ຍ້ອນລັກສະນະກະແຈກກະຈາຍຂອງບໍລິເວນ, ຜູ້ມີສິດເລືອກຕັ້ງແມ່ນຊາວປະມົງໄປຕາມເຮືອຫາກປາທີ່ມີການປ່ຽນແປງຢ່າງເປັນປະຈໍາ, ສະນັ້ນໜ່ວຍເລືອກຕັ້ງຢູ່ເກາະຕ່າງໆ ໄດ້ເປັນເຈົ້າການໃກ້ຊິດຕິດແທດກັບທະເລ ແລະເຂດຫາປາ ເພື່ອໂຄສະນາເຜີຍແຜ່, ແນະນໍາໃຫ້ຊາວປະມົງໂດຍກົງ. ທີ່ເກາະຕ່າງໆ, ນອກຈາກລະບົບປ້າຍໂຄສະນາ, ຄຳຂວັນ, ກະດານຂ່າວແລ້ວ, ທາງກົມກອງຍັງເພີ່ມທະວີການໂຄສະນາເຜີຍແຜ່ຜ່ານລະບົບໂທລະໂຄ່ງ, ຈັດຕັ້ງການໂຄສະນາໃຫ້ແກ່ພະນັກງານ, ນັກຮົບ, ປະຊາຊົນຢູ່ໃນເກາະ 100%.

leftcenterrightdel
ໜ່ວຍເລືອກຕັ້ງ ລົງຮອດເຮືອນຂອງປະຊາຊົນຢູ່ໃນເກາະ ເພື່ອໂຄສະນາ, ຂົນຂວາຍຜູ້ມີສິດເລືອກຕັ້ງເຂົ້າຮ່ວມການເລືອກຕັ້ງ. ພາບ: ບິກຈາງ-ຝູເຊີນ
leftcenterrightdel
ໜ່ວຍເລືອກຕັ້ງລົງຮອດເຮືອຫາປາແຕ່ລະລຳ ເພື່ອຂົນຂວາຍຊາວປະມົງເຂົ້າຮ່ວມການເລືອກຕັ້ງຖືກກັບເວລາທີ່ກຳນົດ. ພາບ: ບິກຈາງ-ຝູເຊີນ
leftcenterrightdel
ນັກຮົບໜຸ່ມຊອກຮູ້ກ່ຽວກັບກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນ. ພາບ: ບິກຈາງ-ຝູເຊີນ
leftcenterrightdel
ແນະນໍາວິທີການປ່ອນບັດໃຫ້ແກ່ຜູ້ມີສິດເລືອກຕັ້ງເປັນຄັ້ງທໍາອິດເຂົ້າຮ່ວມການເລືອກຕັ້ງ. ພາບ: ບິກຈາງ-ຝູເຊີນ
leftcenterrightdel
ຊອກຮູ້ຂໍ້ມູນກ່ຽວກັບຜູ້ສະໝັກເລືອກຕັ້ງ. ພາບ: ບິກຈາງ-ຝູເຊີນ
leftcenterrightdel
ຜູ້ມີສິດເລືອກຕັ້ງ ໄປປ່ອນບັດລ່ວງໜ້າຢູ່ເກາະ ຟານວີງ. ພາບ: ບິກຈາງ-ຝູເຊີນ

ໂດຍ: ທູຈາງ