ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານລາວ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະທ່ານ ເຈິ່ນວັນຕຸ໊ຍ ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ເປັນປະທານຮ່ວມກອງປະຊຸມ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-ລາວ ກ່າວຄໍາເຫັນທີ່ພິທີໄຂ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນໄຂພິທີ, ທ່ານ ເຈິ່ນວັນຕຸ໊ຍ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຕີລາຄາວ່າ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະສະມາຄົມມິດຕະພາບຫວຽດນາມ-ລາວ ສົມທົບກັບສະມາຄົມມິດຕະພາບລາວ-ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວກິດຈະກຳມິດຕະພາບທີ່ມີຄວາມໝາຍ, ມີປະສິດທິຜົນ, ມີກຳລັງແຜ່ຂະຫຍາຍໃຫ້ປະຊາຊົນສອງປະເທດ ຢ່າງເລິກເຊິ່ງກວ້າງຂວາງ. ບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນການເຮັດໃຫ້ເນື້ອໃນຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ອຸດົມສົມບູນຂຶ້ນຕື່ມ, ປັບປຸງ, ພັດທະນາພື້ນຖານປະຊາຊົນໃຫ້ໝັ້ນແກ່ນແກ່ການພົວພັນ ຫວຽດນາມ-ລາວ ໃນປັດຈຸບັນ ແລະພາຍພາກໜ້າ.

leftcenterrightdel
ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານລາວ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ກ່າວຄໍາເຫັນທີ່ພິທີໄຂ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ບັນດາຜູ້ແທນສອງປະເທດ ໄດ້ປຶກສາຫາລື, ແບ່ງປັນບົດຮຽນ, ປະສົບການເຄື່ອນໄຫວ, ພ້ອມທັງມີຫຼາຍຂໍ້ສະເໜີເພື່ອໃຫ້ການເຄື່ອນໄຫວກິດຈະກຳມິດຕະພາບປະຊາຊົນ ນັບມື້ນັບອຸດົມສົມບູນ, ແທດຈິງ ແລະເຂົ້າເຖິງປະຊາຊົນທຸກຊັ້ນວັນນະຂອງທັງສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ.

ທ່ານ ບໍ່ວຽງຄໍາ ວົງດາລາ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຫວັງວ່າ ໃນໄລຍະຈະມາເຖິງບັນດາອົງການຈັດຕັ້ງມິດຕະພາບສອງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າກໍ່ສ້າງ ແລະຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບດ້ວຍເນື້ອໃນອຸດົມສົມບູນ, ຫຼາກຫຼາຍຮູບແບບ, ແທດຈິງ, ເຂົ້າສູ່ລວງເລິກ ແລະເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

leftcenterrightdel
ຜູ້ແທນສອງປະເທດ ຫວຽດນາມ-ລາວ ຖ່າຍຮູບເປັນທີ່ລະນຶກທີ່ພິທີໄຂ. ພາບ: ສໍານັກຂ່າວສານຫວຽດນາມ.

ຕີລາຄາສູງເນື້ອໃນບົດປະກອບຄໍາເຫັນທີ່ກອງປະຊຸມ, ທ່ານ ເຈິ່ນວັນຕຸ໊ຍ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຢັ້ງຢືນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ; ລາວ-ຫວຽດນາມ ແມ່ນຊັບສົມບັດອັນລໍ້າຄ່າຂອງສອງຊາດ ໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ພ້ອມດ້ວຍການນໍາ ແລະປະຊາຊົນສອງປະເທດຮຸ່ນຕ່າງໆ ໄດ້ເພີ່ມພູນຄູນສ້າງ. ສາຍພົວພັນພິເສດ ຫວຽດນາມ-ລາວ ຄວນສືບຕໍ່ໄດ້ຮັບການເສີມສ້າງ, ເຮັດໃຫ້ເລິກເຊິ່ງຂຶ້ນຕື່ມຈາກຮຸ່ນຕ່າງໆ ຂອງສອງປະເທດ; ຊຸກຍູ້ການພົວພັນມິດຕະພາບແບບພິເສດນີ້ຂຶ້ນຕື່ມ. ສອງຝ່າຍຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ກໍແມ່ນແນໃສ່ແບກຫາບພາລະກໍາເປັນຂົວເຊື່ອມຕໍ່ມິດຕະພາບ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນ ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ - ຄືດັ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ: “ເຖິງວ່າໂລກ ມີການປ່ຽນແປງຄືແນວໃດ ກໍຕາມ ແຕ່ພວກເຮົາຍັງຕັດສິນໃຈພ້ອມກັນປົກປັກຮັກສາ ແລະເສີມຂະຫຍາຍສາຍພົວພັນທີ່ສັດຊື່ບໍລິສຸດ ຫວຽດນາມ-ລາວ ຕາມຄວາມມຸ່ງມາດປາດຖະໜາຂອງປະທານ ໄກສອນ ພົມວິຫານ ທີ່ວ່າ “ພູເຂົາ ອາດຈະເຊາະເຈື່ອນ ແມ່ນໍ້າອາດຈະເຫືອດແຫ້ງ ແຕ່ນ້ຳໃຈ ລາວ - ຫວຽດນາມ ຈະຍືນຍົງຄົງຕົວກວ່າພູເຂົາ ແລະແມ່ນໍ້າ”.  

ໂດຍ: ໄຊຊະນະ