ການຮ່ວມມືລະຫວ່າງ ຫວຽດນາມ-ຕວກກີ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ
ກປ.ອອນໄລ - ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ນໍາໂດຍທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໄປຢ້ຽມຢາມຕວກກີ ຢ່າງເປັນທາງການ ໃນລະຫວ່າງວັນທີ 25-29 ກັນຍາ.
ທີ່ການພົບປະສອງຝ່າຍກັບທ່ານ Celal Adan ຮອງປະທານສະພາແຫ່ງຊາດຕວກກີ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ມຸ່ງໄປເຖິງການຍົກລະດັບການພົວພັນ ຫວຽດນາມ-ຕວກກີ ຂຶ້ນສູ່ຂອບເຂດຄູ່ຮ່ວມມືໃໝ່, ສ້າງພະລັງແຮງໃຫ້ການຮ່ວມມືສອງຝ່າຍ; ເຫັນດີເປັນເອກະພາບຄວນຍູ້ແຮງການຮ່ວມມືໃນຂົງເຂດການຄ້າ-ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ, ການເຊື່ອມຕໍ່ວັດທະນະທຳ... ຫວຽດນາມ ພ້ອມທີ່ຈະເປັນປະຕູເພື່ອໃຫ້ ຕວກກີ ເຂົ້າເຖິງຕະຫຼາດອາຊຽນ ໃນຂະນະທີ່ ຕວກກີ ພ້ອມທີ່ຈະເປັນຂົວເຊື່ອມຕໍ່ໃຫ້ສິນຄ້າຫວຽດນາມ ເຂົ້າສູ່ຕະຫຼາດຕາເວັນອອກກາງ, ເອີຣົບ ແລະອາຟຣິກາ.
    |
 |
ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ ພົບປະສອງຝ່າຍກັບທ່ານ Celal Adan ຮອງປະທານສະພາແຫ່ງຊາດ ຕວກກີ. ພາບ: ກະຊວງການຕ່າງປະເທດຫວຽດນາມ |
ສອງຝ່າຍກໍ່ເຫັນດີເປັນເອກະພາບຄວນເພີ່ມທະວີການຮ່ວມມືໃນຊ່ອງທາງລັດຖະສະພາ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະລະຫວ່າງບັນດາສະມາຊິກລັດຖະສະພາ ແລະອົງການວິຊາການທຸກຂັ້ນ, ແລກປ່ຽນບົດຮຽນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ຄື: ການຫັນເປັນດີຈີຕອນ, ການປະຕິຮູບດ້ານບໍລິຫານ..., ເສີມຂະຫຍາຍບົດບາດຂອງກຸ່ມສະມາຊິກລັດຖະສະພາມິດຕະພາບແຕ່ລະປະເທດ, ເພີ່ມທະວີການພົບປະ, ທາບທາມຄວາມເຫັນ, ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສລັດຖະສະພາຫຼາຍຟ່າຍ.
* ທີ່ການພົບປະກັບທ່ານ Cevdet Yilmaz ຮອງປະທານາທິບໍດີຕວກກີ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາວ່າ ການພົວພັນ ຫວຽດນາມ-ຕວກກີ ພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ ແລະການຮ່ວມມືສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ; ສະເໜີຊຸກຍູ້ການພົວພັນສອງຝ່າຍຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະເປີດກວ້າງຊ່ອງທາງການຮ່ວມມືຈາກຊ່ອງທາງພັກ, ສະພາແຫ່ງຊາດ, ລັດຖະບານ ເຖິງຊ່ອງທາງປະຊາຊົນ, ພ້ອມທັງສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ຄື: ຄະນະກຳມະການປະສົມເສດຖະກິດ-ການຄ້າ ແລະການທາບທາມຄວາມເຫັນດ້ານການເມືອງຢ່າງມີປະສິດທິຜົນ.
ໂດຍ: ຈາງຫງວຽນ