ພັນຕີ ເລວີງຮວ່າງ ມີຄວາມເປັນກຽດໄດ້ຮັບການຈັດສົ່ງເຂົ້າຮ່ວມການເຄື່ອນໄຫວ ຮັກສາສັນຕິພາບ ສປຊ ໃນຄັ້ງນີ້ແທນໃຫ້ຮ້ອຍເອກພິເສດ ຈູຕວ໊ນລີງ ທີ່ດໍາລົງຕໍາແໜ່ງເປັນຜູ້ສັງເກດການທະຫານທີ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ (UNMISS).

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອວຍພອນພັນຕີ ເລວີງຮວ່າງ ກຽມພ້ອມເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້, ພ້ອມທັງຮັບຮູ້ ແລະຍ້ອງຍໍຊົມເຊີຍກົມຮັກສາສັນຕິພາບຫວຽດນາມ ພ້ອມກັບບັນດາກົມກອງທີ່ກ່ຽວຂ້ອງໄດ້ປະຕິບັດວຽກງານກະກຽມ, ຝຶກແອບ ແລະບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ໜ້າທີ່ສຳຄັນນີ້.

leftcenterrightdel
ບັນຍາກາດທີ່ການມອບຂໍ້ຕົກລົງຂອງປະທານປະເທດ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ແກ່ນາຍທະຫານໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງກຳລັງຄວາມສາມາດ ແລະປະສົບການຂອງພັນຕີ ເລວີງຮວ່າງ ເຊິ່ງແມ່ນຜູ້ທີ່ໄດ້ເຂົ້າຮ່ວມຊຸດຝຶກອົບຮົມຫຼາຍຊຸດກ່ຽວກັບການຮັກສາສັນຕິພາບຂອງ ສປຊ, ພ້ອມທັງມີປະສົບການ 1 ປີໃນການປະຕິບັດໜ້າທີ່ນາຍທະຫານວິເຄາະຂ່າວລັບ ຢູ່ຄະນະປະຕິບັດງານ ສ.ອາຟຣິກາກາງ (MINUSCA). ກ່ອນໜ້ານີ້, ພັນຕີ ເລວີງຮວ່າງ ປະຕິບັດງານທີ່ກອງພົນນ້ອຍ 229, ເຫຼົ່າຮົບຊ່າງແສງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ພັນຕີ ເລວີງຮວ່າງ ເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນຫວຽດນາມ, ກໍາລັງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ຕັດສິນໃຈປະຕິບັດໜ້າທີ່ໃຫ້ບັນລຸໝາກຜົນສູງສຸດ, ປະກອບສ່ວນຢັ້ງຢືນຄຸດທາດ, ສະຕິປັນຍາຂອງທະຫານລຸງໂຮ່ ໃນສະພາບແວດລ້ອມແຫ່ງການເຮັດວຽກສາກົນ ແລະຫຼາຍປະເທດ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂໍ້ຕົກລົງໃຫ້ພັນຕີ ເລວີງຮວ່າງ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ທ່ານພົນໂທ ຮ່ວາງຊວນຈ໊ຽນ ຍັງຮຽກຮ້ອງໃຫ້ກົມຮັກສາສັນຕິພາບຫວຽດນາມ ສືບຕໍ່ເພີ່ມທະວີວຽກງານຄັດເລືອກບຸກຄະລາກອນ, ກະກຽມກຳລັງປ່ຽນແທນ ເພື່ອຮັບປະກັນຖືກກັບຂັ້ນຕອນ, ແໜ້ນແຟ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.

ໂດຍ: ທູຈາງ