ຕາມນັ້ນແລ້ວ, ຄະນະຊາວໜຸ່ມແຂວງກວ໋າງຈີ້ ໄດ້ມອບຜ້າອັດປາກ-ອັດດັງ ຈຳນວນ 20.000 ອັນ, ຢາຂ້າເຊື້ອ 720 ລິດ ແລະໝີ່ສໍາເລັດຮູບ 100 ແກັດ, ດ້ວຍມູນຄ່າທັງໝົດ 120 ລ້ານດົ່ງ.

ທ່ານນາງ ເຈິ່ນທິທຸ ເລຂາຄະນະຊາວໜຸ່ມແຂວງກວ໋າງຈີ້ ໃຫ້ຮູ້ວ່າ ນີ້ແມ່ນການເຄື່ອນໄຫວເພື່ອເສີມຂະຫຍາຍມູນເຊື້ອມິດຕະພາບຂອງປະຊາຊົນສອງປະເທດຫວຽດນາມ-ລາວ, ຮ່ວມແຮງຮ່ວມໃຈໜູນຊ່ວຍປະຊາຊົນສອງແຂວງຕິດກັບຊາຍແດນແຂວງກວ໋າງຈີ້ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ຜ່ານນັ້ນ, ສະແດງຈິດໃຈແບ່ງປັນ, ຄຽງບ່າຄຽງໄຫຼ່ຂອງຄະນະຊາວໜຸ່ມແຂວງກວ໋າງຈີ້ ກັບຊາວໜຸ່ມປະເທດເພື່ອນມິດລາວ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກໃນການຕໍ່ສູ້ຕ້ານພະຍາດໂຄວິດ-19.

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບອຸປະກອນການແພດລະຫວ່າງຄະນະຊາວໜຸ່ມແຂວງກວ໋າງຈີ້ ກັບຄະນະຊາວໜຸ່ມປະເທດເພື່ອນລາວ. ພາບ: kinhtedothi.vn.

ທ່ານນາງ ເຈິ່ນທິທຸ ແບ່ງປັນວ່າ “ເຖິງວ່າຂອງຂວັນບໍ່ຫຼາຍກໍ່ຕາມ, ແຕ່ເປັນສາຍຈິດມິດໃຈຂອງໄວໜຸ່ມແຂວງກວ໋າງຈີ້ ທີ່ສົ່ງເຖິງບັນດາແຂວງຂອງລາວ ດ້ວຍຈິດໃຈແບ່ງເບົາຄວາມຫຍຸ້ງຍາກໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ດ້ວຍຄວາມຫວັງວ່າບັນດາທ້ອງຖິ່ນກໍ່ຄືປະເທດເພື່ອນມິດລາວ ຈະສະກັດກັ້ນພະຍາດໂດຍໄວ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ”.

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຄະນະຊາວໜຸ່ມແຂວງກວ໋າງຈີ້ ກໍ່ໄດ້ໄປຢ້ຽມຢາມພະນັກງານ, ນັກຮົບກຳລັງປະກອບອາວຸດທີ່ພວມປະຕິບັດໜ້າທີ່ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຈຸດກວດກາການເຂົ້າອອກບໍລິເວນແຂວງ.

ໂດຍ: ທະນາພອນ