ເນື່ອງໃນໂອກາດນີ້, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ຕອບສຳພາດຕໍ່ສື່ມວນຊົນ.
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຢ້ຽມຢາມທາງລັດຖະກິດຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ ສາມາດແບ່ງປັນຂໍ້ມູນກ່ຽວກັບການຢ້ຽມຢາມ ຄັ້ງນີ້ໄດ້ບໍ່?
ການຢ້ຽມຢາມຫວຽດນາມ ຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ ໄດ້ດຳເນີນໄປພາຍຫຼັງຈັດຕັ້ງສຳເລັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ມີຄວາມໝາຍສຳຄັນພິເສດ ແລະເລິກເຊິ່ງ. ນີ້ແມ່ນການສະແດງອອກທີ່ມີຊີວິດຊີວາ ແລະຈະແຈ້ງທີ່ສຸດຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງລາວ ແລະຫວຽດນາມ - ການພົວພັນທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ ແລະຫາຍາກໃນການພົວພັນສາກົນ.
    |
 |
|
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຕອບສຳພາດ. ພາບ: ສຳນັກຂ່າວສານຫວຽດນາມ |
ການໄປຢ້ຽມຢາມ ຫວຽດນາມ ບໍ່ພຽງແຕ່ເພື່ອແນໃສ່ຈຸດປະສົງໂດຍກົງໃນການຊົມເຊີຍຜົນສຳເລັດອັນໃຫຍ່ຫຼວງຂອງກອງປະຊຸມໃຫຍ່ ຄັ້ງທີ XIV ເທົ່ານັ້ນ ຫາກຍັງສະແດງອອກໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງສູງ ແລະຄຳໝັ້ນສັນຍາດ້ານຍຸດທະສາດຍາວນານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ເລື່ອງ ເລືອກຢ້ຽມຢາມຫວຽດນາມ ເປັນປະເທດທຳອິດ ພາຍຫຼັງຈັດຕັ້ງສຳເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃນເວລາຕົ້ນປີນີ້ໄດ້ສະແດງໃຫ້ເຫັນວ່າ ລາວ ຍາມໃດກໍ່ຖືເປັນສຳຄັນ ແລະຖືເອົາການພົວພັນກັບຫວຽນາມ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຕົນ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຂັ້ນສູງຂອງ ສປປ ລາວ ຄັ້ງນີ້ ຈະປະກອບສ່ວນເພີ່ມທະວີການຮ່ວມມືສອງຝ່າຍ, ພິເສດແມ່ນເນື້ອໃນໃໝ່ຂອງ "ຫຸ້ນສ່ວນຍຸດທະສາດ", ສ້າງພະລັງແຮງໃໝ່ເພື່ອໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ກໍ່ຄືປະຕິບັດບັນດາເປົ້າໝາຍພັດທະນາ ເຊິ່ງແຕ່ລະພັກ, ແຕ່ລະປະເທດ ໄດ້ກຳນົດໃນໄລຍະພັດທະນາໃໝ່.
ຂໍຮຽນທ່ານນາງເອກອັກຄະລັດຖະທູດ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຫາກໍ່ສິ້ນສຸດ ແລະປະສົບຜົນສຳເລັດຢ່າງຈົບງາມ. ທ່ານນາງເອກອັກຄະລັດຖະທູດ ມີຄຳຊົມເຊີຍຫຍັງແດ່ຕໍ່ເຫດການສຳຄັນນີ້ຂອງຫວຽດນາມ?
ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະຈິງໃຈມາຍັງພັກກອມມູນິດຫວຽດນາມ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງເນື່ອງໃນໂອກາດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດຢ່າງຈົບງາມ.
ຜົນສຳເລັດຂອງກອງປະຊຸມໃຫຍ່ ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນຢ່າງຈະແຈ້ງຕໍ່ການນຳພາຢ່າງຖືກຕ້ອງ, ຄຸນທາດການເມືອງໝັ້ນແກ່ນ ແລະວິໄສທັດຍຸດທະສາດຂອງພັກກອມມູນິດຫວຽດນາມ, ພ້ອມທັງສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງສູງ ແລະຄວາມຄາດຫວັງພັດທະນາຢ່າງແຂງແຮງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທຸກຖ້ວນໜ້າໃນສັງກາດບືນຕົວຂຶ້ນຂອງຊາດ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍບັນດາລັດຖະນະໂຍບາຍສຳຄັນທີ່ໄດ້ຮັບຮອງເອົາທີ່ກອງປະຊຸມໃຫຍ່, ຫວຽດນາມ ຈະສືບຕໍ່ພັດທະນາໄວ ແລະຍືນຍົງ, ຍົກສູງຖານະບົດບາດ ແລະທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນ ແລະພາກພື້ນ, ກ້າວໄປເຖິງເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະສິວິໄລ.
ຜົນສຳເລັດຂອງກອງປະຊຸມໃຫຍ່ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈສຳລັບພັກ, ລັດ ແລະປະຊາຊົນລາວ ອີກດ້ວຍ, ເພາະວ່າ ລາວ ແລະຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດຂອງກັນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ບົນພື້ນຖານອັນໝັ້ນແກ່ນນີ້, ການພົວພັນລະຫວ່າງລາວ-ຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນານັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າໃນອະນາຄົດ.
ທ່ານນາງ ເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຄວາມໝາຍ ແລະຜົນສຳເລັດຂອງກອງປະຊູມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ກໍ່ຄືຄວາມເຊື່ອໝັ້ນຂອງລາວ ຕໍ່ໄລຍະທາງພັດທະນາໃໝ່ຂອງຫວຽດນາມ ໃນໄລຍະຈະມາເຖິງ?
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແມ່ນເຫດການການເມືອງທີ່ມີຄວາມໝາຍສຳຄັນພິເສດ, ເປັນຂີດໝາຍບາດລ້ຽວໃໝ່ໃນວິວັດທະນາການປ່ຽນແປງໃໝ່, ເຊື່ອມໂຍງ ແລະພັດທະນາຍືນຍົງຂອງຫວຽດນາມ. ກອງປະຊຸມໃຫຍ່ ໄດ້ດຳເນີນຢ່າງສົມກຽດ, ມີປະຊາທິປະໄຕ ແລະປະສົບຜົນສຳເລັດ, ສະແດງໃຫ້ເຫັນເຈດຈຳນົງຕັດສິນໃຈເປັນເອກະພາບ, ວິໄສທັດຍຸດທະສາດ ແລະຄວາມຄາດຫວັງພັດທະນາຢ່າງແຂງແຮງຂອງພັກ ແລະປະຊາຊົນຫວຽດນາມ ໃນສັງກາດພັດທະນາໃໝ່.
ບັນດາເອກະສານທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມໃຫຍ່ ໄດ້ກຳນົດໄລຍະທາງພັດທະນາຂອງຫວຽດນາມ ໃນໄລຍະກາງ ແລະໄລຍະຍາວ, ດ້ວຍເປົ້າໝາຍທີ່ລະອຽດຮອດປີ 2030 ແລະວິໄສທັດຮອດປີ 2045, ພ້ອມທັງຢືນຢັນຄວາມຕັດສິນໃຈສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງກັບປະຊາຄົມສາກົນ, ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະການຫັນປ່ຽນດີຈີຕອນເປັນກຳລັງໜູນຫຼັກສຳລັບການເຕີບໂຕໄວ ແລະຍືນຍົງ.
ຈາກແງ່ມູມຂອງລາວ, ພວກຂ້າພະເຈົ້າ ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງ ແລະຮອບດ້ານ ເຊິ່ງຫວຽດນາມ ບັນລຸໄດ້ໃນເວລາ 40 ປີແຫ່ງການປ່ຽນແປງໃໝ່ ກໍ່ຄືການກຳນົດທິດຍຸດທະສາດເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ວາງອອກ. ບັນດາໝາກຜົນເຫຼົ່ານີ້ ບໍ່ພຽງແຕ່ປະກອບສ່ວນຍົກສູງຖານະບົດບາດ ແລະທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະໃນເວທີສາກົນເທົ່ານັ້ນ ຫາກຍັງເປັນແຫຼ່ງບັນດານໃຈ ແລະບົດຮຽນອັນລ້ຳຄ່າໃຫ້ແກ່ບັນດາປະເທດກຳລັງພັດທະນາ, ໃນນັ້ນມີລາວ.
ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງແນ່ວແນ່ວ່າ ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ວາງອອກ, ສືບຕໍ່ພັດທະນາຢ່າງແຂງແຮງ, ມີຄວາມໝັ້ນຄົງ ແລະວັດທະນາຖາວອນ. ຜົນສຳເລັດຂອງຫວຽດນາມ ກໍ່ແມ່ນກຳລັງໜູນໃຫ້ແກ່ ສປປ ລາວ, ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະສືບຕໍ່ຄຽງບ່າຄຽງໄຫຼ່ ແລະຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ບົນເສັ້ນທາງພັດທະນາໃໝ່ນີ້ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນພາກພື້ນ.
ຂໍຂອບໃຈທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ.
ໂດຍ: ແສງເດືອນ