ທີ່ການພົບປະຕ່າງໆ, ທ່ານ ຫງວຽນມິງເຕີມ ສົ່ງຄໍາຢ້ືຢາມຖາມຂ່າວ, ອວຍພອນຊາວຫວຽດນາມ ອາໄສຢູ່ລາວ ໄດ້ປະກອບສ່ວນໃຫ້ປະຊາຄົມ ແລະສັງຄົມລາວ ຫຼາຍຢ່າງ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ຈະເລີນຮັ່ງມີ. ທ່ານ ຫງວຽນມິງເຕີມ ຢືນຢັນວ່າ ບັນດາຄອບຄົວ ແລະວິສາຫະກິດແມ່ນຂົວຕໍ່ອັນສໍາຄັນ, ປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ການພົວພັນ ຫວຽດນາມ-ລາວ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໄປຢ້ຽມຢາມ ແລະອວຍພອນເຕັດປະຊາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນມິງເຕີມ ສະແດງຄວາມສະເທືອນໃຈຕໍ່ມານະຈິດຂອງພໍ່ແມ່ປະຊາຊົນ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຢ່າງບໍ່ໜ້ອຍໃນຊຸມວັນເລີ່ມດໍາເນີນທຸລະກິດຢູ່ລາວ ກໍ່ຕາມ ແຕ່ໄດ້ມານະພະຍາຍາມຜ່ານຜ່າເພື່ອຍາດໄດ້ຄວາມສໍາເລັດ; ຊົມເຊີຍສະຕິຮັກສາສີສັນວັດທະນະທໍາຫວຽດນາມ ໃນຄອບຄົວ ແລະຊຸມຊົນ, ຍາມໃດກໍ່ມີອາລົມຈິດມຸ່ງເຖິງບ້ານເກີດເມືອງນອນ, ປະເທດຊາດ ແລະປະຕິບັດຕາມແຜນນະໂຍບາຍ, ນະໂຍບາຍກົດໝາຍຂອງລາວ ເປັນຢ່າງດີ.

ເມື່ອແລກປ່ຽນກ່ຽວກັບການກໍານົດທິດຈະມາເຖິງ, ທ່ານ ຫງວຽນມິງເຕີມ ເນັ້ນໜັກເຖິງວິໄສທັດສໍາຄັນຂອງການເຊື່ອມຕໍ່, ໂຮມບັນດາອົງການຈັດຕັ້ງສະມາຄົມແຂວງ, ນະຄອນ, ສະໂມສອນ, ສາຂາສະມາຄົມເຂົ້າກັນ. ພັກ ແລະລັດ ຍາມໃດກໍ່ຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ແມ່ນແຫຼ່ງກໍາລັງສໍາຄັນຂອງຊົນຊາດ. ສະຖານທູດຫວຽດນາມ ປະຈໍາ ລາວ ຈະສືບຕໍ່ສ້າງເງື່ອນໄຂສະດວກທີ່ສຸດທຸກຢ່າງເພື່ອໃຫ້ພໍ່ແມ່ປະຊາຊົນດໍາລົງຊີວິດເປັນປົກກະຕິ, ມີຄວາມອຸ່ນອ່ຽງໃຈທໍາມາຫາກິນ ແລະເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈໍາຖິ່ນເປັນຢ່າງດີ.

ບັນດາຄອບຄົວໄດ້ຂອບໃຈການເອົາໃຈໃສ່ອັນເລິກເຊິ່ງຂອງທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ແລະສະຖານທູດໃນຊຸມວັນປີໃໝ່ປີມະເມຍ 2026. ພໍ່ແມ່ປະຊາຊົນຢືນຢັນວ່ານີ້ແມ່ນການໃຫ້ກໍາລັງໃຈອັນໃຫຍ່ຫຼວງ, ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຢ່າງຈະແຈ້ງຂອງພັກ ແລະລັດ ສໍາລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ຕາງໜ້າໃຫ້ບັນດາຄອບຄົວ ໄດ້ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ປະຕິບັດກົດໝາຍຂອງສອງປະເທດຢ່າງເຂັ້ມງວດ, ເຊື່ອມໂຍງເປັນຢ່າງດີ ແລະປະກອບສ່ວນໃຫ້ກິດຈະການພັດທະນາລວມຫຼາຍຢ່າງ. ຄຽງຂ້າງກັນນັ້ນ, ບັນດາຄອບຄົວ ຢືນຢັນວ່າ ຈະສືບຕໍ່  “ຖ່າຍທອດແປວໄຟ” ໃຫ້ລຸ້ນອະນາຄົດ ເພື່ອຮັກສາສະຕິປົກປັກຮັກສາການພົວພັນພິເສດຫວຽດນາມ-ລາວ.

ໂດຍ: ໄຊນີດາ