ກອງພົນທີ 4 (ກອງທັບປະຊາຊົນລາວ) ຢ້ຽມຢາມ ແລະອວຍພອນປີໃໝ່ຢູ່ກອງພົນ 968 (ທະຫານເຂດ 4)
ກປ.ອອນໄລ - ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີມະເມຍ 2026 - ບຸນປີໃໝ່ປະຈໍາຊາດຫວຽດນາມ, ຕອນເຊົ້າວັນທີ 8 ກຸມພາ, ຄະນະປະຕິບັດງານກອງພົນທີ 4, ກອງທັບປະຊາຊົນລາວ ນຳໂດຍທ່ານພັນເອກ ເຂັມພອນ ມູນທະດີ, ຫົວໜ້າກອງພົນທີ 4 ໄດ້ມາຢ້ຽມຢາມ ແລະອວຍພອນປີໃໝ່ພະນັກງານ, ນັກຮົບກອງພົນ 968, ທະຫານເຂດ 4.
ທ່ານພັນເອກພິເສດ ດັ້ງກວ໊ຽດຖັງ, ເລຂາຄະນະພັກ, ຫົວໜ້າຫ້ອງການເມືອງກອງພົນ 968 ໄດ້ເປັນປະທານການຕ້ອນຮັບຄະນະ.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ທີ່ການພົບປະ, ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈສາມັກຄີແບບພິເສດ, ຕາງໜ້າໃຫ້ພະນັກງານ, ນັກຮົບກອງພົນທີ 4, ທ່ານພັນເອກ ເຂັມພອນ ມູນທະດີ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນການປະຕິບັດໜ້າທີ່ການຝຶກແອບ, ກຽມພ້ອມສູ້ຮົບ ແລະສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານຂອງກອງພົນທີ 4 ໃນໄລຍະຜ່ານມາ, ພ້ອມທັງສົ່ງຄຳອວຍພອນປີໃໝ່ທີ່ດີງາມສຸດມາຍັງພະນັກງານ, ນັກຮົບກອງພົນ 968, ອວຍພອນໃຫ້ກົມກອງກ້າວເຂົ້າສູ່ປີໃໝ່ ປີມະເມຍ 2026 ສືບຕໍ່ສາມັກຄີ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ.
ຕາງໜ້າພະນັກງານ, ນັກຮົບກອງພົນ 968, ທ່ານພັນເອກພິເສດ ດັ້ງກວ໊ຽດຖັງ ສະແດງຄວາມຂອບໃຈຕໍ່ອາລົມຈິດອັນດີງາມຂອງຄະນະພັກ, ຜູ້ບັນຊາການ ແລະພະນັກງານ, ນັກຮົບກອງພົນທີ 4 ທີ່ໄດ້ສະຫງວນໃຫ້ກອງພົນ 968 ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ ແລະຫວັງວ່າ ໃນໄລຍະຈະມາເຖິງສອງກົມກອງຈະສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການປະຕິບັດໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບ ແລະສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ພ້ອມກັນຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ໂດຍ: ເຈິ່ນຮວ່ຽນ