ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືໃນທຸກຂົງເຂດກັບອົດສະຕາລີ
ກປ.ອອນໄລ - ໂດຍປະຕິບັດລາຍການເຄື່ອນໄຫວພົວພັນຕ່າງປະເທດ, ສະຫາຍ ຫງວຽນຈ້ອງເຫງ້ຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ແລະຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ໄດ້ໄປຢ້ຽມຢາມອົດສະຕາລີ.
ຕອນບ່າຍວັນທີ 17 ກັນຍາ, ສະຫາຍ ຫງວຽນຈ້ອງເຫງ້ຍ ໄດ້ມີການພົບປະກັບທ່ານ Matthew Thistlethwaite ລັດຖະມົນຕີກະຊວງການຕ່າງປະເທດ ແລະການຄ້າ, ທັງເປັນລັດຖະມົນຕີຄົນເຂົ້າເມືອງອົດສະຕາລີ, ທ່ານ Vinnie Molina ປະທານພັກກອມມູນິດອົດສະຕາລີ ແລະທ່ານ Kim Samson ປະທານສະມາຄົມມິດຕະພາບ ອົດສະຕາລີ-ຫວຽດນາມ; ໄປຢ້ຽມຢາມ ແລະພົບປະໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈໍາ ອົດສະຕາລີ.
ທ່ານລັດຖະມົນຕີ Matthew Thistlethwaite ຢືນຢັນວ່າ ອົດສະຕາລີ ປາດຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອຊຸກຍູ້ການຄ້າເສລີ ແລະຄວາມເປັນລະບຽບຮຽບຮ້ອຍສາກົນອີງໃສ່ກົດໝາຍ, ປັບປຸງບົດບາດຂອງອົງການການຄ້າໂລກ (WTO). ທ່ານລັດຖະມົນຕີ Matthew Thistlethwaite ຕີລາຄາສູງການຮ່ວມມືດ້ານປ້ອງກັນຊາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດ ບົນພື້ນຖານຂໍ້ຕົກລົງຄູ່ຮ່ວມມືຮັກສາສັນຕິພາບ ທີ່ໄດ້ລົງນາມໃນປີ 2024, ເຊີດຊູບົດບາດຂອງຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.
    |
 |
ສະຫາຍ ຫງວຽນຈ້ອງເຫງ້ຍ ແລະທ່ານ Matthew Thistlethwaite. ພາບ: ສໍານັກຂ່າວສານຫວຽດນາມ |
ສະຫາຍ ຫງວຽນຈ້ອງເຫງ້ຍ ຢືນຢັນວ່າ ພັກ, ລັດຖະບານຫວຽດນາມ ຖືເປັນສຳຄັນທີ່ຕັ້ງ, ບົດບາດຂອງອົດສະຕາລີ, ປາດຖະໜາຢາກເພີ່ມທະວີການຮ່ວມມືໃນທຸກຂົງເຂດກັບອົດສະຕາລີ, ສະເໜີສອງຝ່າຍສົມທົບກັນຢ່າງຕັ້ງໜ້າ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ແນໃສ່ນຳຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ.
ທ່ານປະທານສະມາຄົມມິດຕະພາບ ອົດສະຕາລີ-ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຊຸກຍູ້ການພົວພັນມິດຕະພາບປະຊາຊົນກັບຫວຽດນາມ, ໃນນັ້ນ ມີການແຈ້ງຂ່າວກ່ຽວກັບຜົນງານພັດທະນາຂອງຫວຽດນາມ. ສະຫາຍ Vinnie Molina ປະທານພັກກອມມູນິດອົດສະຕາລີ ໄດ້ສະແດງຄວາມນິຍົມນັບຖືປະຊາຊົນຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ ໃນເມື່ອກ່ອນ ແລະອວຍພອນບັນດາຜົນງານທີ່ບັນລຸໄດ້ໃນກິດຈະການສ້າງສາສັງຄົມນິຍົມໃນປະຈຸບັນ.
ທີ່ການເຮັດວຽກກັບສະຖານທູດຫວຽດນາມ ປະຈຳອົດສະຕາລີ, ສະຫາຍ ຫງວຽນຈ້ອງເຫງ້ຍ ສະເໜີພະນັກງານ, ສະມາຊິກພັກສະຖານທູດ ເສີມຂະຫຍາຍຄວາມສາມັກຄີ, ເພີ່ມທະວີການເປັນເຈົ້າການ ແລະຄວາມຮັບຜິດຊອບໃນການສົມທົບກັບບັນດາອົງການ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອົດສະຕາລີ ພັດທະນາຢ່າງແຂງແຮງກວ່າ, ນຳມາເຊິ່ງຜົນປະໂຫຍດແທດຈິງ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງປະເທດໃນໄລຍະພັດທະນາໃໝ່.
ໂດຍ: ໄຊນີດາ