leftcenterrightdel
ທ່ານ ໂຮ່ກວາງບຶວ ຮອງປະທານຄະນະກໍາມະການປະຊາຊົນນະຄອນດ່ານັ້ງ (ເບື້ອງຂວາ) ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ ທະນົງໄຊ ຄຸດໄພທູນ ທີ່ການເຮັດວຽກ. ພາບ: ຈ້ອງຮຸຍ.

ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນປະສົບການໃນວຽກງານການຈັດຕັ້ງ ແລະເຄື່ອນໄຫວຂອງສູນຮັບໃຊ້ການບໍລິຫານສາທາລະນະແກ້ໄຂລະບຽບການບໍລິຫານຜ່ານກົນໄກ “ປະຕູດຽວ”.

ແຈ້ງໃຫ້ຊາບທີ່ການຕ້ອນຮັບ, ທ່ານ ໂຮ່ກວາງບຶວ ໃຫ້ຮູ້ວ່າ ແຕ່ວັນທີ 1 ກໍລະກົດ 2025, ນະຄອນດ່ານັ້ງ ແລະແຂວງກວ໋າງນາມ ໄດ້ໂຮມເຂົ້າກັນເປັນນະຄອນດ່ານັ້ງໃໝ່ ເຊິ່ງໄດ້ເປີດພື້ນທີ່ພັດທະນາໃໝ່ດ້ວຍທ່າໄດ້ປຽບຫຼາຍຢ່າງ. ພິເສດ, ພ້ອມກັບບັນດາກົນໄກ, ນະໂຍບາຍພິເສດ ທີ່ສູນກາງ ໄດ້ປະກາດໃຊ້ຈະສ້າງແຮງຂັບເຄື່ອນອັນສໍາຄັນໃຫ້ແກ່ນະຄອນພັດທະນາໃນໄລຍະໃໝ່.

leftcenterrightdel
ຄະນະປະຕິບັດງານ ນະຄອນຫຼວງວຽງຈັນ ຢ້ຽມຊົມສູນຮັບໃຊ້ການບໍລິຫານສາທາລະນະ ນະຄອນດ່ານັ້ງ. ພາບ: ຈ້ອງຮຸຍ.

ນໍາສະເໜີກ່ຽວກັບຮູບແບບສູນຮັບໃຊ້ການບໍລິຫານສາທາລະນະນະຄອນ, ທ່ານ ເລຕື້ຢາແທ້ງ ຮອງຫົວໜ້າຫ້ອງວ່າການຄະນະກໍາມະການປະຊາຊົນ, ຫົວໜ້າສູນຮັບໃຊ້ການບໍລິຫານສາທາລະນະ ນະຄອນດ່ານັ້ງ ໃຫ້ຮູ້ວ່າ ທົ່ວນະຄອນ ມີ 1 ສູນຮັບໃຊ້ການບໍລິຫານສາທາລະນະນະຄອນ ຂຶ້ນກັບຫ້ອງວ່າການຄະນະກໍາມະການປະຊາຊົນ ແລະ 93 ສູນຮັບໃຊ້ການບໍລິຫານສາທາລະນະ ຂຶ້ນກັບຄະນະກໍາມະການປະຊາຊົນບັນດາຕາແສງ.

leftcenterrightdel
ຄະນະປະຕິບັດງານ ນະຄອນຫຼວງວຽງຈັນ ຢ້ຽມຊົມສູນຕິດຕາມ ແລະບໍລິຫານອັດສະລິຍະ ດ່ານັ້ງ (IOC). ພາບ: ຈ້ອງຮຸຍ.

ທີ່ການເຮັດວຽກ, ຜູ້ຕາງໜ້າສອງຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນຢ່າງລະອຽດກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວຂອງຮູບແບບສູນຮັບໃຊ້ການບໍລິຫານສາທາລະນະ ຂອງນະຄອນ.

ກ່ອນໜ້ານັ້ນ, ຄະນະປະຕິບັດງານນະຄອນຫຼວງວຽງຈັນ ໄດ້ລົງຢ້ຽມຊົມທີ່ສູນຮັບໃຊ້ການບໍລິຫານສາທາລະນະ ນະຄອນ ແລະສູນຕິດຕາມ ແລະບໍລິຫານອັດສະລິຍະ ດ່ານັ້ງ (IOC).

ໂດຍ: ໄຊຊະນະ