ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ມີການຝຶກແອບບັນລຸມາດຕະຖານໃນຂົງເຂດຮັກສາສັນຕິພາບທີ່ ສປຊ ຮັບຮອງ, ສ້າງຂີດໝາຍບາດກ້າວພັດທະນາສຳຄັນກ່ຽວກັບກໍາລັງຄວາມສາມາດຝຶກແອບ ແລະການເຊື່ອມໂຍງເຂົ້າກັບສາກົນຂອງກຳລັງຮັກສາສັນຕິພາບຫວຽດນາມ.
ວັນທີ 1 ມີນາ 2026, ທ່ານ Jean-Pierre Lacroix, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບການເຄື່ອນໄຫວຮັກສາສັນຕິພາບໄດ້ລົງນາມຮັບຮອງເອົາການຝຶກແອບນາຍທະຫານເສນາ ສປຊ (United Nations Staff Officer Course - UNSOC) ໂດຍກົມຮັກສາສັນຕິພາບຫວຽດນາມ ຈັດຕ້ັງບັນລຸມາດຕະຖານກ່ອນການຜັນຂະຫຍາຍຂອງ ສປຊ. ຕໍ່ຈາກນັ້ນ, ວັນທີ 11 ມີນາ 2026, ຢູ່ສໍານັກງານ ສປຊ ທີ່ນະຄອນນິວຢອກ, ທ່ານ Harinder Sood, ຫົວໜ້າອົງການຝຶກແອບສະສົມ (Integrated Training Service - ITS), ຂຶ້ນກັບກົມເຄື່ອນໄຫວສັນຕິພາບຂອງ ສປຊ (Department of Peace Operations - DPO), ໄດ້ມອບໃບຮັບຮອງໃຫ້ຝ່າຍຫວຽດນາມ ຜ່ານທ່ານພັນເອກພິເສດ ຫງວຽນດຶກກວນ, ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາ ສປຊ.
    |
 |
|
ມອບໃບຢັ້ງຢືນການຝຶກແອບ UNSOC ຂອງກົມຮັກສາສັນຕິພາບຫວຽດນາມ ບັນລຸມາດຕະຖານການຝຶກແອບກ່ອນການຜັນຂະຫຍາຍຂອງ ສປຊ. ພາບ: qdnd.vn |
ເລື່ອງ ສປຊ ໄດ້ຮັບຮອງເອົາ UNSOC ຂອງຫວຽດນາມ ມີຄວາມໝາຍສຳຄັນພິເສດ, ເພາະວ່ານີ້ແມ່ນຄັ້ງທຳອິດນັບແຕ່ຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ການຝຶກແອບ ໂດຍຫວຽດນາມ ຈັດຕັ້ງບັນລຸມາດຕະຖານສາກົນໄດ້ຮັບຮອງ. ນີ້ແມ່ນຂີດໝາຍບາດກ້າວພັດທະນາດ້ານຄຸນນະພາບໃນກໍາລັງຄວາມສາມາດຈັດຕັ້ງການຝຶກແອບຮັກສາສັນຕິພາບຂອງຫວຽດນາມ, ຢືນຢັນລະດັບຄວາມຮູ້ດ້ານວິຊາສະເພາະ, ວິທີການຝຶກແອບ ແລະລະບົບຫຼັກສູດຂອງຫວຽດນາມ ສາມາດຕອບສະໜອງມາດຕະຖານຂອງ ສປຊ ຢ່າງຄົບຖ້ວນ.
ຕາມສະຖິຕິຂອງ ສປຊ, ປະຈຸບັນໃນໂລກມີປະມານ 50 ປະເທດທີ່ມີການຝຶກແອບບັນລຸມາດຕະຖານໄດ້ຮັບການຮັບຮອງ, ໃນນັ້ນພາກພື້ນອາຊີ-ປາຊີຟິກ ມີ 14 ປະເທດ ແລະອາຊີຕາເວັນອອກສ່ຽງໃຕ້ ມີຈຳນວນ 4 ປະເທດ. ເລື່ອງຫວຽດນາມ ເຂົ້າຮ່ວມກຸ່ມບັນດາປະເທດເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າກໍາລັງຄວາມສາມາດຝຶກແອບການຮັກສາສັນຕິພາບຂອງຫວຽດນາມ ໄດ້ກ້າວເຂົ້າໃກ້ມາດຕະຖານສາກົນເທື່ອລະກ້າວ.
ການຝຶກແອບ UNSOC ປີ 2026 ໄດ້ຈັດຕັ້ງໃນລະຫວ່າງວັນທີ 3-30 ມັງກອນ 2026 ຢູ່ສຳນັກງານກົມຮັກສາສັນຕິພາບຫວຽດນາມ ດ້ວຍການເຂົ້າຮ່ວມຂອງນັກສໍາມະນາກອນຫວຽດນາມ ແລະຫຼາຍປະເທດອື່ນ ຈໍານວນ 41 ຄົນ. ຖັນແຖວຄູອາຈານຂອງການຝຶກແອບແມ່ນນາຍທະຫານຫວຽດນາມ ທີ່ມີບົດຮຽນພຶດຕິກໍາຕົວຈິງຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ແລະໄດ້ຮັບການບໍາລຸງສ້າງດ້ານວິຊາຄູມາຢ່າງເປັນລະບົບ.
ໃນໄລຍະ 3 ອາທິດຂອງການຝຶກແອບ, ນັກສໍາມະນາກອນ ໄດ້ປະກອບຄວາມຮູ້ຮອບດ້ານກ່ຽວກັບໂຄງປະກອບການຈັດຕັ້ງ ແລະກົນໄກການເຄື່ອນໄຫວຂອງ ສປຊ ໃນຂົງເຂດຮັກສາສັນຕິພາບ; ບົດບາດຂອງນາຍທະຫານເສນາ ທີ່ສໍານັກງານຄະນະປະຕິບັດງານ; ຂັ້ນຕອນການສ້າງແຜນການດ້ານທະຫານ; ກໍ່ຄືເນື້ອໃນສົມທົບນາໆຊາດ ແລະຫຼາຍຂົງເຂດໃນສະພາບແວດລ້ອມແຫ່ງການເຄື່ອນໄຫວຮັກສາສັນຕິພາບ.
    |
 |
|
ຜູ້ແທນ, ຄູອາຈານ ແລະນັກສໍາມະນາກອນຖ່າຍຮູບທີ່ລະນຶກທີ່ພິທີເປີດການຝຶກແອບ UNSOC ປີ 2026. ພາບ: qdnd.vn |
ໝາກຜົນການຕີລາຄາຂອງອົງການຝຶກແອບ ຂຶ້ນກັບ ສປຊ ສະແດງໃຫ້ເຫັນວ່າ ການຝຶກແອບ UNSOC ຂອງກົມຮັກສາສັນຕິພາບຫວຽດນາມ ສາມາດຕອບສະໜອງມາດຕະຖານການຝຶກແອບຂອງ ສປຊ ຢ່າງຄົບຖ້ວນ.
ຄືແນວນັ້ນ, ດ້ວຍການໜູນຊ່ວຍຂອງ ສປຊ ແລະບັນດາຄູ່ຮ່ວມມືສາກົນ, ການຝຶກແອບ UNSOC ຂອງຫວຽດນາມ ບັນລຸມາດຕະຖານໄດ້ຮັບການຮັບຮອງ ອັນໄດ້ສ້າງພື້ນຖານເພື່ອໃຫ້ກົມຮັກສາສັນຕິພາບຫວຽດນາມ ຈັດຕັ້ງການຝຶກແອບຕາມມາດຕະຖານຂອງ ສປຊ ແລະມອບໃບຢັ້ງຢືນໃຫ້ນັກສໍາມະນາກອນທີ່ມີເງື່ອນໄຂຄົບກ່ອນທີ່ຈະຜັນຂະຫຍາຍໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ. ໃບຢັ້ງຢືນນີ້ມີຄຸນຄ່າສູງສໍາລັບນັກສຳມະນາກອນຫວຽດນາມ ແລະຕ່າງປະເທດທີ່ເຂົ້າຮ່ວມການຝຶກແອບ, ຜ່ານນັ້ນປະກອບສ່ວນສ້າງມາດຕະຖານການຝຶກແອບກໍາລັງຮັກສາສັນຕິພາບຕາມມາດຕະຖານຂອງ ສປຊ. ນີ້ທັງແມ່ນພື້ນຖານນິຕິກຳທີ່ສຳຄັນເພື່ອໃຫ້ກົມຮັກສາສັນຕິພາບຫວຽດນາມ ສືບຕໍ່ເປີດກວ້າງການເຄື່ອນໄຫວຝຶກແອບບັນລຸມາດຕະຖານສາກົນ, ເພີ່ມທະວີການຮ່ວມມືບໍາລຸງສ້າງກັບຄູ່ຮ່ວມມື ແລະການພັດທະນາການຝຶກແອບທີ່ມີຄວາມສາມາດບົ່ມຊ້ອນທີ່ໄດ້ຮັບການຮັບຮອງຈາກ ສປຊ ເທື່ອລະກ້າວ. ຜ່ານນັ້ນປະກອບສ່ວນຍົກສູງກໍາລັງຄວາມສາມາດກຽມພ້ອມຜັນຂະຫຍາຍກໍາລັງຂອງຫວຽດນາມ, ພ້ອມທັງຢືນຢັນບົດບາດ ແລະຄວາມຮັບຜິດຊອບນັບມື້ນັບຕັ້ງໜ້າຂອງຫວຽດນາມ ໃນຄວາມມານະພະຍາຍາມລວມຂອງ ສປຊ ແນໃສ່ຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ.
ໝາກຜົນນີ້ກໍ່ສ້າງປະຖົມປັດໄຈອັນສຳຄັນເພື່ອໃຫ້ກົມຮັກສາສັນຕິພາບຫວຽດນາມ ສືບຕໍ່ພັດທະນາແຜນການຝຶກແອບບັນລຸມາດຕະຖານ ສປຊ, ກໍ່ສ້າງຫວຽດນາມ ໃຫ້ກາຍເປັນສູນຝຶກແອບການຮັກສາສັນຕິພາບທີ່ມີຊື່ສຽງໃນພາກພື້ນເທື່ອລະກ້າວ.
ບົນພື້ນຖານຜົນສຳເລັດຂອງການຝຶກແອບ UNSOC, ໃນໄລຍະຈະມາເຖິງ, ກົມຮັກສາສັນຕິພາບຫວຽດນາມ ຈະສືບຕໍ່ຄົ້ນຄວ້າ, ພັດທະນາ ແລະຈັດຕັ້ງການຝຶກແອບທີ່ມີຄວາມສາມາດບົ່ມຊ້ອນບັນລຸມາດຕະຖານໄດ້ຮັບຮອງຈາກ ສປຊ ຄື: ການຝຶກແອບການປົກປ້ອງພົນລະເຮືອນຮອບດ້ານ (Comprehensive Protection of Civilians - CPOC), ການຝຶກແອບນາຍທະຫານສັງເກດການດ້ານການທະຫານ ສປຊ (United Nations Military Observer - UNMO) - ລາຍການຝຶກແອບຂອງ UNMO ແລະລາຍການຝຶກແອບລົງເລິກ ຂະແໜງການຕ່າງໆ.
ໂດຍ: ເຈິ່ນຮວ່ຽນ