ທ່ານພົນຕີ ເລວັນເຮິນ, ອະດີດຮອງຫົວໜ້າກົມໃຫຍ່ການເມືອງ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ, ຫົວໜ້າຄະນະ​ປະສານງານມູນເຊື້ອມິດຕະພາບ ຫວຽດນາມ-ລາວ ເປັນປະທານການພົບປະສັງສັນ.

ເຂົ້າຮ່ວມການພົບປະສັງສັນ ມີທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ; ທ່ານ ເຈິ່ນວັນຕຸຍ, ອະດີດເລຂາພັກແຂວງບັກນິງ, ອະດີດປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ.

leftcenterrightdel
ບັນຍາກາດທີ່ການພົບປະສັງສັນ. ພາບ: qdnd.vn

ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຢືນຢັນວ່າ: ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ສັດຊື່ບໍລິສຸດ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນຊັບສົມບັດທີ່ລ້ຳຄ່າ ເຊິ່ງ ການ​ນຳ​ລຸ້ນຕ່າງໆ ແລະປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງໃນຕະຫຼອດໄລຍະປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ໃນປະຈຸບັນ.

ທ່ານ ນາງ  ຄຳເພົາ ເອີນທະວັນ  ໄດ້ຕີລາຄາສູງບົດບາດ ແລະການປະກອບສ່ວນທີ່ຕັ້ງໜ້າຂອງຄະນະປະສານງານມູນເຊື້ອມິດຕະພາບ ຫວຽດນາມ-ລາວ ໃນໄລຍະຜ່ານມາ; ພ້ອມທັງຊົມເຊີຍຂໍ້ລິເລີ່ມທີ່ແທດຈິງ, ມີຄວາມໝາຍຂອງຄະນະປະສານງານ ເພື່ອແນໃສ່ປະກອບສ່ວນເຂົ້າໃນການຮັກສາ, ເສີມສ້າງ ແລະເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດ.

ເນື່ອງໃນໂອກາດປີໃໝ່ 2026, ຜູ້ຕາງໜ້າຄະນະປະສານງານມູນເຊື້ອມິດຕະພາບ ຫວຽດນາມ-ລາວ ອວຍພອນໃຫ້ທ່ານ ນາງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ແລະຜູ້ແທນລາວ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ຜາສຸກ ແລະປະສົບຜົນສຳເລັດ; ພ້ອມທັງສະແດງຄວາມປາດຖະໜາວ່າ ສອງຝ່າຍຈະສືບຕໍ່ປະຕິບັດໜ້າທີ່ສຳຄັນ ທີ່ ພັກ ແລະລັດຫວຽດນາມ ແລະລາວ ເຊື່ອໝັ້ນມອບໝາຍໃຫ້ຢ່າງດີເລີດ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງແຕ່ລະປະເທດ ກໍ່ຄືສາຍພົວພັນທີ່ສັດຊື່ບໍລິສຸດລະຫວ່າງສອງປະເທດ ຫວຽດນາມ-ລາວ.

ໂດຍ: ຈາງຫງວຽນ