ຫວຽດນາມ ຊ່ວຍເຫຼືອເງິນຈໍານວນ 500 ກວ່າຕື້ດົ່ງ ເພື່ອກໍ່ສ້າງໂຮງໝໍມິດຕະພາບແຂວງຫົວພັນ
ກປ.ອອນໄລ - ພິທີມອບ-ຮັບ ແລະເປີດການນໍາໃຊ້ໂຮງໝໍມິດຕະພາບລາວ-ຫວຽດນາມ ແຂວງຫົວພັນ (ລາວ) ຫາກໍ່ໄດ້ຈັດຂຶ້ນໃນບັນຍາກາດທີ່ສະຫງ່າຜ່າເຜີຍ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ໂຄງການດັ່ງກ່າວມີເງິນລົງທຶນທັງໝົດ 500 ກວ່າຕື້ດົ່ງຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ລັດຖະບານລາວ.
ໂຮງໝໍດັ່ງກ່າວມີ 200 ຕຽງ, ດ້ວຍລະບົບອຸປະກອນການແພດທີ່ທັນສະໄໝ, ບັນລຸມາດຕະຖານຂອງໂຮງໝໍຂັ້ນແຂວງ. ນີ້ແມ່ນໂຄງການຮ່ວມມືທີ່ເປັນຈຸດສຸມ, ໄດ້ຮັບຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ແລະການຊີ້ນໍາຢ່າງໃກ້ຊິດຈາກການນໍາຂອງສອງພັກ ແລະສອງລັດ, ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະອາລົມຈິດຄວາມຜູກພັນຢ່າງສະໜິດສະໜົມລະຫວ່າງສອງຊາດ.
    |
 |
|
ບັນດາຜູ້ແທນຕັດແຖບຜ້າເປີດການນໍາໃຊ້ໂຮງໝໍ. ພາບ: baobacninhtv.vn |
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຈີ໋ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ ໂຮງໝໍແຫ່ງນີ້ໄດ້ຮັບການກໍ່ສ້າງເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານການສົ່ງເສີມສຸຂະພາບທີ່ນັບມື້ນັບເພີ່ມຂຶ້ນສູງຂອງປະຊາຊົນແຂວງຫົວພັນ ແລະບັນດາແຂວງພາກເໜືອຂອງລາວ.
ທ່ານ ຫງວຽນຈີ໋ຢຸງ ຢືນຢັນວ່າ ໂຄງການດັ່ງກ່າວບໍ່ພຽງແຕ່ມີຄວາມໝາຍດ້ານການແພດເທົ່ານັ້ນ, ຫາກຍັງເປັນສັນຍາລັກໃໝ່ແຫ່ງນໍ້າໃຈສາມັກຄີລະຫວ່າງຫວຽດນາມ-ລາວ. ການກໍ່ສ້າງສຳເລັດໂຮງໝໍດັ່ງກ່າວຈະປະກອບສ່ວນເຂົ້າໃນການຍົກລະດັບຄຸນນະພາບການກວດ ແລະປິ່ນປົວພະຍາດ, ຍົກລະດັບການບໍລິການທາງການແພດ ແລະສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນເຂົ້າເຖິງການບໍລິການສົ່ງເສີມສຸຂະພາບທີ່ມີຄຸນນະພາບສູງຢູ່ທ້ອງຖິ່ນ.
    |
 |
|
ໂຮງໝໍມິດຕະພາບລາວ-ຫວຽດນາມ ແຂວງຫົວພັນ ມີ 200 ຕຽງ. ພາບ: baobacninhtv.vn |
ຕາງໜ້າໃຫ້ລັດຖະບານລາວ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີລາວ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ຍາມໃດກໍຮ່ວມເດີນທາງ, ໜູນຊ່ວຍຢ່າງຮອບດ້ານໃຫ້ແກ່ປະເທດລາວ, ພິເສດແມ່ນໃນຂົງເຂດສາທາລະນະສຸກ-ເຊິ່ງແມ່ນຂະແໜງການທີ່ມີຄວາມໝາຍໂດຍກົງ ຕໍ່ກັບການດໍາລົງຊີວິດຂອງປະຊາຊົນ. ທ່ານ ກິແກ້ວ ໄຂຄໍາພິທູນ ເນັ້ນໜັກວ່າ ໂຮງໝໍມິດຕະພາບລາວ-ຫວຽດນາມ ແຂວງຫົວພັນ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຜູກພັນພິເສດລະຫວ່າງສອງປະເທດອ້າຍນ້ອງ.
    |
 |
|
ພື້ນຖານວັດຖຸທີ່ທັນສະໄໝຂອງໂຮງໝໍມິດຕະພາບລາວ-ຫວຽດນາມ ແຂວງຫົວພັນ. ພາບ: baobacninhtv.vn |
ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ມອບໃຫ້ອຳນາດການປົກຄອງແຂວງຫົວພັນ ແລະເມືອງຊຳເໜືອ ຮັບເອົາ, ຄຸ້ມຄອງ, ນຳໃຊ້ ແລະປົກປ້ອງໂຄງການດັ່ງກ່າວຢ່າງມີປະສິດທິຜົນເພື່ອໃຫ້ໂຮງໝໍສາມາດຮັບໃຊ້ວຽກງານສົ່ງເສີມສຸຂະພາບແກ່ປະຊາຊົນລາວ ໃນໄລຍະຍາວ.
ໂດຍ: ທູຈາງ