leftcenterrightdel
ສະຫາຍ ເຈິ່ນແທງເໝິ້ນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ລາວ ກ່າວຄຳເຫັນທີ່ພິທີໄຂ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີໄຂ, ສະຫາຍ ເຈິ່ນແທງເໝິ້ນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ລາວ ຢືນຢັນວ່າ: ຄວາມສາມັກຄີ, ການຮ່ວມມື ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງຫວຽດນາມ - ລາວ ແມ່ນກົດເກນພາວະວິໄສ, ເປັນປັດໄຈທີ່ມີຄວາມໝາຍເປັນຕາຍ, ແມ່ນຊັບສົມບັດລ້ຳຄ່າລວມຂອງສອງຊາດ. ໃນສະພາບການໂລກພວມມີການຜັນແປຢ່າງສັບສົນ ແລະບໍ່ສາມາດຄາດຄະເນລ່ວງໜ້າໄດ້, ພວກເຮົາຍິ່ງຮັບຮູ້ໄດ້ຄວາມໝາຍຂອງສາຍພົວພັນທີ່ໄວ້ເນື້ອເຊື່ອໃຈພິເສດ, ບໍລິສຸດຜຸດຜ່ອງລະຫວ່າງຫວຽດນາມ ແລະລາວ ຢ່າງເລິກເຊິ່ງກວ່າອີກ; ພ້ອມກັນຕັດສິນໃຈປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງ ແລະໝັ້ນຄົງໃນທຸກຂົງເຂດ. 

ສະຫາຍ ເຈິ່ນວັນຕຸ໊ຍ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ເນັ້ນໜັກວ່າ ງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ-ລາວ ແມ່ນໂອກາດເພື່ອໃຫ້ຜູ້ແທນສອງປະເທດ ພ້ອມກັນຫວນຄືນມູນເຊື້ອອັນອົງອາດກ້າຫານ ແລະນໍ້າໃຈສາມັກຄີສະໜິດຕິດພັນຫວຽດນາມ-ລາວ ໃນການຕໍ່ສູ້ປົດປ່ອຍຊາດ, ຕ້ານສັດຕູໂຕດຽວກັນ, ສົ່ງເສີມປະຊາຊົນ ແລະຄົນຮຸ່ນໜຸ່ມສອງປະເທດເສີມຂະຫຍາຍມູນເຊື້ອ, ຜ່ານຜ່າສິ່ງທ້າທາຍ, ສ້າງສາປະເທດລາວ ແລະຫວຽດນາມ ໃຫ້ກາຍເປັນປະເທດຮັ່ງມີເຂັ້ມແຂງ,  ປະຊາຊົນມີຊີວິດອີ່ມໜໍາສໍາລານສົມບູນພູນສຸກ. ງານມະໂຫລານ ກໍ່ແມ່ນໂອກາດທີ່ດີເພື່ອໃຫ້ບັນດາຜູ້ແທນແລກປ່ຽນບົດຮຽນ, ມາດຕະການ ຍູ້ແຮງການຮ່ວມມື ເພື່ອປະຕິບັດພາລະກໍາເປັນຂົວເຊື່ອມຕໍ່ມິດຕະພາບທີ່ດີ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ-ລາວ ໃຫ້ຍິ່ງໆຂຶ້ນ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າຄະນະຜູ້ແທນປະຊາຊົນລາວ, ສະຫາຍ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ເນັ້ນໜັກວ່າ, ປະຫວັດສາດແຫ່ງການພົວພັນມິດຕະພາບລາວ-ຫວຽດນາມ ໃນຫຼາຍທົດສະວັດຜ່ານມາ ໄດ້ສະແດງໃຫ້ເຫັນພະລັງຈິດໃຈວິລະຊົນ, ນໍ້າໃຈສັດຊື່ບໍລິສຸດຜຸດຜ່ອງ, ສະເໜີຕົ້ນສະເໝີປາຍ. ໃນສະພາບການໃໝ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືືຮອບດ້ານ ລາວ-ຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາທັງລວງກວ້າງ ແລະລວງເລິກ, ນໍາເອົາຜົນປະໂຫຍດທີ່ແທດຈິງ ມາໃຫ້ປະຊາຊົນສອງປະເທດ. ສະຫາຍ ຢືນຢັນວ່າ, ສະມາຄົມຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບພັກ, ລັດ ແລະປະຊາຊົນຫວຽດນາມອ້າຍນ້ອງ ຮັກສາ ແລະເສີມຂະຫຍາຍສາຍພົວພັນທີ່ຫາຍາກ, ສັດຊື່ບໍລິສຸດຜຸດຜ່ອງໃນໂລກ.

ໂດຍ: ທະນາພອນ