ທີ່ຮ່າໂນ້ຍ, ວຽກງານໂຄສະນາ ແລະກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ໄດ້ຜັນຂະຫຍາຍປະຕິບັດຢ່າງຄົບຊຸດ ແລະມີແບບມີແຜນ. ຄະນະກໍາມະການເລືອກຕັ້ງນະຄອນ ໄດ້ຊີ້ນໍາອະນຸກໍາມະການຖະແຫຼງຂ່າວ, ໂຄສະນາສ້າງແຜນການລວມ, ມອບໝາຍໜ້າທີ່ຢ່າງລະອຽດໃຫ້ແຕ່ລະອົງການສື່ມວນຊົນ, ຫົວໜ່ວຍວັດທະນະທໍາ, ຖະແຫຼງຂ່າວຮາກຖານ. ລະບົບວິທະຍຸກະຈາຍສຽງ ແລະໂທລະພາບ, ໜັງສືພິມເຈ້ຍ, ໜັງສືພິມເອເລັກໂຕນິກ, ເວັບໄຊເອເລັກໂຕນິກຂອງພະແນກ, ຂະແໜງການ, ຕາແສງ ໄດ້ເປີດຄໍລໍາໂຄສະນາກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງການເລືອກຕັ້ງ. ບັນດາ Digital Platform, ສື່ສັງຄົມອອນລາຍ ກໍ່ໄດ້ຂຸດຄົ້ນຢ່າງມີປະສິດທິຜົນ, ປະກອບສ່ວນແຜ່ກະຈາຍຂໍ້ມູນທາງການ, ຕອບໂຕ້ກັບທັດສະນະຜິດພາດ, ບິດເບືອນທີ່ກ່ຽວຂ້ອງເຖິງການເລືອກຕັ້ງ. ຄຽງຂ້າງກັນນັ້ນ, ບັນດາອົງການທີ່ກ່ຽວຂ້ອງຂອງນະຄອນຍັງໄດ້ຈັດຕັ້ງການໂຄສະນາດ້ວຍຫຼາຍຮູບຫຼາຍແບບ ແນໃສ່ຊ່ວຍໃຫ້ປະຊາຊົນ ມີຄວາມເຂົ້າໃຈກວ່າອີກກ່ຽວກັບເປົ້າໝາຍ, ຄວາມໝາຍຂອງການເລືອກຕ້ັງກໍ່ຄື ສິດ ແລະພັນທະຂອງຜູ້ມີສິດເລືອກຕັ້ງ.
    |
 |
|
ຕາແສງ ເກົ່າເຢີຍ (ຮ່າໂນ້ຍ) ສ້າງ video ແນະນໍາຜູ້ມີສິດເລືອກຕັ້ງຊອກຮູ້ຂໍ້ມູນຂ່າວສານການເລືອກຕ້ັງ. ພາບ: ຮວ່າງຟ້າມ |
ໃນສະພາບການຫັນເປັນດີຈີຕອນພວມດໍາເນີນໄປຢ່າງແຂງແຮງ, ນະຄອນຮ່າໂນ້ຍ ໄດ້ນໍາໃຊ້ຫຼາຍ Platform ອອນລາຍ ເພື່ອເປີດກວ້າງຂອບຂະໜາດເຂົ້າເຖິງຂໍ້ມູນຂ່າວສານຂອງຜູ້ມີສິດເລືອກຕັ້ງ. ຂໍ້ມູນຂອງຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນທຸກຂ້ັນ ໄດ້ເອົາລົງໃນລະບົບສື່ສັງຄົມອອນລາຍຢ່າງເປີດເຜີຍ. ຈາກນັ້ນຊ່ວຍໃຫ້ຜູ້ມີສິດເລືອກຕ້ັງຊອກຮູ້, ຄົ້ນຄວ້າຢ່າງລະອຽດ ເພື່ອເລືອກເອົາຜູ້ທີ່ເປັນຕົວແທນໃຫ້ແກ່ສຽງເວົ້າ ແລະຄວາມມຸ່ງມາດປາດຖະໜາຂອງປະຊາຊົນນະຄອນຫຼວງ. ຢູ່ເຂດຊຸມຊົນຫຼາຍແຫ່ງ, ໜ່ວຍເລືອກຕັ້ງໄດ້ສ້າງກຸ່ມ Zalo ເຊື່ອມຕໍ່ຈາກໜ່ວຍຊຸມຊົນຈົນເຖິງບັນດາອົງການຈັດຕັ້ງມະຫາຊົນ ແລະແນວໂຮມປະເທດຊາດ. ຜ່ານນັ້ນ, ຜູ້ມີສິດເລືອກຕັ້ງສາມາດຕິດຕາມຂໍ້ມູນຂ່າວສານກ່ຽວກັບການເລືອກຕ້ັງ, ຕັ້ງຄໍາຖາມ ຫຼືສົ່ງຄໍາຄິດເຫັນເຖິງໜ່ວຍເລືອກຕັ້ງໂດຍກົງ.
ຕາແສງເກົ່າເຢີຍ (ຮ່າໂນ້ຍ) ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ນໍາໃຊ້ເຕັກໂນໂລຢີເຂົ້າວຽກງານເລືອກຕັ້ງ. ຕາມນັ້ນແລ້ວ, ປະຈຸບັນ, ທົ່ວຕາແສງ ມີສະຖານທີ່ປ່ອນບັດ 25 ແຫ່ງ. ເພື່ອຊ່ວຍໃຫ້ຜູ້ມີສິດເລືອກຕັ້ງຊອກຮູ້ຂໍ້ມູນຢ່າງສະດວກ, ຕາແສງເກົ່າເຢີຍ ໄດ້ສ້າງແຜນທີ່ຂໍ້ມູນດີຈີຕອນ, ປະມວນຂໍ້ມູນຂ່າວສານກ່ຽວກັບສະຖານທີ່ປ່ອນບັດຢ່າງສົມບູນ. ຜູ້ມີສິດເລືອກຕັ້ງພຽງແຕ່ສະແກນລະຫັດ QR ໄດ້ລົງຢູ່ຊ່ອງຂໍ້ມູນຂອງຕາແສງ ຫຼື ຢູ່ສະຖານທີ່ໂຄສະນາແມ່ນສາມາດເຂົ້າລະບົບແຜນທີ່ອອນລາຍ ແລະຄວາມສະດວກທີ່ແທດຈິງອື່ນອີກ. ດ້ວຍ Platform ນີ້, ປະຊາຊົນສາມາດຄົ້ນຫາທີ່ຕັ້ງ, ຊື່ເອີ້ນຂອງສະຖານທີ່ປ່ອນບັດ 25 ແຫ່ງຢູ່ບໍລິເວນຕາແສງຢ່າງວ່ອງໄວ, ພ້ອມທັງນໍາໃຊ້ແຜນທີ່ແນະນຳທາງອັດສະລິຍະ ເພື່ອໄປທາງລັດ ແລະສະດວກທີ່ສຸດຈາກທີ່ຕັ້ງຂອງຜູ້ມີສິດເລືອກຕັ້ງໄປຍັງເຂດປ່ອນບັດ. ຜ່ານນັ້ນ ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງໄປເລືອກຕັ້ງຖືກຕາມກຳນົດເວລາ, ຖືກບ່ອນທີ່ກໍານົດ, ປະກອບສ່ວນຍົກສູງວຽກງານເລືອກຕັ້ງໃຫ້ມີປະສິດທິຜົນ.
ໃນຂະນະນັ້ນ, ຢູ່ຫຼາຍຕາແສງທີ່ຮ່າໂນ້ຍ ຍັງໄດ້ເປັນເຈົ້າການສ້າງລະຫັດ QR ເພື່ອໃຫ້ຜູ້ມີສິດເລືອກຊອກຮູ້ຂໍ້ມູນຂ່າວສານ, ກວດກາລາຍຊື່ຕາມຄອບຄົວ. ພ້ອມດຽວກັນນັ້ນ ຜູ້ມີສິດເລືອກຕ້ັງຍັງສາມາດສ່ອງແສງຄຳຄິດເຫັນ, ຂໍ້ສະເໜີທີ່ກ່ຽວຂ້ອງເຖິງວຽກງານເລືອກຕ້ັງໃຫ້ອົງການທີ່ມີສິດອຳນາດ, ຜ່ານນັ້ນ, ຍົກສູງລັກສະນະພາວະວິໄສ, ປະຊາທິປະໄຕ, ຮັບປະກັນຄຸນນະພາບການເລືອກຕ້ັງ.
ໂດຍ: ໄຊນີດາ