ເນື່ອງໃນໂອກາດນີ້, ສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ຕອບສຳພາດກ່ຽວກັບຄວາມໝາຍຂອງການໄປຢ້ຽມຢາມຄັ້ງນີ້.
ນັກຂ່າວ: ຂໍຮຽນສະຫາຍເອກອັກຄະລັດຖະທູດ, ພາຍຫຼັງຫວຽດນາມ ແລະລາວ ຈັດຕັ້ງກອງປະຊຸມໃຫຍ່ຂອງພັກ ຂອງແຕ່ລະປະເທດ ປະສົບຜົນສຳເລັດ, ການຢ້ຽມຢາມ ລາວຂອງສະຫາຍ ເຈິ່ນເກີມຕູ໋ ມີຄວາມໝາຍຄືແນວໃດຕໍ່ກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ?
ສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ຄືບັນດາສະຫາຍໄດ້ຮູ້ແລ້ວວ່າ, ການພົວພັນຫວຽດນາມ-ລາວ ແມ່ນການພົວພັນສາມັກຄີແບບພິເສດ, ຫາຍາກໃນການພົວພັນສາກົນ. ຕາມປົກປະຕິແລ້ວ ການນຳຂັ້ນສູງຂອງສອງພັກ, ສອງລັດ ເລືອກໄປຢ້ຽມຢາມກັນເປັນຄັ້ງທຳອິດ ພາຍຫຼັງດຳລົງຕຳແໜ່ງການນຳໃໝ່ ເຊິ່ງໄດ້ກາຍເປັນທຳນຽມທີ່ເປັນມູນເຊື້ອອັນດີງາມບໍ່ມີປະເທດໃດເຮັດໄດ້. ສິ່ງດັ່ງກ່າວນີ້ ໄດ້ສະແດງອອກໃຫ້ເຫັນນ້ຳໃຈສະໜິດຕິດພັນ, ບໍລິສຸດຜຸດຜ່ອງລະຫວ່າງບັນດາສະຫາຍອ້າຍນ້ອງທີ່ຮ່ວມອຸດົມການດຽວກັນ, ຮ່ວມກົກເຄົ້າເຫງົ້າກໍ, ຮ່ວມກັນສາມັກຄີ ແລະຄຽງບ່າຄຽງໄຫຼ່ຕ້ານສັດຕູໂຕດຽວກັນ, ພ້ອມກັນຮ່ວມມືຢ່າງແໜ້ນແຟ້ນໃນການສ້າງສາ ແລະພັດທະນາປະເທດຊາດ ໃຫ້ນັບມື້ນັບວັດທະນາຖາວອນ.
ການຢ້ຽມຢາມລາວ ຂອງສະຫາຍ ເຈິ່ນເກີມຕູ໋ ໄດ້ດໍາເນີນໄປໃນສະພາບທີ່ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫາກໍ່ຈັດຕັ້ງເຫດການສຳຄັນປະຫວັດສາດປະສົບຜົນສຳເລັດ, ຄືກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ, ເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ແລະພາຍຫຼັງຜົນສໍາເລັດຂອງການຢ້ຽມຢາມທາງລັດຖະກິດຂອງສອງສະຫາຍເລຂາທິການໃຫຍ່ຂອງສອງພັກ, ເປີດໄລຍະພັດທະນາໃໝ່ດ້ວຍບັນດາເປົ້າໝາຍ, ການກຳນົດທິດຍຸດທະສາດສຳຄັນ. ນີ້ກໍ່ແມ່ນການຢ້ຽມຢາມລາວ ຄັ້ງທຳອິດພາຍຫຼັງຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະສອງຝ່າຍໄດ້ເລືອກຕັ້ງການນຳຂັ້ນສູງຂອງພັກ, ລັດ ຢ່າງສົມບູນ. ສະນັ້ນ, ການຢ້ຽມຢາມຈຶ່ງມີຄວາມໝາຍດ້ານການເມືອງຢ່າງເລິກເຊິ່ງ, ສະແດງໃຫ້ເຫັນການສືບທອດ ແລະພັດທະນາຢ່າງຕໍ່ເນື່ອງຂອງການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ.
ກ່ອນອື່ນໝົດ, ການຢ້ຽມຢາມສືບຕໍ່ຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ; ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍຕໍ່ແນວທາງ, ແຜນນະໂຍບາຍຂອງພັກ, ລັດຫວຽດນາມ ວ່າ ຍາມໃດກໍ່ກຳນົດໃຫ້ເປັນບຸລິມະສິດຍຸດທະສາດແຖວໜ້າໃນການພົວພັນກັບລາວ.
ໃນສະພາບການໂລກ ແລະພາກພື້ນ ພວມມີການຜັນແປໂດຍໄວ ແລະສັບສົນ, ການຢ້ຽມຢາມຄັ້ງນີ້ ໄດ້ຢືນຢັນຄວາມສຳຄັນ ແລະຄວາມໝາຍຍຸດທະສາດຂອງການພົວພັນຫວຽດນາມ-ລາວ ຕ້ອງໄດ້ສືບຕໍ່ປັບປຸງ ແລະເພີ່ມພູນຄູນສ້າງພັດທະນາໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ.
ທີສອງ, ການຢ້ຽມຢາມແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດສຳຄັນຂອງການນຳຫຼັກແຫຼ່ງ ໄດ້ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງພັກ ໃຫ້ເລິກເຊິ່ງກວ່າເກົ່າ, ພິເສດແມ່ນໃນວຽກງານກໍ່ສ້າງ, ປັບປຸງພັກ, ສ້າງລະບົບການເມືອງ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະເປີດກວ້າງການເຊື່ອມໂຍງສາກົນ. ເລື່ອງເພີ່ມທະວີການແລກປ່ຽນທິດສະດີບໍ່ພຽງແຕ່ເປັນການຍົກສູງກຳລັງຄວາມສາມາດນຳພາເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການປັບປຸງພື້ນຖານແນວຄິດ, ຍົກສູງຄວາມສາມາດຮັບມືຍຸດທະສາດຕໍ່ໜ້າການຜັນແປຈາກພາຍນອກ.
    |
 |
|
ສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຕອບສຳພາດ. ພາບ: ສຳນັກຂ່າວສານຫວຽດນາມ |
ທີສາມ, ການຢ້ຽມຢາມແມ່ນກາລະໂອກາດ ເພື່ອໃຫ້ສອງຝ່າຍກວດກາຄືນ, ປະເມີນການຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ; ຖະແຫຼງການຮ່ວມ ກໍ່ຄືບັນດາສັນຍາສອງຝ່າຍ; ແບ່ງປັນຂໍ້ມູນຂ່າວສານ ແລະແລກປ່ຽນບົດຮຽນປະສົບການທີ່ລະອຽດ ແລະຜັນຂະຫຍາຍການກຳນົດທິດໃຫຍ່ ເຊິ່ງກອງປະຊຸມໃຫຍ່ຂອງແຕ່ລະພັກ ວາງອອກ ໃຫ້ປະກົດຜົນເປັນຈິງ. ຜ່ານການພົບປະເຈລະຈາຄັ້ງຕ່າງໆ, ສອງຝ່າຍຈະປຶກສາຫາລື ແລະເຫັນດີເປັນເອກະພາບບັນດາທິດທາງຊຸກຍູ້ການຮ່ວມມືຮອບດ້ານ ແລະເຮັດໃຫ້ເນື້ອໃນຈິດໃຈ “ຫຸ້ນສ່ວນຍຸດທະສາດ” ໃນການພົວພັນຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ.
ທີສີ່, ການຢ້ຽມຢາມຄັ້ງນີ້ ໄດ້ດໍາເນີນກົງກັບໂອກາດກ່ອນບຸນປີໃໝ່ລາວ ບໍ່ພຽງແຕ່ມີຄວາມໝາຍດ້ານການເມືອງຢ່າງເລິກເຊິ່ງເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອເພີ່ມທະວີການພົວພັນ, ນ້ຳໃຈຖານສະຫາຍອ້າຍນ້ອງທີ່ສະໜິດແໜ້ນລະຫວ່າງບັນດາສະຫາຍການນຳຂັ້ນສູງຂອງສອງພັກ, ສອງລັດ. ນີ້ກໍ່ແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາສຳລັບການພົວພັນສະໜິດແໜ້ນ ຄືອ້າຍນ້ອງຄີງ, ຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກນຳກັນ ແລະນ້ຳໃຈບໍລິສຸດຜຸດຜ່ອງລະຫວ່າງສອງຊາດ.
ທີຫ້າ, ການຢ້ຽມຢາມກໍ່ແມ່ນກາລະໂອກາດ ເພື່ອຍູ້ແຮງການຮ່ວມມືດ້ານວັດທະນະທຳ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ. ພິເສດ, ຕ້ອງເອົາໃຈໃສ່ສຶກສາອົບຮົມໄວໜຸ່ມຂອງສອງປະເທດ ກ່ຽວກັບຄຸນຄ່າປະຫວັດສາດ ແລະຄວາມໝາຍຍຸດທະສາດຂອງການພົວພັນຫວຽດນາມ-ລາວ, ຖືນີ້ແມ່ນປັດໄຈຫຼັກແຫຼ່ງເພື່ອຮັບປະກັນລັກສະນະສືບທອດ ແລະພັດທະນາຍືນຍົງຂອງການພົວພັນແບບພິເສດຂອງສອງປະເທດໃນອະນາຄົດ.
ນັກຂ່າວ: ຂໍຮຽນສະຫາຍເອກອັກຄະລັດຖະທູດ, ສອງສະຫາຍເລຂາທິການໃຫຍ່ຂອງສອງປະເທດ ໄດ້ເຫັນດີເປັນເອກະພາບເພີ່ມເຕີມເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ເຂົ້າໃນການພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ ໃນການຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງສະຫາຍເລຂາທິການໃຫຍ່ ໂຕເລິມ ໃນເດືອນທັນວາ 2025. ໃນໄລຍະຈະມາເຖິງ, ສອງປະເທດຄວນເຮັດຫຍັງແດ່ເພື່ອຫັນເນື້ອໃນຈິດໃຈ “ຫຸ້ນສ່ວນຍຸດທະສາດ” ໃຫ້ປະກົດຜົນເປັນຈິງ, ສືບຕໍ່ພັດທະນາການພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດຫວຽດນາມ-ລາວ, ລາວ-ຫວຽດນາມ” ໃຫ້ສອດຄ່ອງກັບການຜັນແປໄວ ແລະສັບສົນຂອງໂລກ ແລະພາກພື້ນໃນປະຈຸບັນ?
ສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງສະຫາຍເລຂາທິການໃຫຍ່ ໃນເດືອນທັນວາ 2025 ແມ່ນບາດກ້າວພັດທະນາສຳຄັນ, ເປັນຂີດໝາຍໃໝ່ໃນການພົວພັນຫວຽດນາມ-ລາວ. ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກການພົວພັນຈາກທິດນຳທີ່ວ່າ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ” ຂຶ້ນເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ”. ນີ້ແມ່ນເນື້ອໃນໃໝ່, ສ້າງກຳລັງແຮງຢ່າງເຂັ້ມແຂງ ເພື່ອນຳການພົວພັນສອງຝ່າຍໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະຍືນຍົງ, ສະແດງໃຫ້ເຫັນວິໄສທັດລວມ, ຜົນປະໂຫຍດຍຸດທະສາດສະຫຼັບກັນ ແລະການກຳນົດທິດຮ່ວມເດີນທາງຍາວນານ ເພື່ອພັດທະນາແບບຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນາຖາວອນລວມຂອງສອງຊາດ.
ຕາມຄວາມຮັບຮູ້ລວມຂອງສອງຝ່າຍ, “ຫຸ້ນສ່ວນຍຸດທະສາດ” ຈະແມ່ນພື້ນຖານຊຸກຍູ້ການພົວພັນຮ່ວມມືໃຫ້ເຂົ້າສູ່ລວງເລິກ ແລະແທດຈິງ, ໂດຍສະເພາະແມ່ນຄວາມສະໜິດຕິດພັນກ່ຽວກັບວິໄສທັດ ແລະເປົ້າໝາຍ, ນະໂຍບາຍ ແລະຍຸດທະສາດພັດທະນາ, ພື້ນຖານໂຄງລ່າງ, ການສຶກສາ, ກໍ່ສ້າງ ແລະພັດທະນາຊັບພະຍາກອນມະນຸດ, ຜ່ານນັ້ນປັບປຸງຄວາມໝັ້ນຄົງ ແລະພັດທະນາແບບຍືນຍົງຂອງສອງປະເທດ.
ໃນສະພາບການທີ່ສອງປະເທດຫາກໍ່ຈັດຕັ້ງກອງປະຊຸມໃຫຍ່ຂອງພັກ ຂອງແຕ່ລະປະເທດປະສົບຜົນສຳເລັດ, ເລື່ອງເນັ້ນໜັກ ແລະຜັນຂະຫຍາຍເນື້ອໃນຈິດໃຈ “ຫຸ້ນສ່ວນຍຸດທະສາດ” ມີຄວາມໝາຍສໍາຄັນພິເສດ, ຍ້ອນວ່ານີ້ແມ່ນວິວັດທະນາການຫັນບັນດາມະຕິກອງປະຊຸມໃຫຍ່ ໃຫ້ປະກົດຜົນເປັນຈິງດ້ວຍການສົມທົບກັນຢ່າງແໜ້ນແຟ້ນ, ຄົບຊຸດ ແລະມີປະສິດທິຜົນລະຫວ່າງສອງພັກ, ສອງລັດ.
ເພື່ອຫັນເນື້ອໃນຈິດໃຈນີ້ໃຫ້ປະກົດຜົນເປັນຈິງໃນໄລຍະຈະມາເຖິງ, ຕາມຂ້າພະເຈົ້າແລ້ວ, ສອງປະເທດຄວນສຸມໃສ່ຜັນຂະຫຍາຍບາງການກຳນົດທິດໃຫຍ່ດັ່ງນີ້ໃຫ້ຄົບຊຸດ ແລະມີປະສິດທິຜົນ:
ກ່ອນອື່ນໝົດ, ຄວນສືບຕໍ່ປັບປຸງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢູ່ລະດັບສູງສຸດ. ນີ້ແມ່ນພື້ນຖານຫຼັກແຫຼ່ງຂອງການພົວພັນແບບພິເສດຫວຽດນາມ-ລາວ. ສອງຝ່າຍຄວນຮັກສາການຢ້ຽມຢາມ, ການພົບປະຂັ້ນສູງ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືລະຫວ່າງສອງພັກ, ສອງລັດ ແລະບັນດາອົງການຈັດຕັ້ງທາງການເມືອງ - ສັງຄົມ; ຮັບປະກັນຄວາມເປັນເອກະພາບກ່ຽວກັບຄວາມຮັບຮູ້ ແລະພຶດຕິກໍາໃນບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະການພັດທະນາຢູ່ແຕ່ລະປະເທດ; ເພີ່ມທະວີການແລກປ່ຽນທິດສະດີ ແລະພຶດຕິກຳຕົວຈິງ, ການສື່ສານ, ແບ່ງປັນບົດຮຽນປະສົບການກ່ຽວກັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ພ້ອມທັງສົມທົບກັນຜັນຂະຫຍາຍຂໍ້ລິເລີ່ມບຸກທະລຸໃນການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບດ້ານເສດຖະກິດມະຫາພາກ, ການເຊື່ອມໂຍງເຂົ້າກັບສາກົນ ແລະບັນດາບັນຫາໃໝ່ ເຊິ່ງກອງປະຊຸມໃຫຍ່ຂອງພັກຂອງແຕ່ລະປະເທດວາງອອກ.
ທີສອງ, ກ່ຽວກັບການຮ່ວມມືດ້ານເສດຖະກິດ, ສອງຝ່າຍຄວນສຸມໃສ່ສ້າງບາດກ້າວຫັນປ່ຽນຢ່າງແຂງແຮງ, ມີລັກສະນະບຸກທະລຸຍຸດທະສາດໃນການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແລະພັດທະນາພື້ນຖານໂຄງລ່າງ, ນຳຂົງເຂດນີ້ໃຫ້ກາຍເປັນເສົາຄ້ຳຫຸ້ນສ່ວນຍຸດທະສາດ, ສົມກັບລະດັບການພົວພັນແບບພິເສດຫວຽດນາມ-ລາວ. ຈຸດສຸມແມ່ນເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດກ່ຽວກັບລະບຽບການ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ ແລະໂລຈິດສະຕິກ, ໂທລະຄົມມະນາຄົມ, ການທ່ອງທ່ຽວ...; ຜັນຂະຫຍາຍບັນດາໂຄງການລົງທຶນຈຸດສຸມ, ມີລັກສະນະແຜ່ຂະຫຍາຍສູງ; ໜູນຊ່ວຍລາວ ເສີມຂະຫຍາຍບົດບາດ “ປະເທດເຊື່ອມຕໍ່” ໃນພາກພື້ນ, ພ້ອມທັງເປີດກວ້າງການພັດທະນາ ແລະເພີ່ມທະວີການເຊື່ອມຕໍ່ເສດຖະກິດຂອງຫວຽດນາມ.
ພ້ອມກັນນັ້ນ, ຄວນຍົກສູງປະສິດທິຜົນການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ລາວ ຕາມທິດຍືນຍົງ, ຍາວນານ, ຕິດພັນກັບການຖ່າຍຖອດເຕັກໂນໂລຢີ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະປະກອບສ່ວນຢ່າງແທດຈິງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງລາວ; ພ້ອມທັງເປີດກວ້າງໄປສູ່ຂົງເຂດຮ່ວມມືໃໝ່, ຄື: ເສດຖະກິດດີຈີຕອນ, ຫັນເປັນສີຂຽວ, ພະລັງງານທົດແທນ, ກະສິກໍາເຕັກໂນໂລຢີສູງ... ຜ່ານນັ້ນສ້າງແຮງຂັບເຄື່ອນເຕີບໂຕໃໝ່, ສອດຄ່ອງກັບທ່າອ່ຽງພັດທະນາຂອງຍຸກສະໄໝ.
ທີສາມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຖືວ່າ ແມ່ນເສົາຄ້ຳຮ່ວມມືລະຫວ່າງສອງປະເທດ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ແຕ່ລະປະເທດ. ສອງຝ່າຍຄວນສືບຕໍ່ເພີ່ມທະວີການຮ່ວມມື ແລະສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງປະຕິບັດອະນຸສັນຍາ ແລະແຜນການຮ່ວມມືໃນແຕ່ລະປີລະຫວ່າງສອງກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ; ສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ; ຕໍ່ສູ້ປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ ແລະສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ, ຜ່ານນັ້ນສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງຂອງແຕ່ລະປະເທດ.
ທີສີ່, ເພີ່ມທະວີການບຳລຸງສ້າງ, ບຳລຸງພະນັກງານ, ພະນັກງານຍຸດທະສາດ; ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ການສຶກສາອົບຮົມມູນເຊື້ອ, ຜ່ານນັ້ນຮັກສາ ແລະແຜ່ຂະຫຍາຍຄຸນຄ່າພິເສດ, ບໍລິສຸດຜຸດຜ່ອງຂອງການພົວພັນແບບພິເສດຫວຽດນາມ-ລາວ ໃນໝູ່ປະຊາຊົນທຸກຊັ້ນຄົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ຜ່ານນັ້ນຮັບປະກັນໃຫ້ມີການສືບທອດຢ່າງຕໍ່ເນື່ອງ ແລະຍືນຍົງຂອງການພົວພັນສອງປະເທດຜ່ານຮຸ່ນຄົນຕ່າງໆ.
ທີຫ້າ, ຄວນຍົກສູງປະສິດທິຜົນຂອງການສົມທົບກັນຢູ່ເວທີປາໄສພາກພື້ນ ແລະສາກົນ, ໂດຍສະເພາະແມ່ນໃນຂອບເຂດອາຊຽນ ແລະບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ. ເລື່ອງສອງປະເທດສືບຕໍ່ສະໜັບສະໜູນກັນ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດ ບໍ່ພຽງແຕ່ປະກອບສ່ວນຍົກສູງຖານະບົດບາດ ແລະທີ່ຕັ້ງຂອງແຕ່ລະປະເທດເທົ່ານັ້ນ ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ອີກດ້ວຍ.
ສາມາດຢືນຢັນໄດ້ວ່າ ການປັບປຸງ ແລະຜັນຂະຫຍາຍເນື້ອໃນຈິດໃຈ “ຫຸ້ນສ່ວນຍຸດທະສາດ” ທີ່ມີປະສິດທິຜົນ ຈະສ້າງກຳລັງແຮງໃໝ່ທີ່ເຂັ້ມແຂງກວ່າ, ແທດຈິງກວ່າໃຫ້ແກ່ການພົວພັນຫວຽດນາມ-ລາວ ໃນໄລຍະພັດທະນາໃໝ່. ນີ້ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ ໂດຍເລີ່ມຈາກຜົນປະໂຫຍດຂອງສອງປະເທດເທົ່ານັ້ນ ຫາກຍັງແມ່ນການສືບທອດມູນເຊື້ອສາມັກຄີແບບພິເສດທີ່ຫາຍາກໃນໂລກ, ເຊິ່ງແມ່ນການພົວພັນທີ່ໄດ້ເພີ່ມພູນຄູນສ້າງດ້ວຍຢາດເຫື່ອ, ເລືອດເນື້ອຂອງຄົນລຸ້ນກ່ອນບໍ່ຈັກວ່າເທົ່າໃດ.
ດ້ວຍພື້ນຖານອັນໝັ້ນແກ່ນດັ່ງກ່າວ, ພ້ອມດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງສູງຂອງການນຳສອງພັກ, ສອງລັດ ແລະຄວາມເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນສອງປະເທດ, ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດຫວຽດນາມ-ລາວ ຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະຍືນຍົງ, ປະກອບສ່ວນແທດຈິງເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ນັກຂ່າວ: ຂໍຂອບໃຈສະຫາຍເອກອັກຄະລັດຖະທູດ!
ໂດຍ: ແສງເດືອນ