ທ່ານນາຍົກລັດຖະມົນຕີ ເປັນປະທານກອງປະຊຸມ ກ່ຽວກັບການພັດທະນາ “ເສດຖະກິດສີເງິນ”
ກປ.ອອນໄລ - ຕອນເຊົ້າວັນທີ 11 ມີນາ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມ ກ່ຽວກັບການພັດທະນາ “ເສດຖະກິດສີເງິນ” (silver economy - ເສດຖະກິດສໍາລັບຜູ້ອາຍຸສູງ) ໃນໂລກ ແລະການປັບຕົວນະໂຍບາຍ, ຍຸດທະສາດຂອງຫວຽດນາມ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມກ່ຽວກັບການພັດທະນາ “ເສດຖະກິດສີເງິນ” (silver economy - ເສດຖະກິດສໍາລັບຜູ້ອາຍຸສູງ) ໃນໂລກ ແລະການປັບຕົວນະໂຍບາຍ, ຍຸດທະສາດຂອງຫວຽດນາມ. ພາບ: VGP |
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈີ້ງ ໄດ້ເນັ້ນໜັກເຖິງຈຸດສຸມຂອງການກະທຳໃນການພັດທະນາ “ເສດຖະກິດສີເງິນ”. ຕາມນັ້ນແລ້ວ, ການປູກຈິດສໍານຶກ, ການປ່ຽນແປງຈິນຕະນາການ ເພື່ອປັບຕົວກັບສະພາບການປະຊາກອນຜູ້ອາຍຸສູງເພີ່ມຂຶ້ນຫຼາຍຕິດພັນກັບການພັດທະນາ “ເສດຖະກິດສີເງິນ”, ພັດທະນາລະບົບນິເວດເບິ່ງແຍງດູແລສຸຂະພາບໃຫ້ແກ່ຜູ້ອາຍຸສູງ; ພ້ອມກັນນັ້ນ, ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງໃນສັງຄົມ...
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: VGP |
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເອົາໃຈໃສ່ 3 ເສົາຄ້ຳໃນການພັດທະນາເສດຖະກິດສີເງິນ: “ຜູ້ອາຍຸສູງແມ່ນໃຈກາງ, ທັງແມ່ນແຫຼ່ງກຳລັງສະໜອງດ້ວຍບົດບາດເປັນແຫຼ່ງກຳລັງແຮງງານທີ່ມີຄຸນຄ່າ, ມີບົດຮຽນປະສົບການຫຼາຍ, ທັງແມ່ນກຳລັງໜູນຂອງຄວາມຕ້ອງການ, ດ້ວຍບົດບາດແມ່ນແຫຼ່ງກຳລັງບໍລິໂພກທີ່ມີສິດອຳນາດ, ມີຄວາມສາມາດໃນການໃຊ້ຈ່າຍສູງ, ເປັນຕົ້ນແມ່ນໃຫ້ແກ່ການຮັກສາສຸຂະພາບ, ການທ່ອງທ່ຽວ, ການຮ່ຳຮຽນ. ວິສາຫະກິດແມ່ນຈຸດໃຈກາງຂອງການປະດິດຄິດສ້າງ, ການປະຕິບັດ, ດ້ວຍຄວາມຮັບຜິດຊອບທາງສັງຄົມ ແລະສະພາບແວດລ້ອມເຮັດວຽກທີ່ເປັນມິດກັບຜູ້ອາຍຸສູງ. ລັດ ເປັນຜູ້ສ້າງລະບອບລະບຽບການ, ສ້າງຂອບນິຕິກຳ, ບຸລິມະສິດພິເສດ ແລະສະຫວັດດີການອັນໝັ້ນແກ່ນ”.
    |
 |
|
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: VGP |
ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີສຸມໃສ່ສ້າງລະບອບລະບຽບການພັດທະນາ “ເສດຖະກິດສີເງິນ”; ຄົ້ນຄວ້າ, ສ້າງຮູບແບບພັດທະນາລະບົບນິເວດ “ເສດຖະກິດສີເງິນ”, ຮັບປະກັນການສະສົມບັນດາປັດໄຈເຕັກໂນໂລຊີ, ການບໍລິການ, ການຜະລິດທີ່ສອດຄ່ອງກັບຄວາມຕ້ອງການຂອງຜູ້ອາຍຸສູງ.
ໂດຍ: ໄຊຊະນະ