ນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດ GE Vernova (ອາເມລິກາ) ເປີດກວ້າງການລົງທຶນເຂົ້າໂຄງການກໍ່ສ້າງໂຮງງານ ແລະຕາໜ່າງໄຟຟ້າຢູ່ ຫວຽດນາມ
ຕອນເຊົ້າວັນທີ 30 ກັນຍາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງ Maria Zingoni ຜູ້ອຳນວຍການຝ່າຍບໍລິຫານຮັບຜິດຊອບແຫຼ່ງໄຟຟ້າຂອງບໍລິສັດ GE Vernova (ອາເມລິກາ) ແລະບັນດາຄູ່ຮ່ວມງານຂອງບໍລິສັດ, ເຊິ່ງພວມຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ.