ພິທີໄດ້ຮັບການຈັດຕັ້ງຜ່ານລະບົບທາງໄກທີ່ເຊື່ອມຕໍ່ລະຫວ່າງນະຄອນໂຮ່ຈີມິນ ແລະນະຄອນຫຼວງວຽງຈັນ. ທ່ານນາງ ວິໄລພອນ ແກ້ວໂພໄຊ, ຮອງປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ເຂົ້າຮ່ວມ ແລະເປັນປະທານພິທີຢູ່ລາວ. ທ່ານນາງ ຈິ້ງທິແທັງ, ຮອງປະທານຜູ້ປະຈໍາການສະຫະພັນແມ່ຍິງນະຄອນໂຮ່ຈີມິນ ໄດ້ເປັນປະທານພິທີຢູ່ຫວຽດນາມ.

leftcenterrightdel
ພິທີເປີດຊຸດຝຶກອົບຮົມທີ່ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີເປີດ, ທ່ານນາງ ວິໄລພອນ ແກ້ວໂພໄຊ, ຮອງປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍ, ຊ່ວຍເຫຼືອຢ່າງສຸດອົກສຸດໃຈຂອງສະຫະພັນແມ່ຍິງນະຄອນໂຮ່ຈີມິນ. ທ່ານນາງ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ສອງຫົວໜ່ວຍໄດ້ຮັດແໜ້ນການພົວພັນສາມັກຄີຢ່າງບໍ່ຢຸດຢັ້ງ ໂດຍຜ່ານການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມື, ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງການຈັດຕັ້ງຫຼາຍກິດຈະກຳເບິ່ງແຍງດູແລ, ໜູນຊ່ວຍການສອນວິຊາຊີບ, ຕອບສະໜອງຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງສະມາຊິກສະຫະພັນແມ່ຍິງນະຄອນຫຼວງວຽງຈັນ. ທ່ານນາງ ໄດ້ສະເໜີໃຫ້ນັກສຳມະນາກອນເອົາໃຈໃສ່ໃນການຮ່ຳຮຽນເພື່ອໃຫ້ມີສີມືການຊ່າງ, ພາຍຫຼັງກາຍເປັນຄູສອນເພື່ອແນະນໍາໃຫ້ບັນດາສະມາຊິກອື່ນໆ.

leftcenterrightdel
ພິທີເປີດຊຸດຝຶກອົບຮົມທີ່ສະຫະພັນແມ່ຍິງນະຄອນໂຮ່ຈີມິນ. ພາບ: qdnd.vn

ສ່ວນທ່ານນາງ ຈິ້ງທິແທັງ, ຮອງປະທານຜູ້ປະຈໍາການສະຫະພັນແມ່ຍິງນະຄອນໂຮ່ຈີມິນ ຫວັງວ່າ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ຈະລະດົມກໍາລັງໃຈຢ່າງເປັນປະຈໍາ, ໜູນຊ່ວຍ, ສ້າງເງື່ອນໄຂໃຫ້ຄູອາຈານຂອງຫໍວັດທະນະທຳແມ່ຍິງນະຄອນ ມີຄວາມອຸ່ນອ່ຽນໃຈປະຕິບັດງານ; ສ້າງເງື່ອນໄຂ ແລະລະດົມກໍາລັງໃຈໃຫ້ນັກສໍາມະນາກອນເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອໃຫ້ຊຸດຝຶກອົບຮົມບັນລຸໄດ້ໝາກຜົນດີທີ່ສຸດ.

ເນື່ອງໃນໂອກາດນີ້, ສະຫະພັນແມ່ຍິງນະຄອນໂຮ່ຈີມິນ ໄດ້ມອບຂອງຂວັນໃຫ້ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ແລະສູນພັດທະນາທັກສະ ແລະສະຫວັດດີການສັງຄົມ (ຂຶ້ນກັບພະແນກແຮງງານ ແລະສະຫວັດດີການສັງຄົມ).

ໂດຍ: ຈາງຫງວຽນ