ທ່ານນາຍົກລັດຖະມົນຕີເຂົ້າຮ່ວມວາລະປະຊຸມທີ 2 ຂອງຄະນະຊີ້ນຳສູນກາງກ່ຽວກັບນະໂຍບາຍເຮືອນຢູ່
ຕອນເຊົ້າວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບນະໂຍບາຍເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະສັບໄດ້ຈັດວາລະປະຊຸມທີ 2 ດ້ວຍເນື້ອໃນກ່ຽວກັບການພັດທະນາເຮືອນຢູ່ສັງຄົມ.
ກ່າວຄຳເຫັນນະທີ່ນີ້, ທ່ານ ຟ້າມມິນຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ: ທີໜຶ່ງແມ່ນມາດຕະການເພີ່ມແຫຼ່ງສະໜອງເຮືອນຢູ່ສັງຄົມ, ເຮືອນຢູ່ການຄ້າມີລາຄາເໝາະສົມ. ມາດຕະການທີ 2 ແມ່ນຫຼຸດຜ່ອນຄ່າໃຊ້ຈາຍການລົງທຶນ ເພື່ອຫຼຸດຜ່ອນລາຄາຜະລິດຕະພັນ. ທີ 3 ແມ່ນຕ້ອງມີນະໂຍບາຍພາສີອາກອນທີ່ສອດຄ່ອງເພື່ອສະກັດກັ້ນການກັກຕຸນ, ເພີ່ມລາຄາສູງເມື່ອທຽບກັບລາຄາສະເລ່ຍຂອງຕະຫຼາດ. ກ່ຽວກັບນະໂຍບາຍສິນເຊື່ອເຮັດແນວໃດເພື່ອປັບປຸງ, ບຸລິມະສິດ, ຈັດແຫຼ່ງທຶນເຂົ້າໃນເຮືອນຢູ່ສັງຄົມ ແລະບັນດາເປົ້າໝາຍທີ່ມີຄວາມຕ້ອງການຊື້ເຮືອນຢູ່ສັງຄົມ, ເຮືອນຢູ່ການຄ້າມີລາຄາເໝາະສົມ.
ແຫຼ່ງຄັດຈາກ: vovworld.vn