ກໍາປັ່ນ 17 ສິ້ນສຸດການເຂົ້າຮ່ວມການຝຶກຊ້ອມ MILAN 2026
ກປ.ອອນໄລ - ຕອນເຊົ້າວັນທີ 12 ມີນາ, ກໍາປັ່ນ 17 ຂຶ້ນກັບກອງພົນນ້ອຍ 171, ທະຫານເຮືອເຂດ 2 ພ້ອມດ້ວຍຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ນໍາໂດຍພັນເອກພິເສດ ເລດິ່ງງີ ຮອງຫົວໜ້າເສນາທິການ ທະຫານເຮືອເຂດ 2 ໄດ້ເຂົ້າທຽບທ່າຢ່າງປອດໄພ, ສິ້ນສຸດການເດີນທາງໄປປະຕິບັດໜ້າທີ່ສາກົນທີ່ແກ່ຍາວເປັນເວລາ 45 ວັນ, ເຂົ້າຮ່ວມການຝຶກຊ້ອມທະຫານເຮືອຫຼາຍຝ່າຍ MILAN 2026 ທີ່ Visakhapatnam (ອິນເດຍ) ແລະຢ້ຽມຢາມມິດຕະພາບມາເລເຊຍ.
ການຝຶກຊ້ອມ MILAN 2026 ດ້ວຍຫົວຂໍ້ “ນໍ້າໃຈມິດຕະພາບ-ການຮ່ວມມື-ສົມທົບກັນ” ມີການເຂົ້າຮ່ວມຂອງກໍາລັງທະຫານເຮືອທີ່ມາຈາກ 74 ປະເທດ. ບັນດາກິດຈະກຳໄດ້ຈັດຕັ້ງເປັນ 2 ໄລຍະ, ລວມມີເນື້ອໃນຢູ່ຝັ່ງ ແລະການຝຶກຊ້ອມຢູ່ທະເລ, ດໍາເນີນແຕ່ວັນທີ 14 ຫາວັນທີ 25 ກຸມພາ ທີ່ເຂດທາງທິດຕາເວັນອອກ ນະຄອນ Visakhapatnam.
    |
 |
|
ກໍາປັ່ນ 17 ເຂົ້າທຽບທ່າກອງພົນນ້ອຍ 171 ທະຫານເຮືອ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນການເຂົ້າຮ່ວມການຝຶກຊ້ອມ, ກໍາປັ່ນ 17 ພ້ອມດ້ວຍຄະນະທະຫານເຮືອປະຊາຊົນຫວຽດນາມ ໄດ້ສົມທົບຢ່າງແໜ້ນແຟ້ນກັບທະຫານເຮືອບັນດາປະເທດ, ປະຕິບັດບັນດາລາຍການຕາມແຜນການ: ກວດແຖວກໍາປັ່ນສາກົນ, ເຄື່ອນຍ້າຍຮູບແຖວ, ຕິດຕໍ່ສື່ສານ, ຊອກຫາກູ້ໄພ ແລະບາງເນື້ອໃນຝຶກຊ້ອມປະສານສົມທົບຢູ່ທະເລ. ເນື້ອໃນທັງໝົດ ລ້ວນແຕ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖືກຕາມຂໍ້ກໍານົດ, ຮັບປະກັນຄວາມປອດໄພຢ່າງເດັດຂາດ. ໃນຂອບເຂດການເດີນທາງ, ກໍາປັ່ນ 17 ໄດ້ເຂົ້າທຽບທ່າ Lumut, ເຮັດວຽກ ແລະເຂົ້າຢ້ຽມຂໍ່ານັບທະຫານເຮືອມາເລເຊຍ, ແຂ່ງຂັນ ກິລາມິດຕະພາບກັບນາຍທະຫານ, ລູກເຮືອປະເທດເພື່ອນ ແລະຢ້ຽມຊົມສະຖານທີ່ທາງວັດທະນະທຳ ແລະປະຫວັດສາດຈຳນວນໜຶ່ງຂອງທ້ອງຖິ່ນ. ບັນດາກິດຈະກໍານີ້ ໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອ ໃຈ ແລະຊຸກຍູ້ການພົວພັນຮ່ວມມືລະຫວ່າງທະຫານເຮືອສອງປະເທດ.
ກໍາປັ່ນ 17 ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ຮັບການຕີລາຄາສູງກ່ຽວກັບຄວາມເປັນມືອາຊີບ, ຄວາມສາມາດປະສານສົມທົບ ແລະມີລະບຽບວິໄນໃນການຈັດຕັ້ງປະຕິບັດໜ້າທີ່ຈາກທະຫານເຮືອບັນດາປະເທດ. ຜ່ານນັ້ນ ປະກອບສ່ວນຢັ້ງຢືນລະດັບຄວາມຮູ້, ຂີດຄວາມສາມາດ ແລະຖານະທີ່ຕັ້ງນັບມື້ນັບສູງຂຶ້ນຂອງທະຫານເຮືອປະຊາຊົນຫວຽດນາມ ໃນສະພາບແວດລ້ອມການຮ່ວມມືສາກົນ.
ໂດຍ: ໄຊຊະນະ