leftcenterrightdel
ແຂວງກວາງຈິ ສສ ຫວຽດນາມ ມອບອຸປະກອນການແພດໃຫ້ເມືອງເຊໂປນ ແລະເມືອງນອງ. ພາບ: kpl.gov.la.

ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ເມືອງເຊໂປນ ໄດ້ຮັບຊຸດປ້ອງກັນພະຍາດ 700 ຊຸດ, ຜ້າອັດປາກ-ດັງ 7.000 ອັນ, ຜ້າອັດປາກ N95 ຈໍານວນ 400 ອັນ, ນໍ້າຢາຂ້າເຊື້ອ 600 ກິໂລກຣາມ, ເຈວລ້າງມື 400 ຂວດ, ເຄື່ອງພົ່ນຢາຂ້າເຊື້ອ 04 ເຄື່ອງ ແລະເຄື່ອງວັດແທກອຸນຫະພູມ 20 ອັນ. ເມືອງນອງ ໄດ້ຮັບຊຸດປ້ອງກັນພະຍາດ 650 ຊຸດ, ຜ້າອັດປາກ-ດັງ 6.500 ອັນ, ຜ້າອັດປາກ N95 ຈຳນວນ 300 ອັນ, ນໍ້າຢາຂ້າເຊື້ອ 600 ກິໂລກຣາມ, ເຈວລ້າງມື 300 ຂວດ, ເຄື່ອງພົ່ນຢາຂ້າເຊື້ອ 03 ເຄື່ອງ ແລະເຄື່ອງວັດແທກອຸນຫະພູມ 20 ອັນ. ລວມມູນຄ່າທັງໝົດ 420 ລ້ານດົງ ຫລືປະມານ 164 ລ້ານກີບ. ພ້ອມກັນນີ້, ພະແນກການພົວພັນຕ່າງປະເທດແຂວງກວາງຈິ ຍັງໄດ້ມອບຜ້າອັດປາກ 18.900 ອັນ ແລະເຈວລ້າງມື 100 ຂວດໃຫ້ພະແນກການພົວພັນຕ່າງປະເທດແຂວງສະຫວັນນະເຂດມູນຄ່າ 7,8 ລ້ານ. ທັງນີ້, ເຫັນໄດ້ຄວາມສຳຄັນໃນການປ້ອງກັນພະຍາດໃນຂອບເຂດຊາຍແດນປະເທດ.

ໂອກາດນີ້, ສະຫາຍນາງ ຫລິງທອງ ແສງຕາວັນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງການນຳພັກ-ລັດ, ອົງການປົກຄອງ ແລະປະຊົນບັນດາເຜົ່າແຂວງກວາງຈິ ອ້າຍນ້ອງ ທີ່ຍາມໃດກໍໄດ້ມີຄວາມເປັນຫວ່ງເປັນໃຍ ແລະໃຫ້ການຊ່ວຍເຫລືອອັນລໍ້າຄ່າໃຫ້ແກ່ແຂວງສະຫວັນນະເຂດ ມາໂດຍຕະຫລອດ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຢືນຢັນວ່າຈະນຳເອົາເຄື່ອງຊ່ວຍເຫລືອດັ່ງກ່າວໄປແຈກຢາຍ ໃຫ້ພະນັກງານ, ປະຊາຊົນລວມເຖິງເຈົ້າໜ້າທີ່ທີ່ເຮັດວຽກປ້ອງກັນ ແລະສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ເນື້ອໃນ: ຂປລ