ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິ໊ງ ໃຫ້ຮູ້ວ່າ ງານຕະຫຼາດນັດ CAEXPO ແລະກອງປະຊຸມ CABIS ພາຍຫຼັງການຈັດຕັ້ງ 21 ຄັ້ງ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ, ຮ່ວມມື ແລະກາຍເປັນສັນຍາລັກແຫ່ງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງຈີນ ແລະອາຊຽນ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ບັນດາປະເທດອາຊຽນ, ໃນນັ້ນມີ ຫວຽດນາມ ຍາມໃດກໍ່ຮັບຮູ້ການປະກອບສ່ວນສຳຄັນຂອງຈີນ ໃນການຊຸກຍູ້ການຮ່ວມມື ແລະຄວາມຈະເລີນຮຸ່ງເຮືອງລວມຢູ່ພາກພື້ນ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິ໊ງ ກ່າວຄໍາເຫັນທີ່ພິທີໄຂ. ພາບ: ສໍານັກຂ່າວສານຫວຽດນາມ

ປະຈຸບັນຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 4 ຂອງຈີນ. ການລົງທຶນ FDI ຈາກຈີນ ເຂົ້າຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຂງແຮງໃນຊຸມປີມໍ່ໆມານີ້. ການເຊື່ອມຕໍ່ຍຸດທະສາດ ແລະການເຊື່ອມຕໍ່ຄົມມະນາຄົມ, ເປັນຕົ້ນແມ່ນການຮ່ວມມືທາງລົດໄຟ, ໄດ້ຮັບການຍູ້ແຮງ ແລະໃນອະນາຄົດຈະສ້າງຄວາມສະດວກກວ່າອີກໃຫ້ແກ່ການແລກປ່ຽນສິນຄ້າ ກໍ່ຄື ການໄປມາຂອງປະຊາຊົນລະຫວ່າງຈີນ ແລະຫວຽດນາມ ເວົ້າສະເພາະ ກໍ່ຄື ຈີນ ແລະອາຊຽນ ເວົ້າລວມ.

ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ມີຄວາມພາກພູມໃຈທີ່ເປັນສະມາຊິກທີ່ຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງ 21 ຄັ້ງ CAEXPO ແລະ CABIS ທີ່ຜ່ານມາ.

ທີ່ງານຕະຫຼາດນັດຄັ້ງນີ້, ຫວຽດນາມ ສືບຕໍ່ມີວິສາຫະກິດເປັນຈຳນວນຫຼວງຫຼາຍເຂົ້າຮ່ວມດ້ວຍຮ້ານວາງສະແດງເກືອບ 200 ຮ້ານ, ແນະນໍາບັນດາຜະລິດຕະພັນທີ່ຫຼາກຫຼາຍ, ມີຄຸນນະພາບສູງໃນຂົງເຂດ ເຊິ່ງຫວຽດນາມ ທີ່ມີທ່າແຮງ ແລະແທດເໝາະກັບຕະຫຼາດຈີນ ກໍ່ຄືບັນດາປະເທດໃນອາຊຽນ ຄື: ຜະລິດຕະພັນກະເສດ, ອາຫານປຸງແຕ່ງ, ເຄື່ອງອຸປະໂພກ, ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງຫັດຖະກໍາ...

* ວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິ໊ງ ໄດ້ເຂົ້າຮ່ວມການເຈລະຈາໂຕະມົນລະຫວ່າງລັດຖະບານຫວຽດນາມ ກັບຜູ້ອໍານວຍການບໍລິຫານບັນດາວິສາຫະກິດຈີນ ໃນຂອບເຂດ CAEXPO ແລະ CABIS ຄັ້ງທີ 22.

ໂດຍ: ເຈິ່ນຮວ່ຽນ