ທ່ານ ເລຫງອກກວາງ ໄດ້ສົ່ງຄຳອວຍພອນອັນດີງາມມາຍັງຄະນະປະຕິບັດງານແຂວງອັດຕະປື ແລະເນັ້ນໜັກວ່າ ດານັງ ຍາມໃດກໍ່ຖືເປັນສໍາຄັນ, ໃຫ້ບຸລິມະສິດການຊຸກຍູ້ການພົວພັນຮ່ວມມືກັບບັນດາແຂວງພາກໃຕ້ພາກກາງຂອງລາວ. ທ່ານ ເລຂາພັກນະຄອນດານັງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງທ້ອງຖິ່ນນັບມື້ນັບເຂົ້າສູ່ລວງເລິມ, ນໍາເອົາປະສິດທິຜົນຢ່າງແທດຈິງ.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ງອກຟູ

ຄວາມສະໜິດຕິດພັນລະຫວ່າງດານັງ ແລະ ອັດຕະປື ເປັນຫຼັກຖານພະຍານທີ່ມີຊີວິດຊີວາໃຫ້ແກ່ສາຍພົວພັນມິດຕະພາບແບບພິເສດ, ຄວາມສາມັກຄີ ແລະສັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ.

ແບ່ງປັນກ່ຽວກັບການກໍານົດທິດການພັດທະນາ, ທ່ານເລຂາພັກນະຄອນດານັງ ໄດ້ສະເໜີໃຫ້ສອງທ້ອງຖິ່ນສືບຕໍ່ເປີດກວ້າງຮ່ວມມືຮອບດ້ານດ້ານເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແລກປ່ຽນຄະນະປະຕິບັດງານໄປເຖິງແຕ່ລະທ້ອງຖິ່ນ, ຊຸກຍູ້ການຮຽນພາສາຫວຽດນາມ ແລະພາສາລາວ.

ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງອັດຕະປື ໃນປີ 2025 ແລະການກໍານົດທິດ ປີ 2026, ທ່ານເລຂາພັກແຂວງອັດຕະປື ຫວັງວ່າ ຈະສືບຕໍ່ໄດ້ຮັບການຮ່ວມມືຈາກແຂວງດານັງ, ພິເສດແມ່ນໃນການດຶງດູດການລົງທຶນ, ການພັດທະນາພື້ນຖານໂຄງລ່າງ, ສາທາລະນະສຸກ, ການສຶກສາ ແລະພະລັງງານ; ຮຽກຮ້ອງໃຫ້ບັນດາວິສາຫະກິດແຂວງດານັງ ໄປສຳຫຼວດ, ຊອກຮູ້ກາລະໂອກາດການລົງທຶນຢູ່ແຂວງອັດຕະປື.

ພ້ອມທັງສະເໜີໃຫ້ທັງສອງຝ່າຍເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ເປີດກວ້າງການຮ່ວມມືດ້ານການຄ້າ, ການບໍລິການ; ຜັນຂະຫຍາຍບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການຮ່ວມມືທີ່ການນໍາຂັ້ນສູງສອງພັກ, ສອງລັດ ໄດ້ເຫັນດີເປັນເອກະພາບ ຢ່າງມີໄຊ.

ໂດຍ: ຈາງຫງວຽນ