ເຂດການເງິນລອນດອນ ສົມທົບກັບຫວຽດນາມ ພັດທະນາສູນການເງິນສາກົນ
ທ່ານ ຫງວຽນວັນທັງ ຕີລາຄາສູງການສົມທົບກັນຢ່າງຕັ້ງໜ້າຂອງບັນດາຄູ່ຮ່ວມມືຝ່າຍລາຊະອານາຈັກ ອັງກິດ ໃນການສ້າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍ ສູນການເງິນສາກົນຢູ່ຫວຽດນາມ.
    |
 |
ທ່ານ ຫງວຽນວັນທັງ ລັດຖະມົນຕີກະຊວງການເງິນຫວຽດນາມ ແລະທ່ານ Alastair King ເຈົ້າຄອງເຂດການເງິນລອນດອນ. ພາບ: mof.gov.vn |
ວັນທີ 17 ກັນຍາ, ຢູ່ນະຄອນຫຼວງລອນດອນ, ປະເທດອັງກິດ, ທ່ານ ຫງວຽນວັນທັງ ລັດຖະມົນຕີກະຊວງການເງິນຫວຽດນາມ ໄດ້ເຮັດວຽກກັບທ່ານ Alastair King ເຈົ້າຄອງເຂດການເງິນລອນດອນ.
ທີ່ການເຮັດວຽກ, ທ່ານ ຫງວຽນວັນທັງ ຕີລາຄາສູງການສົມທົບກັນຢ່າງຕັ້ງໜ້າຂອງບັນດາຄູ່ຮ່ວມມືຝ່າຍລາຊະອານາຈັກອັງກິດ ໃນການສ້າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍ ສູນການເງິນສາກົນຢູ່ຫວຽດນາມ. ພິເສດ, ເຂດການເງິນລອນດອນ ໄດ້ສະໜອງຂໍ້ມູນ, ຂໍ້ສະເໜີແນະສຳຄັນຫຼາຍຂໍ້ເພື່ອກະກຽມບັນດາເງື່ອນໄຂພື້ນຖານ ແລະສ້າງແຜນການພັດທະນາສູນການເງິນສາກົນ.
ສ່ວນທ່ານ AlastairKing, ເຈົ້າຄອງເຂດການເງິນລອນດອນ ຢືນຢັນວ່າ ເຂດການເງິນລອນດອນ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ໃຫ້ຄຳປຶກສາ ແລະຮ່ວມມື, ພິເສດແມ່ນຜ່ານ The City UK; ພ້ອມກັນນັ້ນ, ກໍ່ຊົມເຊີຍຂໍ້ສະເໜີຂອງທ່ານລັດຖະມົນຕີກະຊວງການເງິນຫວຽດນາມ ກ່ຽວກັບການນຳໃຊ້ລະບົບເຊື່ອມຕໍ່ກົດໝາຍອັງກິດ ຊ່ວຍຫຼຸດຜ່ອນລາຍຈ່າຍ ແລະແກ້ໄຂການຂັດແຍ້ງຢ່າງມີປະສິດທິຜົນ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ