leftcenterrightdel
ພິທີມອບ-ຮັບອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກົມທະຫານຊາຍແດນ (ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ) ແລະກົມໃຫຍ່ຕຳຫຼວດ, ກົມໃຫຍ່ສັນຕິບານ (ກະຊວງປ້ອງກັນຄວາມສະຫງົບລາວ). ພາບ: ມີງຕວ່ານ.

ລະອຽດ, ຢູ່ດ່ານສາກົນເກົ່າແຈວ (ຮ່າຕິ້ງ) ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ໄດ້ຈັດພິທີມອບ-ຮັບອຸປະກອນການແພດລວມມີຜ້າປິດປາກ 150.000 ອັນ ແລະຊຸດເຄື່ອງນຸ່ງປົກປ້ອງ 9.000 ຊຸດໃຫ້ກົມທະຫານຊາຍແດນ (ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ) ແລະກົມໃຫຍ່ຕຳຫຼວດ, ກົມໃຫຍ່ສັນຕິບານ (ກະຊວງປ້ອງກັນຄວາມສະຫງົບລາວ).

leftcenterrightdel
ພິທີມອບ-ຮັບອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງກໍາປູເຈຍ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ກໍາປູເຈຍ. ພາບ: ຢາງເຟືອງ.

ຢູ່ດ່ານສາກົນມົກບ່າຍ (ໄຕນິງ), ກອງບັນຊາການທະຫານຊາຍແດນແຂວງໄຕນີງ ໄດ້ມອບຜ້າປິດປາກ 200.000 ອັນ ແລະຊຸດເຄື່ອງນຸ່ງປົກປ້ອງ 12.000 ຊຸດໃຫ້ກົມໃຫຍ່ຕໍາຫຼວດ, ກົມໃຫຍ່ອົບພະຍົບ (ກະຊວງພາຍໃນແຫ່ງລາຊະອານາຈັກກຳປູເຈຍ) ແລະກອງບັນຊາການທະຫານບົກ, ກອງບັນຊາການສັນຕິລາດທະຫານ (ກອງທັບລາດຊະວົງກຳປູເຈຍ). ເນື່ອງໃນໂອກາດນີ້, ກອງບັນຊາການທະຫານຊາຍແດນຫວຽດນາມ ຍັງໄດ້ມອບຜ້າປິດປາກ 20 ແກັດ ແລະໝີ່ສຳເລັດຮູບ 3.000 ແກັດໃຫ້ພໍ່ແມ່ປະຊາຊົນຫວຽດນາມ ທີ່ອາໄສຢູ່ກໍາປູເຈຍ.

ໂດຍ: ທະນາພອນ