ຕີລາຄາການພົວພັນຮ່ວມມືລະຫວ່າງ ລາວ-ຫວຽດນາມ ໃນໄລຍະ 2021-2025, ທ່ານ ທອງສະຫວັນ ພົມວິຫານ ຢືນຢັນວ່າ, ພາຍໃຕ້ຄວາມເອົາໃຈໃສ່, ການນໍາພາ, ຊີ້ນໍາຂອງສອງພັກ, ສອງລັດ, ການພົວພັນຮ່ວມມືລະຫວ່າງລາວ-ຫວຽດນາມ ໃນອາຍຸການກອງປະຊຸມໃຫຍ່ສະໄໝທີ XI ຂອງພັກປະຊາຊົນປະຕິວັດລາວ ແລະອາຍຸການກອງປະຊຸມໃຫຍ່ສະໄໝທີ XIII ຂອງພັກກອມມູນິດຫວຽດນາມ ບັນລຸໄດ້ຜົນງານທີ່ສຳຄັນໃນຫຼາຍດ້ານ, ນັບມື້ນັບໄດ້ຮັບການເປີດກວ້າງ, ເລິກເຊິ່ງ ແລະມີປະສິດທິຜົນ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງສອງປະເທດໄດ້ຕັ້ງໜ້າສົມທົບກັນຈັດຕັ້ງ, ຜັນຂະຫຍາຍປະຕິບັດຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ, ແຜນການຮ່ວມມື, ນໍາເອົາໝາກຜົນທີ່ແທດຈິງມາໃຫ້ປະຊາຊົນສອງປະເທດລາວ-ຫວຽດນາມ.

leftcenterrightdel
ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: nhandan.vn

ຕາມທ່ານ ທອງສະຫວັນ ພົມວິຫານ ແລ້ວ, ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໃນໄລຍະ 2021-2025 ບັນລຸໄດ້ເປົ້າໝາຍທີ່ວາງອອກ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງແຕ່ລະປະເທດ; ພ້ອມທັງເພີ່ມທະວີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດລາວ-ຫວຽດນາມ. ຕາມນັ້ນ ແລ້ວ, ການຮ່ວມມືລາວ-ຫວຽດນາມ ໃນຂົງເຂດການເມືອງ-ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ວັດທະນະທໍາ-ສັງຄົມ, ການສຶກສາ-ບຳລຸງສ້າງ... ສືບຕໍ່ໄດ້ຮັບການເພີ່ມທະວີ, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ.

ທ່ານ ທອງສະຫວັນ ພົມວິຫານ ຖືວ່າ, ເລື່ອງສອງຝ່າຍຕົກລົງເພີ່ມຄຳວ່າ “ຫຸ້ນສ່ວນຍຸດທະສາດ” ເຂົ້າໃນເນື້ອໃນຂອງການພົວພັນລະຫວ່າງສອງປະເທດ ຍິ່ງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງເລິກເຊິ່ງ ແລະຄວາມຕັດສິນໃຈລວມຂອງສອງພັກ, ສອງລັດ ໃນການຍົກລະດັບສາຍພົວພັນແບບພິເສດລາວ-ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່ ເພື່ອຜົນປະໂຫຍດ ແລະຄວາມຄາດຫວັງຕົວຈິງຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານນາງ ຮສຈ, ປອ ລໍາພູນ ດວນສຸວັນ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ. ພາບ: nhandan.vn

ຕາມທ່ານນາງ ຮສຈ, ປອ ລໍາພູນ ດວນສຸວັນ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ, ໃນໄລຍະຜ່ານມາ, ຫວຽດນາມ  ໄດ້ໃຫ້ການໜູນຊ່ວຍ, ຊ່ວຍເຫຼືອລາວ ໃນຫຼາຍຂົງເຂດ, ເປັນຕົ້ນແມ່ນເລື່ອງຫວຽດນາມ ໄດ້ສະຫງວນໃຫ້ບຸລິມະສິດແກ່ລາວ ນຳໃຊ້ທ່າເຮືອຫວຸງອ໊າງ, ສ້າງເງື່ອນໄຂໃຫ້ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄດ້ມີທາງອອກສູ່ທະເລ. ຫວຽດນາມ ກໍ່ເອົາໃຈໃສ່ ແລະໜູນຊ່ວຍລາວ ໃນທຸກຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ...

ສະແດງໃຫ້ເຫັນການຕັ້ງຄວາມຫວັງໃນໄລຍະຈະມາເຖິງ (2026-2031), ເມື່ອສອງປະເທດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງຫວຽດນາມ ແລະມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງລາວ, ສາຍພົວພັນ ລາວ-ຫວຽດນາມ ຈະນັບມື້ນັບໄດ້ຮັບການເພີ່ມທະວີ ແລະເລິກເຊິ່ງກວ່າອີກໃນທຸກຂົງເຂດ, ທ່ານນາງ ຮສຈ, ປອ ລໍາພູນ ດວນສຸວັນ ຖືວ່າ, ເພື່ອຮັບປະກັນ “ຫຸ້ນສ່ວນຍຸດທະສາດ”, ໃນໄລຍະຈະມາເຖິງ, ສອງພັກ, ສອງລັດ ລາວ-ຫວຽດນາມ ຄວນເພີ່ມທະວີການຮ່ວມມືກວ່າອີກ, ກໍ່ສ້າງ ແລະພັດທະນາພື້ນຖານໂຄງລ່າງດ້ານເສດຖະກິດ, ຄົມມະນາຄົມ, ພິເສດແມ່ນການກໍ່ສ້າງທາງດ່ວນ, ທາງລົດໄຟເພື່ອເຊື່ອມຕໍ່ສອງປະເທດ; ພ້ອມທັງເພີ່ມທະວີການຮ່ວມມືພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

leftcenterrightdel
ທ່ານ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງຈໍາປາສັກ. ພາບ: nhandan.vn

ຕາມທ່ານ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງຈໍາປາສັກ ແລ້ວ, ໃນໄລຍະ 2021-2025, ເສດຖະກິດຫວຽດນາມ ບັນລຸໄດ້ໝາກຜົນທີ່ໜ້າປະທັບໃຈ, ເຕີບໂຕສະເລ່ຍກວ່າ 6,3%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 5.000 ໂດລາສະຫະລັດ/ຄົນ/ປີ, ສິ່ງເຫຼົ່ານັ້ນໄດ້ຢືນຢັນບົດບາດ, ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ພ້ອມທັງສະແດງໃຫ້ເຫັນທີ່ຕັ້ງ, ບົດບາດຂອງຫວຽດນາມ ໃນພາກພື້ນ ແລະສາກົນ.

ຕີລາຄາສູງວຽກງານກະກຽມຢ່າງລະອຽດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທ່ານ ອາລຸນໄຊ ສູນນະລາດ ຢືນຢັນວ່າ, ນີ້ແມ່ນເຫດການການເມືອງທາງປະຫວັດສາດອັນສຳຄັນຍິ່ງຂອງຊາດຫວຽດນາມ.

ຕາງໜ້າອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຈຳປາສັກ, ທ່ານ ອາລຸນໄຊ ສູນນະລາດ ໄດ້ອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ດໍາເນີນໄປດ້ວຍຜົນສໍາເລັດຕາມລະດັບຄາດໝາຍ, ແຜນການທີ່ວາງອອກ; ຢືນຢັນວ່າ ຜົນສຳເລັດຂອງກອງປະຊຸມໃຫຍ່ ຈະປະກອບສ່ວນສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ໂດຍປະທານໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່, ປະທານ ສຸພານຸວົງ ແລະປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ ແລະການທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງຂອງການນໍາລຸ້ນຕ່າງໆ, ວິລະຊົນປະຕິວັດ ແລະປະຊາຊົນສອງປະເທດ, ນັບມື້ນັບເກີດດອກອອກຜົນ, ເປັນມໍລະດົກອັນລ້ຳຄ່າຂອງປະຊາຊົນສອງຊາດ.

ທ່ານ ອາລຸນໄຊ ສູນນະລາດ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັບບັນດາທ້ອງຖິ່ນແຮກສ່ຽວຂອງຫວຽດນາມ ສືບຕໍ່ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈການຊີ້ນຳຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ, ປະກອບສ່ວນນຳສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ເຂົ້າສູ່ຊີວິດຕົວຈິງ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດຂອງແຕ່ລະປະເທດ.

ໂດຍ: ເຈິ່ນຮວ່ຽນ