ມາຮອດປະຈຸບັນ, ທົ່ວກອງທັບມີຄະນະເສດຖະກິດ-ການປ້ອງກັນຊາດ ຈຳນວນ 32 ຄະນະເຂົ້າຮ່ວມກໍ່ສ້າງ, ພັດທະນາຢູ່ 31 ເຂດເສດຖະກິດ-ການປ້ອງກັນຊາດ ໃນບໍລິເວນຍຸດທະສາດຫ່າງໄກສອກຫຼີກ, ຊາຍແດນ, ທະເລ, ໝູ່ເກາະ. ນີ້ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ສະແດງອອກໃຫ້ເຫັນການສົມທົບສອງໜ້າທີ່ຍຸດທະສາດແມ່ນການສ້າງສາ ແລະປົກປັກຮັກສາປະເທດຊາດ, ສອດຄ່ອງກັບພາລະບົດບາດ, ໜ້າທີ່ຂອງກອງທັບໃນສະພາບການໃໝ່.
ບໍລິເວນທະຫານເຂດ 9 ລວມມີ 5 ແຂວງ, ນະຄອນ ມີເນື້ອທີ່ 40.600km², ປະຊາກອນ 17.273.630 ຄົນ; ມີເຂດທະເລ, ເກາະທີ່ກວ້າງໃຫຍ່ ແລະເສັ້ນຊາຍແດນທາງບົກຕິດຈອດກັບກຳປູເຈຍ. ໂດຍຊາບຊຶມບັນດາແຜນນະໂຍບາຍ, ເອກະສານຊີ້ນຳຂອງຂັ້ນເທິງ, ຄະນະພັກ, ກອງບັນຊາການທະຫານເຂດ 9 ໄດ້ປະສານສົມທົບກັບຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ດົ່ງຖາບ ແລະອານຢາງ ສ້າງຕັ້ງຄະນະຊີ້ນຳກ່ຽວກັບການກໍ່ສ້າງເຂດເສດຖະກິດ-ປ້ອງກັນຊາດ ເພື່ອຈັດຕັ້ງການລົງທຶນພັດທະນາ. ຕາມການວາງແຜນຜັງ, ເຂດເສດຖະກິດ-ປ້ອງກັນຊາດ ເຕີນຮົ່ງ (ແຂວງດົ່ງຖາບ) ມີເນື້ອທີ່ 51.907 ເຮັກຕາ ໃນບໍລິເວນ 8 ຕາແສງ; ເຂດເສດຖະກິດ-ປ້ອງກັນຊາດ ຕືຢາກລອງຊວຽນ (ແຂວງອານຢາງ) ມີເນື້ອທີ່ 44.320 ເຮັກຕາ ໃນບໍລິເວນ 3 ຕາແສງ; ເຂດເສດຖະກິດ-ປ້ອງກັນຊາດທະເລ, ເກາະທາງທິດຕາເວັນຕົກສ່ຽງໃຕ້ (ແຂວງອານຢາງ) ມີເນື້ອທີ່ 15.250 ເຮັກຕາ ໃນບໍລິເວນ 10 ຕາແສງ.
    |
 |
|
ພະນັກງານ, ປັນຍາຊົນໜຸ່ມຄະນະເສດຖະກິດ-ປ້ອງກັນຊາດ 915 (ທະຫານເຂດ 9) ໜູນຊ່ວຍປະຊາຊົນລ້ຽງງົວປະສົມພັນ Sind. ພາບ: ກວາງດຶກ |
ທ່ານພົນຈັດຕະວາ ແກັກວັນຍໍ, ຮອງຜູ້ບັນຊາການທະຫານເຂດ 9 ໃຫ້ຮູ້ວ່າ ໂດຍໃກ້ຊິດຕິດແທດກັບພາລະບົດບາດ, ໜ້າທີ່ທີ່ໄດ້ມອບໝາຍ, ໃນຊຸມປີຜ່ານມາ, ຄະນະພັກ, ກອງບັນຊາການທະຫານເຂດ 9 ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ມາດຕະການນໍາພາ, ຊີ້ນຳການກໍ່ສ້າງ ແລະພັດທະນາບັນດາເຂດເສດຖະກິດ-ປ້ອງກັນຊາດ ຕາມທິດໝັ້ນຄົງ, ຍືນຍົງ. ບັນດາຄະນະເສດຖະກິດ-ປ້ອງກັນຊາດ ດ້ວຍບົດບາດເປັນເຈົ້າຂອງໂຄງການ ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ເສີມຂະຫຍາຍຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຈັດຕັ້ງປະຕິບັດ 4 ກຸ່ມໂຄງການລົງທຶນກໍ່ສ້າງ. ຫຼາຍກິດຈະກໍາພື້ນຖານໂຄງລ່າງທີ່ຈຳເປັນ ໄດ້ສຳເລັດ, ຄື: ຂົວ, ທາງຄົມມະນາຄົມ, ໂຮງຮຽນ... ລວມຍອດລາຍຈ່າຍທັງໝົດເກືອບ 1.000 ຕື້ດົ່ງ.
ພ້ອມກັນນັ້ນ, ບັນດາຄະນະເສດຖະກິດ-ປ້ອງກັນຊາດ ຍັງໄດ້ຈັດຕັ້ງປະຕິບັດບັນດາໂຄງການ, ກິດຈະກໍາຍ່ອຍຂອງໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະພັດທະນາເສດຖະກິດ-ສັງຄົມ ເຂດຊົນເຜົ່າສ່ວນໜ້ອຍ. ຫຼາຍສິບພັນຄອບຄົວທີ່ທຸກຍາກ, ໃກ້ທຸກຍາກ, ຫາກໍ່ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະຄອບຄົວຊົນເຜົ່າສ່ວນໜ້ອຍ ໄດ້ຮັບການໜູນຊ່ວຍແນວພັນສັດລ້ຽງ, ຝຶກອົບຮົມເຕັກນິກລ້ຽງສັດ. ວຽກງານຮັກສາສຸຂະພາບປະຊາຊົນ ໄດ້ຮັບຄວາມເອົາໃຈໃສ່ດ້ວຍການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າຫຼາຍຄັ້ງ; ໄດ້ໜູນຊ່ວຍວັດຖຸອຸປະກອນການແພດທີ່ມີມູນຄ່າກວ່າ 13 ຕື້ດົ່ງໃຫ້ແກ່ທ້ອງຖິ່ນ.
ແຕ່ປີ 2010, ບັນດາຄະນະເສດຖະກິດ-ປ້ອງກັນຊາດ ຢູ່ບໍລິເວນທະຫານເຂດ 9 ໄດ້ຈັດຕັ້ງປະຕິບັດໂຄງການ 174 ຢ່າງມີປະສິດທິຜົນກ່ຽວກັບ “ການເພີ່ມທະວີປັນຍາຊົນໜຸ່ມອາສາສະໝັກມາເຮັດວຽກຢູ່ເຂດເສດຖະກິດ-ປ້ອງກັນຊາດ”. ມາຮອດປະຈຸບັນໄດ້ຮັບສະໝັກ, ຝຶກແອບ-ຫັດແອບ ແລະຈັດແບ່ງວຽກງານໃຫ້ 215 ຄົນ ໄປໜູນຊ່ວຍບໍລິເວນຮາກຖານ. ນີ້ແມ່ນກຳລັງຫຼັກແຫຼ່ງ ພ້ອມກັບພະນັກງານ, ນັກຮົບໃນຄະນະເສດຖະກິດ-ປ້ອງກັນຊາດ ເຂົ້າຮ່ວມບັນດາໂຄງການພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງລະບົບການເມືອງຮາກຖານ, ໂຄສະນາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ແລະຖ່າຍຖອດວິທະຍາສາດເນັກນິກເຂົ້າໃນການຜະລິດ.
    |
 |
|
ຄະນະເສດຖະກິດ-ປ້ອງກັນຊາດ 915 (ທະຫານເຂດ 9) ໜູນຊ່ວຍແບ້ແມ່ພັນໃຫ້ປະຊາຊົນເຂດໂຄງການ. ພາບ: ກວາງດຶກ |
ດ້ວຍຈິດໃຈປະຈັນບານ, ປະດິດສ້າງ, ປັນຍາຊົນໜຸ່ມອາສາສະໝັກ ໄດ້ຊ່ວຍເຫຼືອປະຊາຊົນ ກໍ່ສ້າງຫຼາຍຮູບແບບການຜະລິດຢ່າງມີປະສິດທິຜົນ, ຄື: ລ້ຽງງົວ, ລ້ຽງແບ້ ແບກຖາວ, ລ້ຽງໄກ່ເຄິ່ງອຸດສາຫະກຳ. ທ່ານພັນເອກພິເສດ ຫງວຽນຊວນຮຸຍ, ຫົວໜ້າການເມືອງຄະນະເສດຖະກິດ-ປ້ອງກັນຊາດ 915 ໃຫ້ຮູ້ວ່າ ຜ່ານໄລຍະເວລາປະຕິບັດງານ, ບັນດາປັນຍາຊົນໜຸ່ມຍາມໃດກໍ່ສະແດງອອກໃຫ້ເຫັນຈິດໃຈຝຶກຝົນຫຼໍ່ຫຼອມ, ອຸທິດຕົນ; ຫຼາຍຄົນໄດ້ເຕີບໃຫຍ່ ແລະໄດ້ເຂົ້າເປັນສະມາຊິກພັກ.
ຕາມສະຫາຍ ໂຮ່ວັນລິ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ເຕີນຮົ່ງ ແລ້ວ, ບັນດາໂຄງການໂດຍຄະນະເສດຖະກິດ-ປ້ອງກັນຊາດ ຈັດຕັ້ງປະຕິບັດໄດ້ຮັບຄວາມເຫັນດີເຫັນພ້ອມ, ສະໜັບສະໜູນຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນ. ຫຼາຍຕາແສງທີ່ຢູ່ໃນເຂດບັນລຸມາດຕະຖານຊົນນະບົດໃໝ່, ບາງຕາແສງໄດ້ຮັບໃບຢັ້ງຢືນເປັນຊົນນະບົດໃໝ່ຍົກສູງ. ຜົນສຳເລັດຂອງບັນດາໂຄງການ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນເທົ່ານັ້ນ ຫາກຍັງສ້າງພື້ນຖານພັດທະນາແບບຍືນຍົງໃຫ້ບໍລິເວນຊາຍແດນອີກດ້ວຍ.
    |
 |
|
ຄະນະເສດຖະກິດ-ປ້ອງກັນຊາດ 915 (ທະຫານເຂດ 9) ໜູນຊ່ວຍງົວພັນໃຫ້ປະຊາຊົນໃນເຂດໂຄງການ. ພາບ: ກວາງດຶກ |
ຢູ່ທະເລ, ເກາະ, ກອງບັນຊາການທະຫານເຂດ 9 ໄດ້ຊີ້ນຳບັນດາກົມກອງປະສານສົມທົບຢ່າງແໜ້ນແຟ້ນກັບທ້ອງຖິ່ນເພີ່ມທະວີວຽກງານຂົນຂວາຍປະຊາຊົນຕິດພັນກັບການພັດທະນາເສດຖະກິດ-ສັງຄົມເຂດແຄມທະເລ ແລະເກາະ. ຫຼາຍກິດຈະກໍາພື້ນຖານໂຄງລ່າງທ່ອງທ່ຽວ, ການບໍລິການໄດ້ຮັບການລົງທຶນຢູ່ບັນດາບໍລິເວນຈຸດສຸມ, ຄື: ຝູ໊ກວກ, ໝູ່ເກາະນາມຢູ, ບ່າລົ້ວ, ຫາຍຕັ້ກ, ປະກອບສ່ວນຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາເສດຖະກິດທະເລ ຕິດພັນກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດທະເລທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ.
    |
 |
|
ຄະນະເສດຖະກິດ-ປ້ອງກັນຊາດ 915 (ທະຫານເຂດ 9) ມອບວັດຖຸອຸປະກອນການແພດໃຫ້ອຳນາດການປົກຄອງທ້ອງຖິ່ນໃນເຂດໂຄງການ. ພາບ: ກວາງດຶກ |
ທ່ານພົນຕີ ໂຮ່ວັນຖ໊າຍ, ເລຂາຄະນະພັກ, ຫົວໜ້າການເມືອງທະຫານເຂດ 9 ຢັ້ງຢືນວ່າ ບັນດາຄະນະເສດຖະກິດ-ປ້ອງກັນຊາດ ໄດ້ເຮັດສຳເລັດໜ້າທີ່ທີ່ໄດ້ມອບໝາຍເປັນຢ່າງດີ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ໃນບໍລິເວນ. ໃນໄລຍະຈະມາເຖິງ, ທະຫານເຂດ ຈະສືບຕໍ່ນຳພາ, ຊີ້ນໍາບັນດາກົມກອງຍົກສູງປະສິດທິຜົນການຄຸ້ມຄອງ, ບໍລິຫານ, ສົມທົບການພັດທະນາເສດຖະກິດກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ; ຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມ, ເສີມຂະຫຍາຍປະສິດທິຜົນວຽກງານຂົນຂວາຍປະຊາຊົນ, ກໍ່ສ້າງ “ທ່າສະໜາມໃນໃຈປະຊາຊົນ” ຢ່າງແຂງແຮງ. ຜ່ານນັ້ນສືບຕໍ່ຢັ້ງຢືນບົດບາດພິເສດຂອງບັນດາຄະນະເສດຖະກິດ-ການປ້ອງກັນຊາດ ໃນການຕິດພັນການພັດທະນາເສດຖະກິດ-ສັງຄົມ ກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີລະຫວ່າງທະຫານກັບປະຊາຊົນ, ສົມກັບຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ: ກອງທັບປະຊາຊົນຫວຽດນາມ ແມ່ນກອງທະຫານສູ້ຮົບ, ກອງທະຫານປະຕິບັດງານ ແລະກອງທະຫານອອກແຮງງານທຳການຜະລິດ.
ໂດຍ: ແສງເດືອນ