ຕະຫຼາດຊາຍແດນລາວບາວ ເປັນການເຄື່ອນໄຫວດ້ານການຄ້າ ແລະວັດທະນະທຳທີ່ເປັນເອກະລັກສະເພາະຢູ່ເຂດຊາຍແດນລະຫວ່າງແຂວງກວາງຈິ (ຫວຽດນາມ) ແລະແຂວງສະຫວັນນະເຂດ (ລາວ), ເຊິ່ງຈັດຂຶ້ນໃນໂອກາດທ້າຍປີ, ດ້ວຍຈຳນວນສິນຄ້າຫຼາກຫຼາຍຊະນິດ, ຕະຫຼາດໄດ້ດຶງດູດເອົານັກທ່ອງທ່ຽວມາເລາະຊົມເປັນຈຳນວນຫຼວງຫຼາຍ. ນັກທ່ອງທ່ຽວສາມາດຄົ້ນຫາ, ສຳຜັດ, ພົບປະກັບປະຊາຊົນລາວ ແລະເພີດເພີນກັບຜະລິດຕະພັນຂອງເຂົາເຈົ້າໂດຍບໍ່ຕ້ອງຂ້າມຊາຍແດນໄປຝັ່ງນັ້ນ.
ພາຍຫຼັງທົດລອງເປີດຕະຫຼາດມາໄດ້ 5 ຄັ້ງ, ຕະຫຼາດຊາຍແດນໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ນັກທ່ອງທ່ຽວ. ໃນເດືອນສຸດທ້າຍຂອງປີ ຢູ່ຕະຫຼາດຊາຍແດນລາວບາວ, ຖະໜົນຫົນທາງມີຜູ້ຄົນສັນຈອນໄປມາຢ່າງຄຶກຄື້ນ, ໜາແໜ້ນ, ຕ້ອນຮັບຜູ້ຄົນຈາກທັງສອງຝາກຊາຍແດນ ມາຕະຫຼາດທີ່ຢູ່ຄູ່ດ່ານສາກົນ ລາວບາວ - ແດນສະຫວັນ.
ຂະໜາດຂອງຕະຫຼາດລວມມີຮ້ານວາງສະແດງ, ຂາຍສິນຄ້າຫຼາຍກວ່າ 50 ຮ້ານ ຢູ່ໃນສູນການຄ້າລາວບາວ ເຊິ່ງມີຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຂອງຊາວເວິນກ່ຽວ, ຊາວປາໂກ ແລະຊາວລາວ, ໄດ້ຮັບການຈັດຂຶ້ນເປັນປະຈຳ ຕັ້ງແຕ່ 6:00 ໂມງເຊົ້າຂອງທຸກໆວັນເສົາ. ຕະຫຼາດນີ້ບໍ່ພຽງແຕ່ເປັນສະຖານທີ່ແລກປ່ຽນ, ຊື້ຂາຍສິນຄ້າເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການເຊື່ອມຕໍ່ວົງຄະນາຍາດ, ຊຸມຊົນ, ຮັກສາ ແລະແຜ່ຂະຫຍາຍຄຸນຄ່າສີສັນວັດທະນະທໍາຊົນຊາດຊົນເຜົ່າອີກດ້ວຍ.
    |
 |
|
ຜະລິດຕະພັນ OCOP ຂອງແຂວງກວາງຈິ ທີ່ມາວາງສະແດງຂາຍຢູ່ຕະຫຼາດ. ພາບ: cuuchienbinh.vn |
ຕະຫຼາດດັ່ງກ່າວປະກອບມີຮ້ານຂາຍສິນຄ້າຂອງພໍ່ຄ້າຊາວຂາຍຂະໜາດນ້ອຍທີ່ມາຈາກທ້ອງຖິ່ນຕ່າງໆໃນຕາແສງລາວບາວ ແລະບ້ານຕ່າງໆທີ່ຢູ່ກົງກັນຂ້າມກັບດ່ານສາກົນລາວບາວ ຂຶ້ນກັບເມືອງເຊໂປນ, ແຂວງສະຫວັນນະເຂດ, ປະເທດລາວ. ສິນຄ້າປະເພດຕ່າງໆຂອງຕະຫຼາດປະກອບມີຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ຜ້າແພ, ຜະລິດຕະພັນທີ່ເປັນເອກະລັກຂອງທ້ອງຖິ່ນ. ພິເສດ, ຕະຫຼາດຍັງເປັນບ່ອນເຕົ້າໂຮມອາຫານທີ່ອຸດົມສົມບູນຂອງທັງສອງປະເທດ ດ້ວຍລາຄາທີ່ເປັນກັນເອງ, ສົມເຫດສົມຜົນ, ພ້ອມກັບຜະລິດຕະພັນ OCOP ທີ່ເປັນເອກະລັກຂອງຕາແສງເຂດພູດອຍ.
ພ້ອມດຽວກັນນັ້ນ, ຢູ່ທີ່ນີ້ ສີສັນວັດທະນະທຳກໍ່ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານກະໂປງ, ເສື້ອທຸກຜືນ, ສຽງເວົ້າຈາປາໄສ ແລະຮອຍຍິ້ມ. ພົ້ນເດັ່ນທີ່ສຸດແມ່ນຮ້ານຂາຍເຄື່ອງແຕ່ງກາຍພື້ນເມືອງທີ່ມີຊີວິດຊີວາ, ສ້າງຮູບພາບທີ່ມີສີສັນໃນທ່າມກາງພູຜາປ່າໄມ້ເຂດຊາຍແດນ. ນັກທ່ອງທ່ຽວຍັງສາມາດສຳຜັດ ແລະເຊື່ອມຕົວເຂົາກັບການດຳລົງຊີວິດດ້ວຍຄຸນຄ່າວັດທະນະທຳທີ່ບໍ່ເປັນວັດຖຸ ເຊິ່ງໄດ້ຮັກສາໄວ້ເປັນເວລາຫຼາຍພັນປີໂດຍຊົນເຜົ່າເວິນກ່ຽວ, ປາໂກ ແລະບັນດາຊົນເຜົ່າລາວອ້າຍນ້ອງຜ່ານການເຕັ້ນ, ຟ້ອນ, ບົດເພງທີ່ເຕັມໄປດ້ວຍຈິດວິນຍານຂອງພູຜາປ່າໄມ້.
ຕະຫຼາດສົ່ງທ້າຍປີມີບັນຍາກາດພິເສດ ຍ້ອນວ່າຜູ້ຄົນຫຼັ່ງໄຫຼມາຕະຫຼາດ ເພື່ອຊື້ເຄື່ອງຫ້າງຫາກະກຽມຕ້ອນຮັບບຸນເຕັດ. ໃຜໆກໍ່ຕ້ອງການຊື້ຜ້າແພໄປຕັດຊຸດໃໝ່, ຕັດເຄື່ອງນຸ່ງໃໝ່ໃຫ້ລູກຂອງເຂົາເຈົ້າ ຫຼືອາຫານທີ່ເປັນເອກະລັກຂອງທ້ອງຖິ່ນເພື່ອເປັນຂອງຂວັນມອບໃຫ້ຍາດພີ່ນ້ອງ. ເຖິງວ່າມີອຸປະສັກທາງດ້ານພາສາກໍ່ຕາມ, ແຕ່ຜູ້ຊື້ແລະຜູ້ຂາຍຍັງສາມາດເຮັດທຸລະກໍາຜ່ານທ່າທາງງ່າຍໆ. ຢູ່ທີ່ນີ້, ບໍ່ມີໃຜຕໍ່ລອງລາຄາ; ບໍ່ວ່າເຂົາເຈົ້າຈະຊື້ຫຼືບໍ່ຊື້ກໍ່ຕາມ, ທຸກໆຄົນລ້ວນແຕ່ມີຄວາມສຸກ.
ເອື້ອຍ ໂບທູທູຍ (ຢູ່ຕາແສງລາວບາວ), ຂາຍຜະລິດຕະພັນກະເສດຢູ່ຕະຫຼາດໃຫ້ຮູ້ວ່າ ທຸກໆເຊົ້າວັນເສົາ ລາວຈະມາຂາຍເຄື່ອງຢຸ່ຕະຫຼາດນີ້, ລາວໄດ້ເກັບຜັກ, ໝາກໄມ້ຊະນິດຕ່າງໆຢູ່ທົ່ງໄຮ່, ທົ່ງນາແຕ່ຕອນແລງກ່ອນເປີດຕະຫຼາດມື້ໜຶ່ງເພື່ອກຽມພ້ອມໄປຂາຍໃຫ້ທັນ. ນັບຕັ້ງແຕ່ຕະຫຼາດເປີດ, ເອື້ອຍ ທູຍ ໄດ້ມີການພົບປະສື່ສານກັບນັກທ່ອງທ່ຽວຫຼາຍຄົນ, ລາວມີຄວາມກ້າຫານ ແລະໝັ້ນໃຈຫຼາຍຂຶ້ນ. ເອື້ອຍເອົາໝາກໄມ້ແລະຜັກທີ່ປອດສານພິດ, ຜັກສົດທີ່ປູກເອງຢູ່ເຮືອນມາຂາຍເຊັ່ນ: ໝາກກ້ວຍ, ໝາກພິກໄທ, ໝາກເຜັດ, ແລະນໍ້າເຜິ້ງປ່າ...
ເມື່ອໄປເລາະຕະຫຼາດລາວບາວ, ນັກທ່ອງທ່ຽວສາມາດເຫັນບັນຍາກາດການຊື້ແລະຂາຍມີຄວາມຄຶກຄື້ນ, ໂອ້ລົມກັນດ້ວຍຫຼາຍພາສາທີ່ແຕກຕ່າງກັນເຊັ່ນ: ເວິນກ່ຽວ, ປາໂກ, ຫວຽດ ແລະ ລາວ.
ອຳນາດການປົກຄອງທ້ອງຖິ່ນຄາດຫວັງວ່າຕະຫຼາດນີ້ຈະປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ຜະລິດຕະພັນທີ່ເປັນເອກະລັກສະເພາະ, ການພົບປະແລກປ່ຽນ, ເສີມຂະຫຍາຍສີສັນວັດທະນະທໍາຂອງບັນດາຊົນເຜົ່າ ແລະດຶງດູດນັກທ່ອງທ່ຽວມາຢ້ຽມຊົມ, ທ່ອງທ່ຽວຫຼາຍຂຶ້ນກວ່າເກົ່າ.
ຕາມອໍານາດການປົກຄອງຕາແສງລາວບາວ ແລ້ວ, ອົງການທີ່ກ່ຽວຂ້ອງຢູ່ເຂດດ່ານສາກົນ ໄດ້ສ້າງເງື່ອນໄຂໃຫ້ແກ່ປະຊາຊົນໄປມາເພື່ອຊື້ ແລະຂາຍສິນຄ້າຢູ່ຕະຫຼາດ, ພວກເຂົາພຽງແຕ່ລົງທະບຽນກ່ຽວກັບຂໍ້ມູນສ່ວນຕົວ, ປະເພດ ແລະປະລິມານສິນຄ້າ, ພາຫະນະການຂົນສົ່ງ... ມີການຢືນຢັນຈາກອໍານາດການປົກຄອງທ້ອງຖິ່ນເພື່ອທັງຮັບປະກັນວຽກງານຄຸ້ມຄອງ, ພ້ອມທັງສ້າງເງື່ອນໄຂສະດວກກ່ຽວກັບລະບຽບການໃຫ້ແກ່ປະຊາຊົນ.
ໃນນັ້ນ, ສໍາລັບຜູ້ທີ່ດໍາເນີນທຸລະກິດກ່ຽວກັບສະບຽງອາຫານ ຕ້ອງປະຕິບັດລະບອບກວດກາແຫຼ່ງສະບຽງອາຫານທີ່ນຳເຂົ້າດ້ວຍຕົນເອງ, ຮັບປະກັນແຫຼ່ງທີ່ມາຂອງສະບຽງອາຫານເຫຼົ່ານັ້ນ; ມີໃບບິນ... ລາຍການສະບຽງອາຫານຕ້ອງແຈ້ງຕົ້ນກຳເນີດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນ້ຳຜ່ານການປຸງແຕ່ງທີ່ບໍ່ໄດ້ຫຸ້ມຫໍ່ລ່ວງໜ້າ ແລະຜະລິດຕະພັນຜັກ, ໝາກໄມ້ ຕາມຂໍ້ກໍານົດ.
ຕະຫຼາດຊາຍແດນລາວບາວ ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະກຳເນີດ ແລະມີການພັດທະນາວັດທະນະທຳປະເພດຕ່າງໆ, ຈຸດງາມທີ່ເປັນເອກະລັກສະເພາະ, ໜ້າຈັບອົກຈັບໃຈຂອງເຂດພູດອຍກວາງຈິ, ເຊິ່ງຕິດພັນກັບຮູບພາບຂອງຕາແສງຊາຍແດນລາວບາວ ແລະເປັນຈຸດນັດພົບທີ່ດຶງດູດນັກທ່ອງທ່ຽວທຸກຄົນໃນການເຂົ້າຮ່ວມຄົ້ນຫາຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ.
ໂດຍ: ຈາງຫງວຽນ