ຫວຽດນາມ-ລາວ ຮັດແໜ້ນການພົວພັນຮ່ວມມືໃນຂົງເຂດສື່ມວນຊົນ
ກປ.ອອນໄລ - ຕອນຄໍ່າວັນທີ 8 ທັນວາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມນັກຂ່າວລາວ ນຳໂດຍສະຫາຍ ສະຫວັນຄອນ ຣາຊະມູນຕຣີ ປະທານສະມາຄົມນັກຂ່າວລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ສະມາຄົມນັກຂ່າວຫວຽດນາມ.
ທີ່ການຕ້ອນຮັບ, ສະຫາຍ ເລກວກມີງ, ກໍາມະການສູນກາງພັກ, ຫົວໜ້າບັນນາທິການໜັງສືພິມປະຊາຊົນ, ປະທານສະມາຄົມນັກຂ່າວຫວຽດນາມ ສະແດງຄວາມຍິນດີຕ້ອນຮັບ ຊົມເຊີຍ ແລະຕີລາຄາສູງການມາຢ້ຽມຢາມ ແລະເຮັດວຽກຂອງຄະນະ ຢູ່ຫວຽດນາມ; ຢືນຢັນວ່າການຢ້ຽມຢາມຈະປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືລະຫວ່າງສອງສະມາຄົມນັກຂ່າວ, ກໍ່ຄືລະຫວ່າງບັນດາອົງການສື່ມວນຊົນສອງປະເທດ ລາວ-ຫວຽດນາມ ກວ່າອີກ.
    |
 |
|
ສະຫາຍ ເລກວກມີງ ປະທານສະມາຄົມນັກຂ່າວຫວຽດນາມ ຕ້ອນຮັບຄະນະຜູ້ແທນສະມາຄົມນັກຂ່າວລາວ ມາຢ້ຽມຢາມ ແລະເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ |
ສະຫາຍ ເລກວກມີງ ຕີລາຄາວ່າ ໃນຊຸມປີຜ່ານມາ, ສື່ມວນຊົນສອງປະເທດໄດ້ມີການສົມທົບກັນຢ່າງແໜ້ນແຟ້ນ ແລະເປັນປະຈຳ, ເປັນຕົ້ນແມ່ນໃນການຈັດຕັ້ງການຝຶກອົບຮົມເພື່ອຍົກລະດັບວິຊາສະເພາະໃຫ້ແກ່ນັກຂ່າວ, ບັນນາທິການ. ຄຽງຂ້າງນັ້ນ, ສະມາຄົມນັກຂ່າວສອງປະເທດກໍ່ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການເສດຖະກິດ-ສັງຄົມ ແລະການພັດທະນາປະເທດຂອງຫວຽດນາມ ແລະລາວ.
ຕາງໜ້າຄະນະ, ສະຫາຍ ສະຫວັນຄອນ ຣາຊະມູນຕຣີ ປະທານສະມາຄົມນັກຂ່າວລາວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງສະມາຄົມນັກຂ່າວຫວຽດນາມ, ພ້ອມທັງປາດຖະໜາວ່າ ສະມາຄົມນັກຂ່າວຫວຽດນາມ ແລະສະມາຄົມນັກຂ່າວລາວ ຈະສືບຕໍ່ຮ່ວມມື, ແລກປ່ຽນປະສົບການໃນຂົງເຂດສື່ມວນຊົນ; ສະເໜີສະມາຄົມນັກຂ່າວຫວຽດນາມ ຈັດສົ່ງນັກຊ່ຽວຊານ, ນັກຂ່າວທີ່ມີປະສົບການມາລາວ ເພື່ອຊ່ວຍເຫຼືອ, ໜູນຊ່ວຍການຍົກລະດັບວິຊາສະເພາະໃຫ້ແກ່ນັກຂ່າວຂອງລາວ.
ໃນວັນທີ 8 ທັນວາ, ສອງຝ່າຍໄດ້ເປີດຊຸດຝຶກອົບຮົມຍົກລະດັບ ແລະແລກປ່ຽນບົດຮຽນປະສົບການ ດ້ວຍຫົວຂໍ້ “ທັກສະໃນການອອກຂ່າວກ່ຽວກັບບັນຫາສິ່ງແວດລ້ອມ” ໃຫ້ແກ່ນັກຂ່າວລາວ. ນີ້ແມ່ນການເຄື່ອນໄຫວຮ່ວມມືດ້ານສື່ມວນຊົນຢ່າງແໜ້ນແຟ້ນ, ແລກປ່ຽນວິຊາສະເພາະຢ່າງເລິກເຊິ່ງກວ້າງຂວາງ, ປັບປຸງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ, ຍົກສູງບົດບາດຂອງສື່ມວນຊົນໃນການປົກປັກຮັກສາສິ່ງແວດລ້ອມລວມ.
ໂດຍ: ເຈິ່ນຮວ່ຽນ