ຕໍ່ໜ້າສະພາບການທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ເພື່ອຊ່ວຍເຫຼືອກຳລັງ ປກສ ແລະການທະຫານຂອງແຂວງບໍລິຄໍາໄຊ ແລະແຂວງຄໍາມ່ວນ ປະຕິບັດວຽກງານປ້ອງກັນ, ຕ້ານພະຍາດຢ່າງມີປະສິດທິຜົນ, ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ໄດ້ມອບເຄື່ອງອຸປະກອນການແພດປ້ອງກັນ ແລະຕ້ານພະຍາດໂຄວິດ-19 ໃຫ້ 2 ກຳລັງດັ່ງກ່າວ, ດ້ວຍມູນຄ່າ 200 ລ້ານດົ່ງ.

leftcenterrightdel
ການນໍາກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ມອບເຄື່ອງອຸປະກອນການແພດປ້ອງກັນ, ຕ້ານພະຍາດໃຫ້ແກ່ກໍາລັງກອງບັນຊາການ ປກສ, ກອງບັນຊາການທະຫານແຂວງຄໍາມ່ວນ. ພາບ: ມີງຕວ່ານ.

ພ້ອມກັນນັ້ນທີ່ພິທີມອບ-ຮັບ, ການນຳກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ແລະກອງບັນຊາການ ປກສ ແລະກອງບັນຊາການທະຫານສອງແຂວງບໍລິຄໍາໄຊ ແລະຄໍາມ່ວນ ກໍ່ໄດ້ຕີລາຄາສູງຕໍ່ໝາກຜົນຂອງວຽກງານສົມທົບກັນປ້ອງກັນ ແລະຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະເຫັນດີເປັນເອກະພາບສືບຕໍ່ປະຕິບັດວຽກງານແລກປ່ຽນຂໍ້ມູນຂ່າວສານ, ສະພາບການ, ບັນດາມາດຕະການປ້ອງກັນ ແລະຕ້ານພະຍາດເປັນຢ່າງດີ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ,  ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການປະຕິບັດໜ້າທີ່ປ້ອງກັນ ແລະຕ້ານພະຍາດໂຄວິດ-19 ເປັນຢ່າງດີ, ບໍ່ປະໃຫ້ພະຍາດແຜ່ລະບາດຜ່ານຊາຍແດນ, ແຜ່ລະບາດໃນຊຸມຊົນ.

ໂດຍ: ທະນາພອນ