Lao Airlines ເປີດຖ້ຽວບິນໂດຍກົງຈາກນະຄອນຫຼວງວຽງຈັນ-ດານັງ
ກປ.ອອນໄລ - ສາຍການບິນແຫ່ງຊາດລາວ (Lao Airlines) ຢືນຢັນວ່າ ຈະເປີດຖ້ຽວບິນໂດຍກົງທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນຂອງລາວ ກັບນະຄອນດານັງຂອງຫວຽດນາມ.
Lao Airlines ໃຫ້ຮູ້ຈະໃຫ້ບໍລິການຖ້ຽວບິນເຊື່ອມຕໍ່ນະຄອນຫຼວງວຽງຈັນຂອງລາວ ກັບນະຄອນດານັງຂອງຫວຽດນາມ ຄືນໃໝ່ໃນລະຫວ່າງວັນທີ 29 ມີນາ ຈະມາເຖິງໂດຍມີ 2 ຖ້ຽວບິນຕໍ່ອາທິດໃນວັນພະຫັດ ແລະວັນອາທິດ ໂດຍນຳໃຊ້ເຮືອບິນ Comac 909 ທີ່ມີ 90 ບ່ອນນັ່ງປະຢັດ. ຄາດວ່າ ຕ້ອງໃຊ້ເວລາບິນແມ່ນປະມານ 1 ຊົ່ວໂມງ 20 ນາທີ.
    |
 |
|
ເຮືອບິນ Airbus A320 ຂອງ Lao Airlines. ພາບປະກອບ: planespotters.net |
ກ່ຽວກັບຕາຕະລາງ, ເຮືອບິນໝາຍເລກ QV317 ຈະອອກເດີນທາງຈາກນະຄອນຫຼວງວຽງຈັນ (VTE) ເວລາ 11 ໂມງ 20 ນາທີ ແລະມາຮອດນະຄອນດານັງ (DAD) ເວລາ 12 ໂມງ 40 ນາທີຂອງວັນດຽວກັນ. ໃນທິດທາງກົງກັນຂ້າມ, ເຮືອບິນໝາຍເລກ QV318 ຈະອອກເດີນທາງຈາກນະຄອນດານັງ (DAD) ເວລາ 13 ໂມງ 50 ນາທີ ແລະມາຮອດນະຄອນຫຼວງວຽງຈັນ (VTE) ຂອງລາວ ເວລາ 15 ໂມງ 10 ນາທີ ຂອງວັນດຽວກັນ.
ຕາມ Lao Airlines ແລ້ວ, ການເປີດຖ້ຽວບິນໂດຍກົງທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ- ດານັງ ໃນຄັ້ງນີ້ຈະມີຄວາມສະດວກກວ່າຍ້ອນສາຍການບິນໄດ້ນຳໃຊ້ເຮືອບິນ C909 ທີ່ມີ 90 ບ່ອນນັ່ງ, ຂະໜາດທີ່ເໝາະສົມກວ່າເມື່ອທຽບໃສ່ກັບເຮືອບິນ ATR-72 (70 ບ່ອນນັ່ງ) ແລະ A320 (148 ບ່ອນນັ່ງ) ທີ່ເຄີຍບິນກ່ອນນີ້.
Lao Airlines ປະກາດຈະເປີດຖ້ຽວບິນໂດຍກົງວຽງຈັນ-ດານັງ ໄດ້ດໍາເນີນໃນສະພາບການທີ່ຈໍານວນນັກທ່ອງທ່ຽວສາກົນມາດານັງ ເພີ່ມຂຶ້ນ, ໂດຍຄາດຄະເນວ່າ ດານັງ ສາມາດຕ້ອນຮັບນັກທ່ອງທ່ຽວໄດ້ປະມານ 19 ລ້ານຄົນໃນປີ 2026.
ປະຈຸບັນ, ນັກທ່ອງທ່ຽວຈາກ ສ.ເກົາຫຼີ ແລະຈີນ ຫຼາຍຄົນຖືນະຄອນດານັງ ເປັນໃຈກາງ ແລະຄວາມຕ້ອງການຊອກຫາບັນດາ “ຖ້ຽວບິນສັ້ນ” ເພື່ອໄປເຖິງແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງລາວ, ຄື: ຫຼວງພະບາງ ຫຼືວຽງຈັນ ກໍ່ເພີ່ມຂຶ້ນຢ່າງແຂງແຮງ. Lao Airlines ຕັ້ງຄວາມຫວັງນັກທ່ອງທ່ຽວສາກົນເຫຼົ່ານີ້ຈະເຕັມທີ່ນັ່ງໃນເຮືອບິນ C909.
ໂດຍ: ເຈິ່ນຮວ່ຽນ