ກ່າວຄຳເຫັນທີ່ການຕ້ອນຮັບ, ສະຫາຍ ເຈິ່ນແທງເໝິ້ນ ຢືນຢັນວ່າ ສອງພັກ, ສອງລັດ ຫວຽດນາມ - ລາວ ຖືເປັນສຳຄັນວຽກງານການທູດປະຊາຊົນ, ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການເຄື່ອນໄຫວຂອງສະມາຄົມມິດຕະພາບຂອງສອງປະເທດ. 

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ສະຫາຍ ເຈິ່ນແທງເໝິ້ນ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ບັນດາອົງການຈັດຕັ້ງມິດຕະພາບຂອງສອງປະເທດ ຈະສືບຕໍ່ມີຂໍ້ລິເລີ່ມ, ຈັດຕັ້ງການເຄື່ອນໄຫວດ້ວຍຫຼາຍຮູບຫຼາຍແບບ ແລະມີເນື້ອໃນອຸດົມສົມບູນ, ຫຼາຍຮູບຫຼາຍແບບຕື່ມອີກ ເພື່ອແນໃສ່ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ. 

ຕາງໜ້າໃຫ້ຄະນະຜູ້ແທນປະຊາຊົນສອງປະເທດ, ສະຫາຍ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ເນັ້ນໜັກວ່າ: ພວກຂ້າພະເຈົ້າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະພັດທະນາສາຍພົວພັນບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ - ຊັບສົມບັດອັນລໍ້າຄ່າຂອງສອງຊາດ; ຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດນີ້ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.

ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ ຄັ້ງທີ V ໄດ້ຈັດຕັ້ງແຕ່ວັນທີ 27 – 30 ກັນຍາ ຢູ່ແຂວງ ກວາງຈິ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ). ຢູ່ແຂວງກວາງຈິ, ໄດ້ດຳເນີນການເຄື່ອນໄຫວ 2 ວັນ ແຕ່ວັນທີ 27-28 ກັນຍາ. ພິທີໄຂງານມະໂຫລານໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ກັນຍາ, ຢູ່ສູນວັດທະນະທຳຮູບເງົາແຂວງ ກວາງຈິ.

ໃນຂອບເຂດໂຄງການຈະມີການເຄື່ອນໄຫວຫຼາຍຢ່າງ ຄື: ກອງປະຊຸມແລກປ່ຽນບົດຮຽນປະສົບການໃນການເຄື່ອນໄຫວມິດຕະພາບປະຊາຊົນ ຫວຽດນາມ - ລາວ; ຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດບາງແຫ່ງ, ຢ້ຽມຊົມຮ່ອງຮອຍປະຫວັດສາດການປະຕິວັດບາງແຫ່ງ;...

ໂດຍ: ທະນາພອນ