫວຽດນາມ ທີ່ໄດ້ສະໜັບສະໜູນ ແລະໜູນຊ່ວຍ ກູບາ ໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກຄືໃນປະຈຸບັນ, ຕີລາຄາສູງໝາກຜົນການໜູນຊ່ວຍ ແລະການຮ່ວມມືຂອງຫວຽດນາມ ໃນການຍົກສູງກຳລັງການຜະລິດກະສິກຳ, ມຸ່ງໄປເຖິງການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໃຫ້ກູບາ, ຢືນຢັນວ່າ ພັກ, ລັດ ແລະ ສະພາແຫ່ງຊາດກູບາ ຍາມໃດກໍ່ເອົາໃຈໃສ່ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຫວຽດນາມ ດຳເນີນທຸລະກິດ ແລະລົງທຶນ ຢູ່ກູບາ ແລະເຊື່ອໝັ້ນວ່າຈະດຶງດູດວິສາຫະກິດຫວຽດນາມ ມາລົງທຶນຢູ່ກູບາ ຫຼາຍຕື່ມອີກ.

ຍົກສູງປະສິດທິຜົນກົນໄກຮ່ວມມືລະຫວ່າງສອງປະເທດ

ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເປັນປະທານຮ່ວມວາລະກອງປະຊຸມ ຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາຫວຽດນາມ - ກູບາ, ຕອນບ່າຍວັນທີ 1 ຕຸລາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ Esteban Lazo Hernández ປະທານສະພາແຫ່ງຊາດກູບາ ໄດ້ມີການພົບປະກັບທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ  Esteban Lazo Hernández ປະທານສະພາແຫ່ງຊາດກູບາ. ພາບ: qdnd.vn

ທີ່ການພົບປະ, ທ່ານ Esteban Lazo Hernandez ສະແດງຄວາມປາດຖະໜາຢາກສືບຕໍ່ແລກປ່ຽນບົດຮຽນປະສົບການທີ່ຖອນຖອນໄດ້ໃນວິວັດການພັດທະນາຂອງແຕ່ລະປະເທດກັບຫວຽດນາມ, ພິເສດແມ່ນວິວັດການປ່ຽນແປງໃໝ່ ຢູ່ຫວຽດນາມ ແລະ ບັນດາແຜນນະໂຍບາຍ, ນະໂຍບາຍພັດທະນາທີ່ມີລັກສະນະຍຸດທະສາດ ເຊິ່ງພັກ, ລັດ ຫວຽດນາມ ພວມຜັນຂະຫຍາຍປະຕິບັດ. ສ່ວນທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ ຈະສືບຕໍ່ຜັນຂະຫຍາຍບັນດາມາດຕະການແນໃສ່ໜູນຊ່ວຍ ກູບາ ຢ່າງແທດຈິງ ແລະລະອຽດ, ພິເສດແມ່ນບັນດາໂຄງການກະສິກຳຕາມຮູບແບບຂອງວິສາຫະກິດ ເພື່ອແນໃສ່ໜູນຊ່ວຍການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານຢູ່ ກູບາ, ກໍ່ຄື ບັນດາຂົງເຂດສໍາຄັນອື່ນອີກ ກ່ຽວກັບພະລັງງານ ແລະ ເຕັກໂນໂລຊີຊີວະພາບ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ການນຳສອງທ່ານ ຍັງເຫັນດີເປັນເອກະສັນສືບຕໍ່ສົມທົບກັນຜັນຂະຫຍາຍການເຄື່ອນໄຫວສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, “ປີມິດຕະພາບຫວຽດນາມ - ກູບາ” (2/12/1960 – 2/12/2025); ສ້າງເງື່ອນໄຂສະດວກ ແລະສົ່ງເສີມເປີດກວ້າງການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງ ແລະວິສາຫະກິດຂອງສອງປະເທດເຂົ້າໃນວິວັດການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ; ສຸມໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນ ໂດຍສະເພາະແມ່ນໃນຂົງເຂດຮ່ວມມືຍຸດທະສາດທີ່ການນຳຂັ້ນສູງຂອງສອງປະເທດໄດ້ເຫັນດີເປັນເອກະພາບ ກໍຄືຂະຫຍາຍໄປສູ່ບັນດາຂົງເຂດທີ່ມີຄວາມສາມາດບ່ົມຊ້ອນອື່ນອີກ.

ວາລະກອງປະຊຸມ ຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາຫວຽດນາມ - ກູບາ

ຕອນເຊົ້າວັນທີ 1 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ  ແລະ ທ່ານ Esteban Lazo Hernández ປະທານສະພາແຫ່ງຊາດກູບາ ໄດ້ເປັນປະທານຮ່ວມວາລະກອງປະຊຸມ ຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ - ກູບາ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ  Esteban Lazo Hernández ປະທານສະພາແຫ່ງຊາດກູບາ ເປັນປະທານຮ່ວມວາລະກອງປະຊຸມ ຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາຫວຽດນາມ-ກູບາ. ພາບ: qdnd.vn

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນ ແລະແບ່ງປັນບົດຮຽນຂອງແຕ່ລະຝ່າຍ ໃນການກໍ່ສ້າງ ແລະປັບປຸງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ເພື່ອສົ່ງເສີມການພັດທະນາຂອງວິສາຫະກິດ, ດຶງດູດການລົງທຶນຈາກຕ່າງປະເທດ, ໝູນໃຊ້ເຕັກໂນໂລຊີເຂົ້າໃນການຜະລິດກະສິກຳ, ການຮ່ວມມືໃນຂົງເຂດເຕັກໂນໂລຊີຊີວະພາບ, ການແພດທີ່ເໝາະສົມກັບເງື່ອນໄຂ ແລະສະພາບການລະອຽດຂອງແຕ່ລະປະເທດ; ຕີລາຄາໝາກຜົນທີ່ບັນລຸໄດ້ ແລະວາງອອກມາດຕະການຍົກສູງປະສິດທິຜົນການປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງສອງປະເທດ. ສອງຝ່າຍຢັ້ງຢືນ ຈະສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນຊ່ອງທາງລັດຖະສະພາ ທັງໃນລະດັບສອງຝ່າຍ ກໍ່ຄືຢູ່ໃນບັນດາເວທີປາໄສລັດຖະສະພາສາກົນ ແລະພາກພື້ນ ເຊິ່ງສອງສະພາແຫ່ງຊາດເປັນສະມາຊິກ; ສືບຕໍ່ພິຈາລະນາຄວາມສາມາດສົມທົບກັນຕິດຕາມກວດກາ ເພື່ອແນໃສ່ຍົກສູງປະສິດທິຜົນການປະຕິບັດຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງສອງປະເທດ.

leftcenterrightdel
ບັນຍາກາດທີ່ວາລະກອງປະຊຸມ. ພາບ: qdnd.vn

ການນໍາສອງທ່ານຍັງເຫັນດີເພີ່ມທະວີທາບທາມຄໍາເຫັນໃນການສ້າງກົດໝາຍ, ອຳນວຍຄວາມສະດວກໃຫ້ການປະຕິບັດຄຳໝັ້ນສັນຍາຂອງສອງຝ່າຍ, ສົມທົບກັນກໍ່ສ້າງ, ປັບປຸງບັນດາກົນໄກພິເສດສະເພາະ, ຊຸກຍູ້ວິສາຫະກິດຫວຽດນາມ ຂະຫຍາຍການລົງທຶນ ຢູ່ກູບາ, ພິເສດແມ່ນຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ແນໃສ່ແລກປ່ຽນບົດຮຽນປະສົບການ, ໜູນຊ່ວຍເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Esteban Lazo Hernández ປະທານສະພາແຫ່ງຊາດກູບາ ພ້ອມດ້ວຍບັນດາຜູ້ແທນ. ພາບ: qdnd.vn

ສິ້ນສຸດວາລະກອງປະຊຸມ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມຮັບຮູ້ໝາກຜົນວາລະກອງປະຊຸມ ຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ - ກູບາ; ໃນນັ້ນໄດ້ເຫັນດີເປັນເອກະສັນວ່າ ວາລະກອງປະຊຸມ ຄັ້ງທີ 3 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາຫວຽດນາມ-ກູບາ ຈະຈັດຂຶ້ນຢູ່ La Habana (ກູບາ).

ໂດຍ: ທູຈາງ