ທ່ານເອກອັກຄະລັດຖະທູດ ກາລາມຸງຄຸນ ສຸພານຸວົງ ຢືນຢັນວ່າ ພັກ ແລະລັດລາວ ຍາມໃດກໍ່ຖືເປັນສຳຄັນ ແລະຕີລາຄາສູງສາຍພົວພັນມິດຕະພາບ ແລະການຮ່ວມມືແບບພິເສດລະຫວ່າງສອງປະເທດ, ປາດຖະໜາຢາກສອງຝ່າຍພ້ອມກັນພັດທະນາແບບຍືນຍົງໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຈິ້ງດຶ໊ກຫ໋າຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ ແລະທ່ານ ກາລາມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດລາວ ປະຈໍາ ຝຣັ່ງ. ພາບ: nhandan.vn

ທ່ານເອກອັກຄະລັດຖະທູດ ກາລາມຸງຄຸນ ສຸພານຸວົງ ໄດ້ຕີລາຄາລັດຖະນະໂຍບາຍບຸກທະລຸໂດຍກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ໄດ້ວາງອອກ, ໃນນັ້ນມີເປົ້າໝາຍກາຍເປັນປະເທດພວມພັດທະນາທີ່ມີອຸດສາຫະກຳທັນສະໄໝ ແລະມີລາຍຮັບສະເລ່ຍສູງໃນປີ 2030 ແລະຮອດປີ 2045 ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ. ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ດ້ວຍລັດຖະນະໂຍບາຍໃຫຍ່ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ທີ່ໄດ້ວາງອອກ, ປະເທດຫວຽດນາມ ຈະມີບາດກ້າວພັດທະນາໄວ ແລະຍືນຍົງກວ່າໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: nhandan.vn

ຊົມເຊີຍຜົນສຳເລັດອັນດີງາມຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທ່ານ ຈິ້ງດຶ໊ກຫ໋າຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ ເນັ້ນໜັກເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງ ຫວຽດນາມ-ລາວ ໄດ້ຮັບການເພີ່ມພູນຄູນສ້າງຜ່ານການນຳລຸ້ນຕ່າງໆ ແລະປະຊາຊົນສອງປະເທດ.

ທ່ານເອກອັກຄະລັດຖະທູດ ຈິ້ງດຶ໊ກຫ໋າຍ ໃຫ້ຮູ້ວ່າ ບົນພື້ນຖານນະໂຍບາຍການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະກ່ອນໜ້ານັ້ນ, ພ້ອມກັບຈຸດໃໝ່ຂອງກອງປະຊຸມໃຫຍ່ຄັ້ງທີ XIV, ໃນໄລຍະຈະມາເຖິງ, ຫວຽດນາມ ຈະເປັນເຈົ້າການ, ຕັ້ງໜ້າໃນການຮ່ວມແຮງຮ່ວມໃຈກັບບັນດາປະເທດປະກອບສ່ວນສ້າງສັນຕິພາບ, ປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນ ແລະພັດທະນາແບບຍືນຍົງຂອງພາກພື້ນ ແລະໃນໂລກກວ່າອີກ. ພ້ອມທັງຢືນຢັນວ່າ ພັກ, ລັດຫວຽດນາມ ປາດຖະໜາຢາກໄດ້ຮັບການສະໜັບສະໜູນ, ສົມທົບ ແລະການຮ່ວມມືຂອງພັກ ແລະລັດລາວ.

ໂດຍ: ເຈິ່ນຮວ່ຽນ